ໃນໄລຍະເຄື່ອນໄຫວເຮັດ ວຽກຢູ່ແຂວງໄຊຍະບູລີ ແລະ ຫລວງພະບາງ ລະຫວ່າງວັນທີ 6-8
ມິຖຸ ນານີ້, ທ່ານ ສະຫວັນ ຄອນ ຣາຊະມົນຕີຣ ລັດຖະມົນຕີຊ່ວຍວ່າການກະຊວງ ຖະ ແຫລ່ງຂ່າວ, ວັດທ
ນະທຳ ແລະ ທ່ອງທ່ຽວ. ໄດ້ຍາດເວລາພົບປະໂອ້ລົມ ແລະ ແນະນຳພະ ແນກ ຖວທສອງແຂວງດັ່ງກ່າວ ຈະຕ້ອງໄດ້ເອົາໃຈໃສ່
ແລະ ຈັດຕັ້ງປະຕິບັດໃຫ້ເກີດດອກ ອອກຜົນໂດຍສະເພາະແມ່ນບັນດາເນື້ອໃນຈິດໃຈຂອງກອງປະຊຸມກາງສະໄໝເປີດ ກວ້າງຂອງ ອົງຄະນະພັກກະຊວງ
ຖວທ ເຊິ່ງຫາກໍຈັດຂຶ້ນລະຫວ່າງ ວັນທີ 30-31 ພຶດສະພາຜ່ານມາ ໂດຍ ທ່ານລັດຖະມົນຕີຊ່ວຍວ່າ
ການແນະນຳວ່າ:ສຳລັບວຽກຖະ ແຫລ່ງ ຂ່າວແມ່ນໃຫ້ທ້ອງຖິ່ນ ເພີ່ມທະວີນຳເອົາຂໍ້ມູນຂ່າວສານ
ລົງສູ່ຮາກຖານປະຊາຊົນໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະແມ່ນບັນດາບ້ານເປົ້າ
ໝາຍເຮັດທົດລອງ 3 ສ້າງນັ້ນ ໃຫ້ເປັນປົກກະຕິ ແລະ ໜັກ ແໜ້ນ ເພື່ອປະຊາຊົນຮັບຮູ້ ແລະ
ກຳໄດ້ ແໜ້ນບັນດາແນວທາງນະໂຍບາຍ ແລະ ມະຕິຄຳສັ່ງຕ່າງໆທີ່ ພັກ-ລັດ ຖະບານວາງ ອອກ
ເພື່ອນຳມາຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງຕົນມີປະສິດທິຜົນສູງຂຶ້ນພ້ອມ ນັ້ນພະແນກການຖະແຫລ່ງຂ່າວ,
ວັດທະນາທຳ ແລະ ທ່ອງທ່ຽວ ກໍຕ້ອງເປັນເຈົ້າການນຳພາທາງໃນວຽກງານ ຂອງຕົນ
ເພື່ອສາມາດຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໂດຍສະເພາະແມ່ນ ການນ ຳເອົາຂໍ້ມູນຂ່າວສານ
ແລະ ສາລະປະໂຫຍດຕ່າງໆລົງສູ່ຮາກຖານ
ປະຊາຊົນໃຫ້ທົ່ວເຖິງພ້ອມນັ້ນ ຜູ້ເປັນ ນັກຂ່າວ, ນັກຂຽນກໍຕ້ອງຮູ້ຂຽນ,
ຂຽນແນວໃດຖຶກຕ້ອງ ແລະ ປະຊາຊົນ ເຂົ້າໃຈງ່າຍ ໃນແຕ່ລະບັນຫາ ທົ່ວພັກ, ລັດຖະບານວາງໄວ້ ແລະ
ພິເສດເຮັດແນວໃດໃຫ້ປະຊາຊົນ ເຂົ້າມາມີສ່ວນຮ່ວມໃນຂະບວນ ການດັ່ງກ່າວຫລາຍຂຶ້ນດັ່ງນັ້ນ
ນັກຂ່າວກໍຕ້ອງເອົາໃຈໃສ່ສ່ອງແສງບັນຫາ, ວຽກດີຄົນເດັ່ນຢູ່ໃນຮາກຖານ ໃຫ້ຫລາຍຂຶ້ນເພື່ອ ເຂົາເຈົ້າສາມາດສະແດງທັດສະນະຂອງຕົນໄດ້ຖືກຕ້ອງຕາມແນວທາງນະໂຍບາຍຂອງ
ພັກ ແລະ ລະບຽບກົດໝາຍຂອງລັດດັ່ງ ນັ້ນ ວຽກຫັນລົງພື້ນຖານຈິ່ງມີຄວາມສຳຄັນ ແລະ
ຈຳເປັນສຳລັບ ນັກຂ່າວພວກເຮົາເພື່ອກະຕຸກຊຸກຍູ້ການຜະລິດຂອງປະຊາ ຊົນ, ບ້ານໃດ, ເມືອງໃດເຮັດໄດ້ດີກໍຕ້ອງຂຽນ
ຍ້ອງຍໍຊົມເຊີຍເຂົາເຈົ້າ ແລະ ບ່ອນໃດ ເຮັດບໍ່ໄດ້ດີ ກໍຕ້ອງຂຽນ ແນະນຳ ແລະ
ຊອກວິທີການຊ້ວຍ ເຫລືອ ເຂົາເຈົ້າເພື່ອສາມາດປ່ຽນແປງໄປສູ່ຄວາມກ້າວໜ້າສີວິໄລ.
ສ່ວນວຽກງານວັດທະນາທຳ, ທ່ານລັດຖະມົນຕີຊ່ວຍ ກໍໄດ້ແນະນຳໃຫ່ພະແນກເອົາໃຈໃສ່ພັດທະນາໄປຕາມແນວທາງ ນະໂຍບາຍສ້າງບ້ານ ແລະ ຄອບຄົວວັດທະນະທຳ ໃຫ້ມີຄວາມໜັກແໜ້ນ ແລະ ບ້ານໃດ, ຄອບຄົວໃດສ້າງ ໄດ້ແລ້ວກໍຕ້ອງຮູ້ ປົກປັກຮັກສາ ແລະ ສ້ງຕົນເອງໃຫ້ນັບມື້ມີຄຸນນະພາບສູງ ເດັ່ນຂຶ້ນ.
ສຳລັຍວຽກທ່ອງທ່ຽວກໍໃຫ້ມີຈຸດສຸມ ແລະ ຮູ້ນຳໃຊ້ທ່າ ແຮງ ແລະ ເງື່ອນໄຂ ຂອງທ່ອງຖິ່ນ ທີ່ມີ
ຢູ່, ສ່ວນຢູ່ແຂວງໄຊຍະບູລີ ນອກຈາກຈຸດເດັ່ນຂອງບຸນຊ້າງ ແລະ ທ່ອງທ່ຽວທຳມະ ຊາດອື່ນໆແລ້ວ
ພາຍ ຫລັງສຳເລັດການກໍ່ສ້າງເຂື່ອນ ໄຟຟ້າພະລັງງານນ້ຳໄຊຍະບູລີ ໃນອີກ 5-6 ປີຕໍ່ໜ້ານີ້
ກໍຈະເປັນ ທ່າແຮງສຳ ຄັນໜຶ່ງໃຫ້ແຂວງສາມາດຂະຫຍາຍກິດຈະກຳການທ່ອງທ່ຽວທຳມະຊາດທີ່ງົດງາມໃນບໍລິເວນດັ່ງກ່າວໃຫ້
ມີປະໂຫຍດສູງສຸດ ແລະ ຍືນຍົງຕະຫລອດໄປ.
No comments:
Post a Comment