Ad

Ad

10 June 2013

ຜົນການສືບສວນ-ສອບສວນຄັ້ງທີ III ຂອງ ເຈົ້າຫນ້າທີ່ຕຳຫລວດກ່ຽວກັບການຊອກຕົວ ທ້າວ ສົມບັດ ສົມພອນ



         ໃນ​ວັນ​ທີ 7 ມິຖຸນາ 2013 ນີ້ ທີ່​ຫ້ອງ​ປະ ຊຸມ​ກົມ​ໃຫຍ່​ຕຳຫລວດ, ກະຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ​ ທ່ານ ພັນ​ເອກ ດຣ. ເພັງ​ສະ ຫວັນ ທິບ​ພະ​ວົງ​ໄຊ  ຮອງ​ຫົວໜ້າ​ກົມ​ໃຫຍ່​ຕຳຫລວດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ຄະນະ​ຮັບຜິດຊອບ​ດຳ​ເນີນ​ຄະດີ​ການ​ສືບ ສວນ-ສອບ​ສວນ​ ຊອກ​ຕົວ​ທ້າວ ​ສົ​ມບັດ ສົມ​ພອນ ໄດ້​​ຖະ​ແຫລ​ງຂ່າວ​ ກ່ຽວກັບ​ຜົນ​ການ​ສືບສວນ-ສອບ​ສອບ​ຄັ້ງທີ III ຂອງ​​ເຈົ້າ​ໜ້າ​ທີ່​ຕຳຫລວດ​ ໃນການ​ຊອກ​ຫາ​ຕົວ​ທ້າວ ສົມບັດ ສົມ​ພອນ  ໂດຍ​ມີ​ບັນດາ​ສື່​ມວນ​ຊົນ​ຂະ​ແໜງ​ການ​ຕ່າງໆ​ ​ແລະ ພະນັກ ງານ​ທີ່​ກ່ຽວ​ຂ້ອງເຂົ້າ​ຮ່ວມ.
           ທ່ານ ພັນ​ເອກ ດຣ. ເພັງ​ສະຫວັນ ທິບ​ພະ​ວົງ​ໄຊ ​ໄດ້​ກ່າວວ່າ: ເພື່ອເປັນການຮັບຮູ້ ເພີ່ມຕື່ມຕໍ່ ຄວາມຄືບໜ້າກ່ຽວກັບການສືບສວນ-ສອບສວນ ​ຊອກ​ຫາ​ຕົວ​ທ້າວ ສົມບັດ ສົມ​ພອນ ຂອງເຈົ້າໜ້າທີ່ຕຳ ຫລວດຜ່ານມາ, ຂ້າພະເຈົ້າຕາງໜ້າໃຫ້ຄະນະ​ຮັບຜິດຊອບ​ດຳ​ເນີນ​ຄະດີ​ ຂໍແຈ້ງຜົນການ​ສືບສວນ-ສອບ​ສວນ​ ຊອກ​ຕົວ​ທ້າວ ​ສົ​ມບັດ ສົມ​ພອນ ຕື່ມດັ່ງນີ້: ຫລັງ​ຈາກທີ່​ຂ້າພະ​ເຈົ້າ​ ໄດ້​ແຈ້ງ​ຜົນ​ການ​ສືບສວນ-ສອບ​ສວນ ​ຊອກ​ຫາ​ຕົວທ້າວ ສົມບັດ ສົມ​ພອນ 02 ຄັ້ງຜ່ານ​ມາ, ຄະນະ​ຮັບ ຜິດຊອບ​ດຳ​ເນີນ​ຄະດີ​ ກໍ​ໄດ້​ເອົາ​ໃຈ​ໃສ່​ສືບຕໍ່​​ດຳ​ເນີນ​ການ ສືບສວນ- ສອບ​ສວນ ​ເກັບ​ກຳ​ແຫ​ລ່ງ ຂ່າວ, ຂໍ້​ມູນ​ຕ່າງໆ​ນຳ​ບຸກຄົນ, ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດ​ຄື: ​ໄດ້​ລົງ​ໄປ​ສົມທົບ​ກັບ​ອຳ​ນາດ​ການ​ປົກຄອງ​ບ້ານ​ຊຳ​ເກດ, ​ເມືອງ​ສີ​ໂຄດ​ຕະ ບອງ, ​ແລະ ບ້ານ​ຊ້າງ​ຫົວ​ບໍ່, ເມືອງ​ໄຊ​ທານີ, ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ລົງ​ເກັບ​ກຳ​ຂໍ້​ມູນ ສາຍ​ພົວພັນ​ຕ່າງໆ​ຂອງ​ຜູ້ກ່ຽວ​ ຢູ່​ສູນ​ປັນຍາ​ນິ​ເວດ ​ແລະ ສູນ​ຮຽນ​ຮູ້​ສວນ​ໄມ້​ລາວ. ນອກ​ນັ້ນ ຍັງ​ສືບ ຕໍ່ລົງ​ເກັບ​ຂໍ້​ມູນຢູ່​ບ້ານ​ນາ​ຄຳ, ​ເມືອງ​ສີ​ໂຄດ​ຕະບອງ ​ແລະ ບ້ານ​ໂຄກ​ນິນ, ​ເມືອງ​ສີ​ສັດຕະ​ນາກ ​ແລະ ຈຸດ​ອື່ນໆ​ຈຳນວນ​ໜຶ່ງ​ຕື່ມ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຊອກ​ຫາ​ຕົວ​ຜູ້ກ່ຽວ, ສືບຕໍ່​ປະສານ​ສົມ ທົບ, ກວດກາ ​ແລະ ມອບໝາຍ​ໃຫ້​ທຸກ​ເລົ່າ​ຮົບ​ວິຊາ​ສະ​ເພາະ​ ຂອງ​ເຈົ້າ​ໜ້າ​ທີ່​ຕຳ ຫລວດ​ທົ່ວ​ປະ​ເທດ​ ໃນ​ການ​ສືບຕໍ່​ຕິດຕາມ​ຊອກ​ຫາ​ແຫ​ລ່ງຂ່າວ ​ແລະ ຂໍ້​ມູນ​ຕ່າງໆ ​ທີ່​ກ່ຽວ​ພັນ​ເຖິງ​ການ​ຊອກ​ຫາ​ຕົວ​ຜູ້ ກ່ຽວ, ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ສາກົນ​
ລາວ ​ໄດ້​ສືບຕໍ່​ເຮັດ​ໜັງສື​ສະ​ເໜີ​ເຖິງ​ອົງການ​ຕຳຫລວດ​ສາກົນ ​ອອກ​ໃບ​ແຈ້ງ​ບຸກຄົນ (ທ້າວ​ສົມ ບັດ ສົມ​ພອນ) ສູນ ຫາຍ​ ສີເຫລືອງ​ ​ແລະ ອົງການ​ຕຳຫລວດ​ສາກົນ​ ກໍ​ໄດ້​ອອກ​ເອກະສານ​ເປັນ​ໃບ​ແຈ້ງ​ບຸກຄົນ (ທ້າວ ສົມບັດ ສົມ​ພອນ) ສູນຫາຍ ສີ​ເຫລືອງ ​ໃນ​ວັນ​ທີ 23 ເມສາ 2013 ອອກ​ສື່​ມວນ​ຊົນ ລວມທັງ​ລົງ​ອິນ​ເຕີ​ເນັດ, ຕິດ ຕາມ​ຜົນ​ ທີ່ເຈົ້າ​ໜ້າ​ທີ່​ຕຳຫລວດ​ສາກົນ​ລາວ ​ໄດ້​ເຮັດ​ໜັງສື​ແຈ້ງ​ເຖິງ​ບັນ ດາ​ປະ​ເທດ​ສະມາຊິກ​ຕຳຫລວດ​ສາກົນ ແລະ ຕຳຫລວດ​ອາ​ຊຽນ ຊ່ວຍ​ຊອກ​ຫາ​ຂໍ້​ມູນ ແລະ ຕົວ ທ້າວ ສົມບັດ ສົມ​ພອນ ຊຶ່ງ​ກໍ​ໄດ້​ຮັບ​ແຈ້ງ​ຕອບ​ຈາກ​ຕຳຫລວດ​ສາ ກົນ 06 ປະ​ເທດ​ຄື: ປະ​ເທດ​ຍີ່ປຸ່ນ, ອິນ​ເດຍ ​ແລະ ຝຣັ່ງ ສະ​ເໜີ​ໃຫ້​ຕຳ ຫລວດ​ລາວ ສະໜອງ​ຂໍ້​ມູນ​ທີ່​ຈຳ​ເປັນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຊອກ​ຫາ​ເຊັ່ນ: ​ເລກ​ໜັງສື່​ຜ່ານ​ແດນ ແລະ ບັດປະ​ຈຳ​ຕົວ​ ຂອງ​ທ້າວ ສົມບັດ ສົມ​ພອນ ຊຶ່ງ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ສາກົນ​ລາວ ​ໄດ້​ສົ່ງ​ຂໍ້​ມູນ​ດັ່ງກ່າວ​ໃຫ້​ປະ​ເທດ ສະ​ເໜີ​ມາ​ນັ້ນ​ແລ້ວ, ປະ​ເທດ ສ. ​ເກົາ ຫລີ ໄດ້​ແຈ້ງວ່າ: ຜ່ານ​ການ​ກວດ ກາ​ພົບ​ວ່າ ​ໃນ​ວັນ​ທີ 9 ພະຈິກ 2012 ທ້າວ ສົມບັດ ສົມ​ພອນ ໄດ້​ເດີນທາງ​ອອກ​ຈາກ​ປະ​ເທດ​ ສ. ​ເກົາຫລີ ແລະ ມາ​ປະ​ເທດ​ໄທ,  ສະ ຫະລັດ​ ອາ​ເມ​ລິ​ກາ​ແຈ້ງວ່າ: ນັບ​ແຕ່​ໄດ້​ຮັບ​ໜັງສື​ສະ​ເໜີ​ ກໍ​ໄດ້​ບັນ ທຶກ​ເຂົ້າ​ໃນ​ບັນຊີ​ຕິດຕາມ​ ການ​ເຂົ້າ​-ອອກ​ເມືອງ​ ຂອງ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ, ປະ​ເທດສະ​ເປ​ນ​ແຈ້ງ ວ່າ: ຜ່ານ​ການ​ກວດກາ​ບໍ່​ພົບ​ເຫັນ, ​ໃນ​ວັນ​ທີ 24/4/2013 ໄດ້​ເຊີນນາງ ອຶງ ຊຸຍ​ມິ​ງ ຜູ້​ມາ​ແຈ້ງ​ຄວາມ​ການ​ ຫາຍ​ຕົວ​ຂອງທ້າວ ສົມບັດ ສົມ​ພອນ ມາ​ຮັບ​ຊາບ​ຜົນ​ຂອງ​ການ​ສືບສວນ-ສອບ​ສວນ​ຜ່ານ​ມາ ​ແລະ ​ໄດ້​ສືບຕໍ່​ພ້ອມ​ກັນ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ​ຕື່ມ​ອີກ. ນອກ​ນັ້ນ ຄະນະ​ຮັບ​ຜິດຊອບ​ຄະດີ​ຍັງ​ໄດ້​ພົບ ແລະ ​ໃຫ້​ຄຳ​ອະທິບາຍ​ ຊີ້​ແຈ້ງ​ ກ່ຽວ​ກັບ​ບັນຫານີ້ ຕໍ່​ທ່ານ​ທີ່​ສົນ​ໃຈ ບັນດາ​ຜູ້ຕາງໜ້າ​ສະຖານທູດ​ຕ່າງ ປະ​ເທດ ປະ​ຈຳ​ ສປປ. ລາວ. ທັງ​ໝົດ​ນັ້ນ​ ໄດ້​ສະ​ແດງ​​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ ຢ່າງ​ມີ​ຄວາມ​ຮັບຜິດ ຊອບ​ສູງ​ ຂອງ​ການ​ນຳ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ກໍ​ຄື​ ກົ​ມ​ໃຫຍ່​ຕຳ ຫລວດ ​ໃນ​ການ​ຊີ້ນຳ​ຕໍ່​ການ​ສືບ​ສວນ-ສອບ​ສວນ​ ຊອກ​ຫາ​ຕົວທ້າວ​ ສົມບັດ ສົມ​ພອນ ຂອງ​ຄະນະ​ຮັບຜິດ ຊອບ​ດຳ​ເນີນ​ຄະດີ​ ໃຫ້​ດຳ​ເນີນ​ໄປ​ເປັນ​ປົກກະຕິ ຕາມ​ຫລັກການ​ວິຊາ​ສະ​ເພາະ ​ແລະ ລະບຽບ​ກົດໝາຍ​ຂອງ ສປປ. ລາວ. ມາ​ຮອດ​ປັດຈຸ​ບັນຍັງ​ບໍ່​ທັນ​ພົບ​ເຫັນ​ຕົວ​ຜູ້ກ່ຽວ​ເທື່ອ ​ຊຶ່ງ​ຄະນະ​ຮັບ​ຜິດ​ຊອບ​ດຳ​ເນີນ​ຄະດີ​ພວກ​ຂ້າພະ​ເຈົ້າ ​ກໍ​ໄດ້​ມີ​ແຜນ​ສືບຕໍ່​ດຳ​ເນີນ​ການ​ສືບສວນ-ສອບ​ສວນ ​ເກັບ​ກຳ​ຂໍ້​ມູນ, ກວດກາ​ ພິສູດ​ແຫ​ລ່ງຂ່າວ, ຂໍ້​ມູນ​ຕ່າງໆ​ນຳ​ບຸກຄົນ, ພາກ​ສ່ວນ​ຕ່າງ​ໆ​ຢູ່​ພາຍໃນ ແລະ ຕ່າງປະ​ເທດ​ຕື່ມ​ຕາມ​ພະລະ​ບົດ ບາດ​ ໜ້າ​ທີ່​ ທີ່​ໄດ້​ຮັບ​ມອບ​ໝາຍ. ດັ່ງນັ້ນ ຈຶ່ງ​ແຈ້ງ​ມາ​ຍັງ​ທຸກ​ພາກ ສ່ວນ, ທຸກ​ອົງການ​ຈັດຕັ້ງພາຍ​ໃນ ແລະ ຕ່າງປະ​ເທດ​ຊາບ ​ຖ້າ​ຫາກ​ໃຜມີ​ແຫ​ລ່ງຂ່າວ, ຂໍ້​ມູນ​ຫລັກ​ຖານ​ໃດໆ​ ກ່ຽວຂ້ອງ​ກັບ​ບັນຫາ​ດັ່ງກ່າວ​ນີ້​ແມ່ນ​ໃຫ້​ພົວພັນ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ເມືອງ, ​ ແຂວງ ​ແລະ ນະຄອນຫລວງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ການ​ແກ້​ໄຂ​ບັນ​ຫາ​ດັ່ງກ່າວ​ນີ້ ​ໃຫ້​ສຳ​ເລັດ​ໄປ​ດ້ວຍ​ດີ.

No comments:

Post a Comment