ເຈົ້າໜ້າທີ່ກົມຕຳຫຼວດຈະ
ລາຈອນລາຍງານໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2013, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນທັງໝົດ
3 ພັນກວ່າກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 500 ກວ່າຄົນ ທຽບໃສ່ໄລ
ຍະປີຜ່ານມາພົບວ່າມີຜູ້ເສຍຊີວິດເພີ່ມຂຶ້ນ 100 ກວ່າຄົນ
ຊຶ່ງອຸປະຕິເຫດດັ່ງກ່າວເກີດຂຶ້ນຫຼາຍກວ່າ ໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ເກີດຂຶ້ນ
800 ກວ່າກໍລະນີ,ມີຜູ້ເສຍຊີວິດ 100 ກວ່າຄົນ, ຖັດລົງມາແມ່ນ
ແຂວງສະຫວັນນະເຂດ, ຈຳປາສັກ, ຫຼວງພະບາງ ແລະ ແຂວງ ວຽງຈັນ
ຊຶ່ງເຈົ້າໜ້າທີ່ໃຫ້ເຫດຜົນວ່າ: ອຸປະຕິເກີດຂຶ້ນ
ສ່ວນໃຫຍ່ແມ່ນມາຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາ, ຂັບລົດໄວ ແລະ
ລະເມີດກົດຈະລາຈອນ ອື່ນໆ.
ເຈົ້າໜ້າທີ່ກົມຕຳຫຼວດຈະ ລາຈອນ
ກ່າວວ່າ: ປັດຈຸບັນອຸປະ ຕິເຫດຕາມທ້ອງຖະໜົນ ໄດ້ກາຍ
ເປັນປາກົດການຫຍໍ້ທໍ້ໜຶ່ງໃນສັງ ຄົມ ແລະ
ເຫັນວ່າມີທ່າອ່ຽງເພີ່ມຂຶ້ນທຸກປີ ປະມານ 5% ໂດຍສະເພາະໃນ 5 ປີຜ່ານມາ.ທັງນີ້
ເຫັນວ່າວ່າມີຍວດຍານພາຫະນະເພີ່ມຂຶ້ນໄວ,
ແຕ່ການຂະຫຍາຍຕົວຂອງສະພາບເສັ້ນທາງຍັງຄືເກົ່າ ແລະ
ຍິ່ງໄປກວ່ານັ້ນພົບວ່າຜູ້ຂັບຂີ່ສ່ວນໃຫຍ່ຍັງຖືເບົາຕໍ່ການປະຕິບັດກົດລະບຽບຈະລາຈອນ
ເປັນຕົ້ນແມ່ນຂັບລົດໄວ, ດື່ມສິ່ງມຶນເມົາ ແລະ ອື່ນໆ ຊຶ່ງເປັນສາເຫດໜຶ່ງທີ່ພາໃຫ້ເກີດອຸປະຕິເຫດ
ແລະ ພົບວ່າ:ຜູ້ຂັບຂີ່ສ່ວນຫຼາຍ
ຍັງບໍ່ໄດ້ຜ່ານການສອບເສັງໃບຂັບຂີ່,ຂາດຄວາມຊຳນານໃນການຂັບຂີ່ລົດ,
ພຽງແຕ່ຂີ່ລົດເປັນ ກໍຂັບໄປຕາມທ້ອງຖະໜົນເລີຍ
ໂດຍບໍ່ຄຳນຶງເຖີງຄວາມປອດໄພການຂັບຂີ່ຈຶ່ງເປັນສາເຫດພາໃຫ້ເກີດອຸປະຕິເຫດໄດ້ງ່າຍ.
ແນວໃດກໍຕາມເພື່ອແກ້ໄຂ
ບັນຫາອຸປະຕິເຫດດັ່ງກ່າວ,ຄະນະກຳມະການແຫ່ງຊາດ
ເພື່ອແກ້ໄຂອຸປະຕິເຫດຕາມທ້ອງຖະໜົນ ກໍໄດ້ມີແຜນປ້ອງກັນ ແລະ ຫຼຸດ
ຜ່ອນອຸປະຕິເຫດຮອດປີ 2020 ຊຶ່ງວາງຄາດໝາຍໃຫ້ຕົວເລກການເກີດອຸປະຕິເຫດ ແລະ
ຜູ້ເສຍຊີວິດຫຼຸດລົງ 10% ໃນນັ້ນເລັ່ງໃສ່ ການກວດສອບບັນດາໂຮງຮຽນ
ສອນຂັບຂີ່ລົດທີ່ບໍ່ໄດ້ມາດຖານ, ດຳເນີນມາດຕະການຢ່າງເຂັ້ມ
ງວດຕໍ່ຜູ້ຝ່າຝືນກົດລະບຽບຈະລາຈອນ, ເລັ່ງສ້າງຕຳລາສິດ ສອນໃນຊັ້ນປະຖົມເພື່ອໃຫ້ເຍົາ
ວະຊົນຮຽນຮູ້ຄວາມປອດໄພທາງຖະໜົນ ແລະ ປູກຈິດສຳນຶກໃຫ້ສັງຄົມມີຄວາມຕື່ນຕົວ
ແລະ ເປັນເຈົ້າການສະກັດກັ້ນການເກີດອຸປະຕິເຫດໄດ້ຢ່າງມີປະສິດທິ ພາບຂຶ້ນ.
ເຈົ້າໜ້າທີ່ກົມຕຳຫຼວດຈະ ລາຈອນ
ໃຫ້ຮູ້ຕື່ມວ່າ: ໃນຕອນເຊົ້າວັນທີ 9 ມິຖຸນານີ້ ໄດ້ເກີດອຸປະຕິເຫດລົດເມໝາຍເລກທະ
ບຽນ ບກ 0425 ແຂວງ ເຊກອງ ປີ້ນຢູ່ກາງເຂດເມືອງ ຄົງເຊໂດນ ແຂວງ ສາລະວັນ
ຊຶ່ງເຮັດໃຫ້ຜູ້ເປັນເຈົ້າຂອງລົດເສຍຊີວິດຄາທີ່ ແລະ
ມີຜູ້ໄດ້ຮັບບາດເຈັບ 10 ກວ່າຄົນ.ຜ່ານການສືບສວນ- ສອບສວນຂອງເຈົ້າ ໜ້າທີ່ຮູ້ວ່າ:
ລົດຄັນດັ່ງກ່າວໄດ້ອອກຈາກສະຖານີຂົນສົ່ງໂດຍ ສານສາຍໃຕ້ໃນເວລາ 17 ໂມງ
ຂອງວັນທີ 8 ມິຖຸນາ ນີ້ ເພື່ອມຸ່ງໜ້າໄປແຂວງ ເຊກອງ ຊຶ່ງມີຜູ້ໂດຍສານ 5 ຄົນ
ແລະ ໄດ້ຮັບຜູ້ໂດຍສານ ເພີ່ມຕາມສາຍທາງຂຶ້ນລົດເພີ່ມອີກ 8 ຄົນ ແລະ
ຍ້ອນຂາດຄວາມລະມັດ ລະວັງໃນການຂັບຂີ່ ຈຶ່່ງພາໃຫ້ເກີດອຸປະຕິເຫດ.
No comments:
Post a Comment