ທ່ານ
ອາຊ່າງ ລາວລີ ຮອງນາຍົກລັດຖະມົນຕີ ຜູ້ຊີ້ ນຳ ວຽກງານວັດທະນະທຳ - ສັງຄົມ ໃຫ້ກຽດ ເຂົ້າຮ່ວມເປັນປະທານ
ກອງປະຊຸມລາຍງານຄວາມຄືບໜ້າ ໃນການຈັດ ຕັ້ງປະຕິບັດເປົ້າໝາຍສະຫັດສະ ວັດດ້ານການພັດທະນາ
ຂອງຂະແໜງສາທາລະນະສຸກ ໃນຕອນເຊົ້າຂອງວັນທີ 7 ມິຖຸນາຜ່ານມາ ທີ່ກະ ຊວງສາທາລະນະສຸກ
ໂດຍມີ ສຈ.ດຣ ເອກ ສະຫວ່າງ ວົງວິຈິດ
ລັດຖະມົນຕີວ່າການກະຊວງສາທາລະນະສຸກ, ມີລັດຖະມົນຕີ ຊ່ວຍ, ຫົວໜ້າກົມ ແລະ
ເຂົ້າຮ່ວມ.
ລັດຖະມົນຕີວ່າການກະຊວງທາລະນະສຸກ
ກ່າວວ່າ: ໃນໄລຍະ ທີ່ຂະແໜງການດັ່ງ ກ່າວພວມຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິ
ບັດເປົ້າໝາຍສະຫັດສະວັດດ້ານ ການພັດທະນາ ຕິດພັນກັບ 3 ເປົ້າ ໝາຍຄື: ຫຼຸດຜ່ອນອັດຕາການເສຍ
ຊີວິດຂອງເດັກ, ປັບປຸງສຸຂະພາບ ຂອງແມ່ ແລະ ຕ້ານກັບເຊື້ອພະ ຍາດ HIV/ ເອດສ໌, ໄຂ້ມາລາເຣຍ
ແລະ ພະຍາດອື່ນໆສອດຄ່ອງກັບ ເປົ້າໝາຍການລືບ ລ້າງຄວາມ ທຸກຍາກ - ໄພອຶດ ຫິວ ແລະ ເປົ້າ
ໝາຍຮັບປະກັນຄວາມຍື່ນຍົງ ດ້ານສິ່ງແວດລ້ອມ (ນ້ຳສະອາດ ແລະ ວິດຖ່າຍ) ນັ້ນ ຂະ ແໜງສາທາລະນະສຸກໄດ້ມີການພັດທະນາ
ຫຼາຍດ້ານທັງໃນດ້ານຄຸນນະພາບ ແລະ ປະລິມານ. ທັງນີ້ ຜ່ານ ການຈັດ ຕັ້ງປະຕິບັດແຜນພັດທະນາສາ
ທາລະນະສຸກ 5 ປີຜ່ານມາ ຂະແໜງການດັ່ງກ່າວ ໄດ້ມີຄວາມ ຄືບໜ້າ ແລະ ສຳເລັດຫຼາຍດ້ານ
ເຂົ້າໃນການບັນລຸບັນດາເປົ້າ ໝາຍສະຫັດສະວັດ ດ້ານການ ພັດທະນາ ເຊິ່ງມັນສະແດງອອກ:
ດ້ານການລືບລ້າງຄວາມທຸກຍາກ ແລະ ໄພອຶດຫີວ: ໃນໄລຍະ 2 ປີ ເຄິ່ງກະຊວງສາ ທາລະນະສຸກໄດ້
ມີຄວາມພະຍາຍາມໃນການປຸກລະດົມ ສົ່ງເສີມຂະບວນ ການອະນາໄມ - ກັນພະຍາດ ເພື່ອປ່ຽນ ແປງ
ພຶດຕິກຳການດຳລົງຊີວິດຂອງປະຊາຊົນໃຫ້ຖືກຕ້ອງຕາມ ຫຼັກ ການອະນາໄມ 3 ສະອາດ.
ການຫຼຸດຜ່ອນອັດຕາການເສຍຊີ ວິດຂອງເດັກ: ອັດຕາການຕາຍ ຂອງເດັກ ອາຍຸ 5 ປີ ມີທ່າອ່ຽງ
ທີ່ຈະບັນ ລຸໄດ້ ເພາະອີງຕາມຜົນ ການສຳຫຼວດດັດສະນີໝາຍສັງ ຄົມລາວ (LSIS) ປີ 2011 ແມ່ນ
73/1.000 ຂອງການເກີດມີ ຊີວິດ ແລະ ຄາດໝາຍໃຫ້ບັນລຸໃນ ປີ 2015 ໃຫ້ໄດ້ 70/1.000 ຂອງ
ການເກີດມີຊີວິດ ເຊັ່ນດຽວກັນກັບ ອັດຕາການສັກຢາກັນພະຍາດໝາກແດງໃຫ້ເດັກນ້ອຍກຸ່ມອາຍຸ 1
ປີ ເຫັນວ່າມີຄວາມ ສ່ຽງສູງ ໄດ້ ພຽງແຕ່ 55 % ແຕ່ຄາດໝາຍໃຫ້ບັນລຸໃນປີ 2015 ແມ່ນ 90 %.
ການຕ້ານກັບເຊື້ອພະ ຍາດ HIV/ ເອດສ໌, ໄຂ້ມາລາເຣຍ ແລະ ພະຍາດອື່ນໆ...ສາມາດຄວບຄຸມອັດ
ຕາການ ຕິດເຊື້ອ HIV ໃນ ກຸ່ມປະຊາຊົນທົ່ວໄປໄດ້ໃນລະດັບ 0,28 %, ອັດຕາການຕິດເຊື້ອ HIV
ໃນ ກຸ່ມສຽງ ອາຍຸ 15 - 24 ປີ ປະຕິບັດ ໄດ້ 1,2 %, ໃນກຸ່ມສາວບໍລິການ ອາຍຸແຕ່ 14 - 49
ປີ ໄດ້ 2,44 % ພ້ອມນັ້ນ ຍັງໄດ້ສະ ໜອງການປິ່ນປົວດ້ວຍຢາ
ARV ໃຫ້ຜູ້ຕິດເຊື້ອ 9 ແຫ່ງ ກວມເອົາ 52,3 % ຂອງຜູ້ ຕິດເຊື້ອທັງໝົດ ແລະ ໄດ້ຊຸກຍູ້
ສົ່ງເສີມໃຫ້ກຸ່ມແມ່ຍິງບໍລິການກັບ ລູກຄ້າໃຫ້ໃຊ້ຖົງຢາງອະນາໄມ ທຸກຄັ້ງກວມເອົາ 92,5 %.
ນອກນັ້ນ ອັດຕາການຕາຍຍ້ອນພະ ຍາດໄຂ້ຍຸງ,ພະຍາດວັນນະໂລກ ແລະ ພະຍາດອື່ນໆກໍຢູ່ ໃນລະ ດັບທີ່ຈະສາມາດບັນລຸໄດ້.
ບັນຫາ ການຮັບປະກັນຄວາມຍື່ນຍົງ ດ້ານສິ່ງແວດລ້ອມ (ນ້ຳສະອາດ ແລະ ວິດຖ່າຍ)
ແມ່ນບັນລຸໄດ້ສູງ ເຊັ່ນດຽວກັນ ເພາະໃນປີ 2011 (LSIS) ແມ່ນໄດ້ 59 % ທຽບກັບຄາດ ໝາຍໃຫ້ບັນລຸໃນປີ
2015 ແມ່ນ 60 %.ລັດຖະມົນຕີວ່າການ ກະຊວງສາທາລະນະສຸກຍັງກ່າວອີກ ວ່າ: ເຖິງວ່າຜົນຂອງການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະ
ວັດ ດ້ານການພັດທະນາຂອງຂະແໜງສາທາ ລະ ນະສຸກມີຫຼາຍດ້ານທີ່ສາມາດປະຕິບັດໄດ້ຕາມ ແຜນແຕ່ກໍຍັງມີຄວາມຫຍຸ້ງຍາກ
ແລະ ສິ່ງທ້າທາຍຫຼາຍ ປະ ການທີ່ຂະແໜງການດັ່ງກ່າວຕ້ອງໄດ້ສູ້ຊົນຜ່ານຜ່າໃຫ້ໄດ້ເຊິ່ງຕາມທິດທາງແຜນການໃນຕໍ່ໜ້າແມ່ນຈະສືບ
ຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນແຜນການທີ່ວາງໄວ້ໂດຍຕິດພັນ ແລະ ສອດຄອງກັບເນື້ອ
ໃນ 4 ບຸກທະລຸ ແລະ ທິດທາງແຜນການທົດລອງ 3 ສ້າງທີ່ພັກ ແລະ ລັດຖະບານວາງອອກ.
ໃນໂອກາດດັ່ງກ່າວທ່ານ ຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ກໍໄດ້ສະແດງຄວາມຊົມ
ເຊີຍຕໍ່ ໝາກຜົນຂອງການຈັດຕັ້ງ ປະຕິບັດ ພ້ອມທັງຮຽກຮ້ອງໃຫ້ ຂະແໜງສາທາລະນະສຸກຈົ່ງສືບ
ຕໍ່ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດບັນດາແຜນການຕ່າງໆໃຫ້ ສຳເລັດຕາມແຜນການທີ່ວາງໄວ້
ທີ່ສຳຄັນແມ່ນ ຮຽກຮ້ອງໃຫ້ຂະແໜງການດັ່ງກ່າວ ສືບຕໍ່ຮັກສາມູນເຊື້ອ ແລະ
ເຮັດລ້ອນໜ້າທີ່ໃນການປັບປຸງຄຸນນະ ພາບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆໂດຍສະເພາະແມ່ນໃນບັນດາ
ແຂວງ ແລະ ຂົງເຂດເປົ້າໝາຍທີ່ຍັງຕ້ອງການຄວາມຊ່ວຍເຫຼືອດ້ານສາທາລະນະສຸກຫລາຍທີ່ສຸດ.
No comments:
Post a Comment