Ad

Ad

10 June 2013

ໄຂຊຸດອົບຮົມທິດສະດີການເມືອງ- ການປົກຄອງໄລຍະສັ້ນ 45 ສັ້ນ ຊຸດທີ VI ໃຫ້ພະນັກງານກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ



            ກະຊວງ​ຖະ​ແຫ​ລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ,​ໄດ້​ໄຂຊຸດ​ອົບຮົມທິດ​ສະ​ດີການ​­​ເມືອງ- ການ­​ປົກຄອງ ​ໄລຍະ​ສັ້­ນ (45 ວັ­ນ) ຊຸດ​ທີ VI ​ໃຫ້​ແກ່​ພະ­ນັກງານ­​ຫລັກ​ແຫ​ລ່ງ,ພະ­ນັກງານ­​ສືບ​ທອດ ອ້ອມ​ຂ້າງ​ກະຊວງ (ຖວທ) ​ໃນ­​ວັນ­​ທີ 7 ມີ​ຖຸ­ນານີ້,ທີ່​ສະ​ຖາ​ບັນ­​ສື່​ມວນ­​ຊົ­ນ​ກະ ຊວງ​ຖະ​ແຫລ​ງຂ່າວ,ວັດທະ­ນະ ທຳ ​ແລະ ທ່ອງ​ທ່ຽວ​ໂດຍ​ເປັນ­​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ­ສຈ.ດຣ.ບໍ່​ແສງ​ຄຳ​ ວົງ​ດາລາ ​ເລຂາ​ຄະ­ນະ​ພັກ, ລັດ ຖະມົ­ນຕີ​ວ່າການ­​ກະຊວງ​ຖະ​ແຫລ​ງ, ຂ່າວວັດທະນ­ະທຳ ​ແລະ ທ່ອງ​ທ່ຽວ,ມີ​ທ່າ­ນ​ ຮອງ ສຈ ສະໜຸດ ສົມ​ ພະ​ໜິດ ຮອງ​ອຳ­ນວຍ​ກາ­ນ​ສະ​ຖາ​ບັ­ນ​ການ­​ເມືອງ-ການ­​ປົກຄອງ​ແຫ່ງ​ຊາດ, ຫົວໜ້າ​ສະ​ຖາ​ບັນ­​ສື່​ມວ­ນ​ຊົ­ນ, ມີ​ບັ­ນດາ​ຫົວ ໜ້າ​ກົມ,ຮອງ​ກົມ​ອ້ອມ​ຂ້າງ​ກະ ຊວງ​ດັ່ງກ່າວ​ແລະມີບັ­ນດາ​ພະ­ນັກ ງານ­​ຫລັກ​ແຫ​ລ່ງ​ເຂົ້າ​ຮ່ວມ 46​ ຄົນ­.
         ຈຸດປະສົງ​ຂອງ​ການ­​ຝືກອົບ ຮົມ​ທິດ​ສະ​ດີການ​­​ເມືອງ​-ການ­​ປົກຄອງຄັ້ງ­ນີ້​ແມ່­ນ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ທາງ​ດ້າ­ນ​ທິດ​ສະ​ດີກາ​ນ­​ເມືອງ ​ເປັ­ນຕົ້­ນ​ແມ່ນ­ ຫລັກ​ມູ­ນ​ພື້­ນ ຖາ­ນ​ຂອງ​ທິດ​ສະ​ດີ​ມາກ-​ເລ​ນ­ິ­ນ, ​ແນ­ວທາງ ນ​­ະ​ໂຍບາຍ​ຂອງ​ພັກ, ວຽກ​ງານ­​ບໍລິຫານ ກາ­ນ​ປົກຄອງ ​ແລະ ກົດໝາຍ​ພື້­ນຖາ­ນ​ຈຳ­ນວ­ນ​ໜື່ງ ​ເພື່ອ​ເຮັດ​ໃຫ້​ຜູ້​ເຂົ້າຮ່ວມກຳ​ແໜ້­​ນສະພາບ​ຄວາມ​ເປັ­ນ​ຈິງທາງ​ດ້ານ­​ເສດຖະ ກິດ-ສັງຄົມ ຂອງ​ປະ​ເທດ​ເຮົາ ​ແລະ ​ເຊື່ອມ​ຊື່​ມ​ແນ­ວ ທາງ​ປ່ຽນ­​ແປງ​ໃໝ່ຂອງ​ພັກ​ຢ່າງ​ເປັ­ນ​ລະບົບ ​ເພື່ອ​ເຮັດ​ໃຫ້​ພະ­ນັກ ງານ­​ຫລັກ​ແຫ​ລ່ງ ​ໄດ​້ມີຄວາມ​ຮູ້​ໃໝ່ ​ແລະ ສາມາດນ​­ຳ​ໃຊ້​​ເຂົ້າ​ໃນ­​ການ­​ໂຄສະ­ນາ​ເຜີຍ​ແຜ່​ແ­ນວທາງ ນ​­ະ​ໂຍບາຍ​ຂອງ​ພັກ ​ໃນ­​ການ­​ສຶກສາ​ອົບ ຮົມ​ແນ­ວ​ຄິດ​ການ­​ເມືອງ, ກາ­ນ​ໂຄສະນ­າ,ກາ­ນ​ປຸກລະດົມ​ຊຸກ​ຍູ້​ການ­​ພັດທະ­ນາ​ເສດຖະກິດ- ສັງຄົມ ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ­​ທົ່ວ​ປວງ​ຊົ­ນ​ເຮັດ​ໃຫ້​ປະ​ເທດ​​ເຮົາ​ຫລຸດ​ພົ້­ນ​ອອກ​ຈາກ​ຄວາມ​ດ້ອຍ ພັດທະນ­າ​ເທື່ອ​ລະ​ກ້າວ.

              ​ໃນ­​ພິທີ​ດັ່ງ​ກ່າວ​ທ່ານ­ ​ສຈ.ດຣ. ບໍ່​ແສງ​ຄຳ​ ວົງ​ດາລາ ​ເລຂາ​ຄະນ­ະ​ພັກ ລັດຖະມົ­ນຕີ​ວ່າ ການ­​ກະຊວງຖະ​ແຫລ​ງຂ່າວ, ວັດທະ­ນະທຳ ​ແລະ ທ່ອງ​ທ່ຽວ​ໃຫ້​ກຽດ​ໂອ້​ລົມຊຸດ​ອົບຮົມ​ຄັ້ງ­ນີ້​ວ່າ: ການ­​ບຳລຸງ​ທິດ​ສະ​ດີ​ໃຫ້​ແກ່​ພະ­ນັກງານ­​ຫລັກ​ແຫ​ລ່ງພາຍ​ໃນ­​ກະ ຊວງຄັ້ງ­ນີ້​ມີຄວາມ​​ສຳຄັນ­ຫລາຍ​ທີ່​ສຸດ​,ການ­​ບຳລຸງ​ທິດ​ສະ​ດີນ​­ີ້ເປັນ­​ການ­​ປະຕິບັດຕາມ​ແ­ນວທາງນ​­ະ​ໂຍບາຍ​ຂອງ​ພັກ​-ລັດ ຕາມ​ທິດ​ຊີ້ ນ​­ຳ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ່IX ຂອງ​ພັກ​ໃ­ນ​ການ­​ບຸກທະລຸ​ທັງ 4 ດ້ານ­​ໄປ​ພ້ອມໆ​ກັນໃນ­ນັ້ນດ້ານ­​ບຸກທະລຸ​ຈິ­ນຕະ­ນາການ ­​ແລະ ບຸກ ທະລຸ​ບຸກຄະລາ​ກອນ­​ແມ່ນ­​ຕິດ​ພັນ­​ກັນ­.ການ­​ບຳລຸງ​ທິດ​ສະ​ນ­ີ້​ກໍ​ເປັນ­​ການ­​ສ້າງ​ບຸກຄະລາ​ກອ­ນ​ຂອງ​ ກະຊວງ​ພວກ​ເຮົາ. ​ສປປ ລາວ ​ຂອງ​ພວກ​ເຮົາ​ແມ່­ນ​ຢຶດຖື​ລັດທິ​ມາກ​-ເລນ​­ິນ­​ແລະ​ເປັ­ນ​ເຂັມທິດ​ທຸກ ການ­​ກະທຳ​ຂອງ​ພວກ​ເຮົາ,ພຶດຕິ​ກຳ​ຂອງ​ພັກ​ເຮົາ​ເອົາ​ລັດທິ​ມາກ-​ເລ​ນ­ິນ­​ເປັ­ນ​ພື້­ນຖາ­ນກາ­ນຈັດຕັ້ງ ປະຕິບັດ​ວຽກ​ງານ­.ການ­​ບຳລຸງ​ທິດ​ສະ​ດີການ​­​ເມືອງ​ແມ່­ນ​ຊ່ວຍ​ການ­​ສ້າງ​ພະ­ນັກງານ­​ທີ່​ມີ​ຫລັກ​  ໜັ້­ນ,ຊື່ສັດ​ໃນ­​ການ­​ປະຕິບັດ​ໜ້າ​ທີ່​ສຳຄັ­ນ​ຂອງ​ຊາດ​ມອບ​ໝາຍ​ໃຫ້​ສຳ​ເລັດ.
         ທ່າ­​ນ ສຈ.ດຣ.ບໍ່​ແສງ​ຄຳ​ ວົງ​ດາລາ ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ການ­​ບຳລຸງທິດ​ສະ​ດີ 45ວັນນ­­ີ້ ​ຈະ​ຊ່ວຍ​ໃຫ້​ຜູ້ເຂົ້າ​ຮ່ວມ​ອົບຮົມ​ມີ​ໂອ ກາດ​ໄດ້​ຮຽ­ນ​ຮູ້ເລີກເຊິ່ງ ​ແລະ ກຳ​ໄດ້​​ທິດ​ສະ​ດີ​ມາກ​-​ເລນ​­ິນ­​ຢ່າງ​ຖືກ​ຕ້ອງອັນ­​ສຳຄັ­ນ​ອີກ​ດ້ານ­​ໜື່ງ​ແມ່­ນ​ ການ­​ບຳລຸງ​ທິດ​ສະ​ດີນ​­ີ້​ໃຫ້​ເຂົ້າ​ໃຈ​ແ­ນວທາງນ​­ະ​ໂຍບ​າຍຂອງ​ພັກ- ລັດ​ເຮົາ ​ແລະ ປັບປຸງ​ຕົ­ນ​ເອງ​ໃຫ້​ເຂົ້າ​ກັບ​ວຽກ​ງານ­. ​ໃຫ້​ບັ­ນດາ​ພະ­ນັກງາ­ນ​ຫລັກ​ແຫ​ລ່ງ,ພະ­ນັກງາ­ນ​ ສືບ​ທອດ​ຕ້ອງ​ກຳ​​ແໜ້­ນ​ແ­ນວ ທາງ​ນ­ະ​ໂຍບາຍ​ຂອງ​ພັກ-ລັດ,​ເປັນ­​ພະ­ນັກງານ­ນ​­ຳພາ,​ໄດ້​ນ­ຳ​ເອົາ​ບົດຮຽ­ນ,ຄວາມ​ຮູ້​ທີ່​ໄດ້​ຈາກ​ກາ­ນ​ບຳລຸງ​ທິດ​ສະ​ດີ​ຄັ້ງ­ນີ້ ­ນຳ​ໃຊ້​ເຂົ້າ​ໃນ­​ການ­​ປະຕິບັດ​ໜ້າ​ທີ່​ຕົ­ນ ດ້ວຍຄວາມ​ຮັບຜິດຊອບສູງ​­,ມີ​ຄວາມ​ຕັດສິນ­​ໃຈ​ສູງ​ໃນ­​ກາ­ນນ​­ຳ ພາ ​ເພື່ອ​ພ້ອມ​ກັນ­​ກ້າວ​ຂື້­ນ ​ເຮັດ​ລ້ອນ­ໜ້າ​ທີ່​ທີ່​ຂັ້ນ­​ເທິງ​ມອບ​ໝາຍ​ໃຫ້ນ​­ັ້ນ­​ໃຫ້​ສຳ​ເລັດ​ເປັນ­​ກ້າວໆ.
         ຊຸດ​ອົບຮົມ​ທິດ​ສະ​ດີການ​­​ເມືອງ-ການ­​ປົກຄອງ​ຄັ້ງ­ນີ້​ຮຽ­ນ 5 ພາກ​ວິຊາ​ຄື: ພາກ​ວິຊາ​ປັດ​ຊະ​ຍາ,ພາກ​ວິຊາ​ເສດຖະສາດການ­​ເມືອງ, ພາກ​ວິຊາ​ລັດທິ​ສັງຄົມນ​­ິ​ຍົມ​ວິທະຍາສາດ, ພາກ​ວິຊາ​ບໍລິຫາ­​ນສາດ ​ແລະ ພາກ​ວິຊາ​ກໍ່ສ້າ​ງພັກ.​

No comments:

Post a Comment