Ad

Ad

11 June 2013

ສາທາລະນະສຸກຂໍໃຫ້ພະສົງມີສ່ວນຮ່ວມປຸກລະດົມປະຊາຊົນຕ້ານພະຍາດໄຂ້ຍຸງ



      ວັນທີ 6 ມິຖຸນາທີຜ່ານມານີ້ ສາທາລະນະສຸກນະຄອນຫຼວງ ໄດ້ຈັດກອງປະຊຸມຮ່ວມກັບພະ ສົງ 9 ຕົວເມືອງ ອ້ອມຂ້າງນະ ຄອນຫຼວງເພື່ອປຶກສາຫາລື, ຊອກທາງອອກໃນການກຳຈັດ ແລະ ສະກັດກັ້ນການລະບາດພະ ຍາດໄຂ້ ຍຸງທີ່ພວມລະບາດຢ່າງ ແຜ່ຫຼາຍ ຢູ່ໃນນະຄອນຫຼວງວຽງຈັນໃນປັດຈຸບັນ, ເປັນຕົ້ນແມ່ນ 4 ຕົວເມືອງໃນເທດສະ ບານ ຄື:ໄຊ ເສດຖາ, ຈັນທະບູລີ, ສີສັດຕະ ນາກ ແລະ ສີໂຄດຕະບອງພ້ອມ ອີກສາມເມືອງອ້ອມຂ້າງຄື: ເມືອງນາ ຊາຍທອງ, ໄຊທານີ ແລະ ຫາດຊາຍຟອງ.
    ກອງປະຊຸມຈັດຂື້ນຢູ່ຫ້ອງ ວ່າການປົກຄອງເມືອງສີສັດຕະ ນາກໂດຍການເປັນປະທານຮ່ວມ ຂອງທ່ານ ດຣ ແສງທອງ ບີລາ ກູນ, ຫົວໜ້າພະແນກສາທາລະ ນະສຸກນະຄອງຫຼວງ, ທ່ານ ສາຍ ຄຳ ສີຫາວົງ ຫົວໜ້າຫົວການ ແນວລາວສ້າງຊາດນະຄອນຫຼວງວຽງຈັນ ແລະ ທ່ານ ອິນ ແປງ ວັນນະວົງປະທານແນວ ລາວສ້າງຊາດເມືອງສີ ສັດຕະນາກພ້ອມດ້ວຍຕົວແທນພະສົງ ຈາກຕົວເມືອງຕ່າງໆເຂົ້າ ຮ່ວມ ຢ່າງພ້ອມພຽງ, ໃນກອງປະຊຸມ ຄັ້ງນີ້ຜູ້ເຂົ້າ ຮ່ວມຈາກຂະແໜງ ການຕ່າງໆໄດ້ຜັດປ່ຽນກັນມີຄຳ ເຫັນຢ່າງກົງໄປກົງມາ, ເຊິ່ງແຕ່ ລະທ່ານລ້ວນແຕ່ຍົກໃຫ້ເ ຫັນເຖິງໄພອັນຕະລາຍຈາກການແຜ່ລະ ບາດຂອງໄຂ້ຍຸງທີ່ເພີ່ມຂຶ້ນຫຼາຍ ກວ່າປີຜ່ານມ, ມີຜູ້ຕິດເຊື້ອພະ
ຍາດດັ່ງກ່າວ ຢ່າງຫຼວງຫຼາຍ, ໃນກອງປະຊຸມທາງພະແນກສາທາລະນະສຸກນະຄອນຫຼວງໄດ້ຮຽກຮ້ອງ, ອົງການຈັດຕັ້ງທຸກຂັ້ນ ໂດຍສະເພາະອົງການແນວລາວສ້າງຊາດ, ອົງການພຸດທະສາສະໜາສຳພັນກໍຄືພະພິຄຸສົງຢູ່ຕາມວັດຕ່າງ, ຈົ່ງໄດ້ມີ ສ່ວນຮ່ວມໃນການ ໂຄສະນາສຶກສາອົບຮົມພໍ່ແມ່ປະຊາຊົນໃນແຕ່ລະຄຸ້ມບ້ານ ແລະ ສະຖາທ່ີວັດວາ ຕ່າງໆຢູ່ນະ ຄອນຫຼວງ, ຈົງຮ່ວມ ກັນເພີ່ມທະ ວີເປັນເຈົ້າການໃນການສະກັດກັ້ນຕ້ານການລະບາດຂອງພະຍາດໄຂ້ຍຸງ, ບໍ່ໃຫ້ ມີການແຜ່ຂະຫຍາຍອອກສູ່ວົງ ກວ້າງໃນນີ້ສິ່ງສຳຄັນ ແມ່ນໃຫ້ ທຸກຄອບຄົວເອົາໃຈໃສ່ຕໍ່ວຽກງານສຸຂະອະນາໄມ ດ້ວຍການທຳລາຍແຫຼ່ງເພາະພັນຂອງຍຸງລາຍທີ່ເປັນສາເຫດຕົ້ນຕໍໃນການນຳ ເຊື້ອພະຍາດມາສູ່ຄົນ,  ພ້ອມທັງ ແນະນຳວິທີກຳຈັດແຫຼ່ງເພາະພັນ ໜອນນ້ຳຂອງຍຸງ, ເປັນຕົ້ນ ແມ່ນກຳຈັດບໍ່ໃຫ້ມີນ້ຳຫົ້ງ ຢູ່ອ້ອມ ແອ້ມເຮືອນຊານ ຂອງຕົນ ແລະ ພ້ອມນີ້ຍັງຊຸກຍູ້ການລ້ຽງປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍເພື່ອເກີດການຫຼຸດການຂະ ຫຍາຍພັນຂອງຍຸງ ແລະ ກຳຈັດຍຸງກ້າວໄປເຖິງການດັບສູນຍຸງ.

No comments:

Post a Comment