Ad

Ad

10 June 2013

ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ກ່າວປາໄສໃນກອງປະຊຸມເວທີເສດຖະກິດໂລກ



         ທ່ານ ທອງ​ສີ​ງ ທຳມະ​ວົງ ນາຍົກລັດຖະມົນຕີ​ ແຫ່ງ ​ສປປ. ລາວ ​ພ້ອມ​ດ້ວຍ​ຄະນະ​ໄດ້​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ ຊຸມ​ເວທີ​ເສດຖະກິດ​ໂລກ ​ກ່ຽວ​ກັບ​ອາຊີ​ຕາວັນ​ອອກ​ຄັ້ງທີ  22 ທີ່ນະຄອນຫລວງ ​ເນ​ປີ​ດໍ ສາທາລະນະ​ລັດ​ ສະຫະ ພາບມຽນ ມາ​ ໃນ​ວັນ​ທີ 6 ມິຖຸນາ 2013 ໂດຍ​ຕອບ​ສະ ຕາມ​ຄຳ​ເຊີນ​ຂອງ​ທ່ານ ເທັນ​ເຊັນ ປະທານ​ນາ​ທິບໍດີແຫ່ງ​ສາທາລະນະ​ລັດສະຫະ ພາບມຽນມາ.
       ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດຂຶ້ນ ກ່າວ ຄຳປາໄສ ຊຶ່ງ ທ່ານໄດ້ກ່າວວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທ່ານປະທານາ ທິບໍດີ ເທັນເຊັນ ແລະ ທ່ານ ສຈ ກະ ລາວສະວາບທີ່ໄດ້ໃຫ້ກຽດເຊື້ອເຊີນຂ້າພະເຈົ້າເຂົ້າຮ່ວມກອງປະຊຸມເວທີເສດຖະກິດໂລກກ່ຽວກັບອາຊີຕາເວັນອອກໃນຄັ້ງນີ້ທີ່ນະຄອນຫຼວງ ເນປີດໍ ທີ່ສວຍງາມແຫ່ງນີ້.

        ການເຊື່ອມໂຍງເສດຖະກິດ ແມ່ນທ່າອ່ຽງລວມຂອງຍຸກສະ ໄຫມໂລກາພິວັດທີ່ບັນດາປະເທດໃນພາກພື້ນ ແລະ ສາກ​ົນ ມີການ​ເພິ່ງພາອາໄສເຊິ່ງກັນ ແລະ ກັນ ແລະ ຕັ້ງເປັນກຸ່ມກ້ອນນັບມື້ນັບຫຼາຍຂຶ້ນ. ສຳລັບອາຊຽນກໍກຳລັງກະກຽມ ຄວາມພ້ອມຕ່າງໆໃນການເປັນປະຊາຄົມໃນປີ 2015 ແລະ ໃນອະນາຄົດອາດຈະກ້າວໄປສູ່ການກະກຽມເປັນປະ ຊາຄົມອາ ຊີຕາເວັນອອກ, ປະຊາຄົມເສດ ຖະກິດອາ ຊີ ຫລື ປະຊາຄົມອາຊີ-ປາຊີຟິກ ດັ່ງທີ່ມີຂໍ້ລິເລີ່ມຕ່າງໆໃນພາກພື້ນໃນຊຸມປີຜ່ານມາ.
         ເພື່ອເຊື່ອມໂຍງເສດຖະກິດ ກັບອາຊຽນ ສປປ ລາວ ໄດ້ເອົາ ໃຈໃສ່ເຂົ້າຮ່ວມການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນງານ ຕ່າງໆຂອງຂໍ້ລິເລີ່ມ ເພື່ອການ ເຊື່ອມໂຍງອາຊຽນ (IAI) ແນໃສ່ ຫລຸດ ຜ່ອນຄວາມແຕກໂຕນດ້ານ ການພັດທະນາ ຂອງປະເທດສະ ມາຊິກເກົ່າ ແລະ ໃໝ່ ຂອງອາຊຽນ ກໍຄື ການສຸມໃສ່ພັດທະນາ ປະເທດ ໃຫ້ສາມາດເຊື່ອມໂຍງ ເສດຖະກິດ ກັບພາກພື້ນ ເພື່ອກະກຽມເຂົ້າຮ່ວມ ປະຊາຄົມອາຊຽນໃນປີ 2015 ແລະ ນຳພາປະເທດ ອອກຈາກສະພາວະດອ້ຍພັດ ທະນາ ໃນປີ 2020. ຜ່ານການຈັດຕັ້ງປະຕິບັດ ແຜນງານພັດທະນາເສດຖະກິດ ແລະ ສັງຄົມ ໃນໄລຍະຜ່ານມາ ເຫັນວ່າໄດ້ຮັບ ຜົນສຳເລັດເປັນກ້າວໆມາເປັນຕົ້ນແມ່ນ: ອັດຕາການຂະຫຍາຍຕົວເສດຖະກິດສະເລ່ຍເພີ່ມຈາກ7,9% ໃນ ຊຸມປີ 2006-2 010 ມາເປັນ 8% ໃນ 2011 ແລະ 8,3% ໃນປີ 2012 ແລະ ອັດຕາຄອບຄົວທຸກ ຍາກໄດ້ຫລຸດ ລົງຈາກ 27,7% ໃນປີ 2003 ມາ ເປັນ 17,77% ໃນປີ 2011 ແລະ 13% ໃນປີ 2012.
        ຕໍ່ການປັບປຸງການເຊື່ອມ ຈອດ ສປປ ລາວ ຊຶ່ງເປັນປະເທດ ບໍ່ ມີຊາຍແດນຕິດກັບທະເລຍາມໃດກໍ​ໃຫ້​ຄວາມ​ສຳຄັນ​ຕໍ່​ນະໂຍບ າຍ​ເປີດ​ກວ້າງ​ການ​ພົວພັນຮ່ວມມື ອັນດີ ແລະ ການເຊື່ອມຈອດກັບ 5 ປະເທດໃກ້ຄຽງ ໂດຍໄດ້ຮ່ວມມື ກັບ ປະເທດອາຊຽນ ໃນການຜັນ ຂະ ຫຍາຍແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ ແລະ ໄດ້ສຸມໃສ່ພັດທະນາພື້ນຖານໂຄງ ລ່າງຕ່າງໆຂອງປະເທດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການ ຄົມມະນາຄົມຂົນສົ່ງ,ການຄ້າ ແລະ ການລົງທຶນ ໂດຍສະ ເພາະ ໄດ້ ປັບປຸຸງ ແລະ ຂະຫຍາຍຕາ ໜ່າງເສັ້ນທາງຄົມມະນາຄົມທາງ ບົກ, ທາງນ້ຳ ແລະ ທາງອາກາດ ພາຍໃນປະ ເທດ ແລະ ເຊື່ອມຈອດ ກັບປະເທດໃກ້ຄຽງ, ໃນນີ້ ໄດ້ ສ້າງຂົວຂ້າມແມ່ນ້ຳຂອງ 4 ແຫ່ງ ແລະ ກຽມຈະ ສ້າງອີກ 1 ແຫ່ງ ລະຫວ່າງ ສປປ ລາວ ແລະ ໄທ ແລະ ກຳລັງກໍ່ສ້າງຂົວ 1 ແຫ່ງ ລະຫວ່າງ ສປປ ລາວ ແລະ ມຽນມາ; ໄດ້ເປີດດ່ານສາກົນ 24 ດ່ານ, ເຊື່ອມຈອດທາງອາກາດກັບຕົວເມືອງສຳຄັນຕ່າງໆ ແລະ ສົ່ງເສີມ ການຂົນສົ່ງທາງນ້ຳຕາມລຳແມ່ ນ້ຳຂອງກັບປະເທດໃກ້ຄຽງ.
     ໃນຂອບຮ່ວມມືອະນຸພາກພື້ນ ແມ່ນ້ຳຂອງ (GMS) ກໍມີຫລາຍ ໂຄງການທີ່ຊ່ວຍຍູ້ໜູນການເຊື່ອມ
ຈອດເຊັ່ນ ໄດ້ສ້າງເສັ້ນທາງອາ 3 (R3) ເຊື່ອມຕໍ່ຄຸນໝິງ ສປ.ຈີນ ກັບ ພາກເໜືອຂອງໄທ ຜ່ານແຂວງ
ພາກເໜືອຂອງລາວຕາມແລວ ເສດຖະກິດເໜືອ-ໃຕ້;ເສັ້ນທາງ ເຊື່ອມຕໍ່ ແຫລມສະບັງ-ບາງກອກ-ມຸກດາຫານ ຂອງໄທ ຜ່ານ ທາງເລກ 9 ແຂວງສະຫວັນນະ ເຂດ, ພາກກາງຂອງລາວ ໄປຫາບັນ ດາ ແຂວງພາກກາງຫວຽດ ນາມ-ຮ່າ ໂນ້ຍ-ທ່າເຮືອຮາຍຟອງ ຕາມແລວເສດຖະກິດຕາເວັນອອກ-ຕາເວັນ ຕົກ. ນອກນັ້ນ ກໍໄດ້ເອົາໃຈໃສ່ປັບປຸງເສັ້ນທາງເພື່ອອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນ ແລະ ຂົນສົ່ງ ລະ ຫວ່າງ ນະຄອນຫຼວງວຽງຈັນ ກັບບາງກອກ,ຮ່າໂນ້ຍ,ພະນົມ ເປັນ ແລະ ຄຸນຫມິງ.ພ້ອມນັ້ນ ກໍໄດ້ມີການຕົກລົງຈະສ້າງທາງ ລົດໄຟແຕ່ຊາຍແດນລາວ-ຈີນຫາ ນະຄອນຫລງວຽງຈັນ ແລະ ເຊື່ອມຕໍ່ຫາ ໄທ ຊຶ່ງຈະກາຍເປັນ ສ່ວນໜຶ່ງຂອງການເຊື່ອມຕໍ່ເສັ້ນທາງລົດໄຟລະຫວ່າງອາຊຽນ ແລະ ຄຸນໝິງ. ນອກ ຈາກນັ້ນ, ກໍມີ ແຜນການສ້າງທາງລົດໄຟເພື່ອ ເຊື່ອມຈອດ ລະຫວ່າງຊາຍແດນ ລາວ-ໄທ ຫາຊາຍແດນ ລາວ- ຫວຽດນາມ ຜ່ານແຂວງສະຫວັນ ນະເຂດ. ສປປ ລາວ ຈະສືບຕໍ່ເປີດກວ້າງ ແລະ ເສີມຂະຫຍາຍ ການພົວພັນຮ່ວມມືືກັບບັນດາປະເທດເພື່ອນບ້ານໃກ້ຄຽງໃນຂອບ 2 ຝ່າຍ, ອະນຸພາກພື້ນ ຄື: ກຳປູເຈຍ- ລາວ-ຫວຽດນາມ (CLV), ກຳປູເຈຍ-ລາວ-ຫວຽດນາມ-ມຽນມາ (CLMV), ແອັກແມັກ, ຂອບການ ຮ່ວມມື ລະຫວ່າງປະເທດແມ່ນ້ຳຂອງ ກັບຄູ່ຮ່ວມພັດທະນາຕ່າງໆ ກໍຄືໃນຂອບອາຊຽນເພື່ອສົ່ງເສີມການ ເຊື່ອມຈອດເສັ້ນທາງຄົມມະນາຄົມ ແລະ ເຊື່ອມໂຍງເສດຖະກິດກັບພາກພື້ນ.

No comments:

Post a Comment