Ad

Ad

10 June 2013

ETL ຈັບ​ສະຫຼາກ​ສຸ່ມຫາ​ຜູ້​ໂຊກ​ດີ​ປະຈຳ​ເດືອນພຶດສະພາ



         ບໍລິສັດ ETL ມະຫາຊົນ ໄດ້​ຈັດ​ພິທີ​ສຸ່ມ​ຫາ​ຜູ້​ໂຊກ​ດີ ຈາກ​ໂຄງ ການ​ແຈກໂຊກ 3 ຊັ້ນ ພາກ 2 ປະຈຳເດືອນ ພຶດສະ ພາໃນວັນທີ 8 ມິຖຸນານີ້ ຢູ່ຕະຫຼາດ ໂພນສະຫວ່າງ ເມືອງ ຈັນທ ະບູລີ ນະຄອນ ຫຼວງວຽງຈັນ.
       ສຳລັບການສຸມຫາຜູ້ໂຊກດີ ປະຈຳເດືອນພຶດສະພາ ນີ້ ມີຂອງ ລາງວັນຢ່າງຫຼວງຫຼາຍ ເຊິ່ງ ແບ່ງ ອອກ ເປັນສອງໝວດຄື: ໝວດສະ ເພາະບັດຕື່ມມູນຄ່າໂທ 15.000 ກີບ ແລະ ໝວດບັດ 10.000 ກີບ, 30.000 ກີບ, 50.000 ກີບ, 100.000 ກີບ, 200.000 ກີບ ແລະ 500.000 ກີບ ໂດຍມີຂອງລາງ ວັນ ຄື: ລົດຈັກຄາລຊິກ ຈຳນວນ 6 ລາງວັນ, ພັດລົມອາຍນ້ຳ ຈຳ ນວນ 10 ລາງວັນ, ເຕົາປີ້ງ ຈຳນວນ 20 ລາງວັນ, ມືຖືສະບາຍດີ ໂມບາຍ 30 ລາງວັນ ແລະ ຄັນຮົ່ມ ໃຫຍ່ ອີທີແອລ ຈຳນວນ 40 ລາງ ວັນ ຊຶ່ງ ການສຸ່ມຫາຜູ້ໂຊກດີໃນ ຄັ້ງນີ້ ກໍເປັນຄັ້ງທີ ສອງສຳລັບ ໂຊກຊັ້ນທີ 2 ຄືຜູ້ໂຊກດີປະຈຳເດືອນພຶດສະພາ.
        ຫົວໜ້າຝ່າຍການຕະຫຼາດ ບໍລິສັດ ອີທີແອລ ໃຫ້ຮູ້ວ່າ: ໃນ ໄລຍະຜ່ານມາ ອີທີແອລ ກໍໄດ້ມອບ ລາງວັນໃຫ້ແກ່ຜູ້ໂຊກ ດີປະຈຳອາທິດ ແລະ ປະຈຳເດືອນ ໄປ ແລ້ວຢ່າງຫຼວງຫຼາຍ,  ຢູ່ນະຄອນຫຼວງວຽງ ຈັນ ແລະ ຕ່າງແຂວງ. ສຳລັບຜູ້ໂຊກດີຄັ້ງນີ້ ທາງບໍລິສັດຈະໄດ້ແຈ້ງຜ່ານສື່ຕ່າງໆລວມທັງຈະໄດ້ຕິດຕໍ່ຫາເ ບີໂທຜູ້ໂຊກດີເພື່ອມາຮັບຂອງລາງວັນ.

No comments:

Post a Comment