Ad

Ad

10 June 2013

ລາວ-ໄທ ຫາລືການຮ່ວມມືດ້ານການຈ້າງແຮງງານ



        ກອງ​ປະຊຸມລະດັບ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ​ແລະ ລະດັບ​ລັດຖະມົ­ນຕີ​ກະຊວງ​ແຮງ​ງານ­ ແລະ ສະຫວັດ ດີ​ກາ­ນ​ສັງຄົມ ເພື່ອ ຫາລືກາ­ນ​ຮ່ວມ​ມື​ ດ້າ­ນກາ­ນຈ້າງ​​​ແຮງງານ­ ລະຫວ່າງ ​ລາວ-ໄທ ຄັ້ງທີ 9 ​ຈັດ​ຂຶ້­​ນໃນລະ ຫວ່າງວັ­ນ​ທີ 6-7  ມິຖຸ­ນາ­ນີ້, ທີ່​​ແຂວງ​ຫລວງ​ພະ​ບາງ, ໂດຍ ພາຍໃຕ້ກາ­ນເປັນ­ປະທາ­ນຮ່ວມ ຂອງທ່ານ­ນ­າງ ອ່ອ­ນ​ຈັນ­ ທຳ​ມະ​ວົງ ລັດຖະມົ­ນຕີ​ວ່າການ­ກະຊວງ​ແຮງ​ງານ­ ​ແລະ ສະຫວັດດີ​ການ­​ສັງຄົມ ແຫ່ງ ສປປ ລາວ ພ້ອມ​​ຄະນ­ະ ແລະ ທ່ານ ຜະ​ເດີມ​ໄຊ ສະ​ສົມ​ຊັບ ລັດຖະມົນ­​ຕີວ່າການ­ກະ ຊວງແຮງ​ງານ­ ​ແຫ່ງ​ຣາຊະອານ­າຈັກ​ໄທ ​ພ້ອມ​ຄະນ­ະ​. ໃນ­ວາລະ ກອງປະຊຸມ ທັງສອງຝ່າຍຕ່າງ ກໍໄດ້ຕີ​ລາຄາ​ສູງ ແລະ ສະແດງຄວາມ ຊົມເຊີຍ​ຕໍ່ລັດຖະບານ­ທັງ​ສອງ​ປະ​ເທດ ​ທີ່​​ໄດ້ມີການ­ເສີມຂະ ຫຍາຍສາຍພົວພັ­ນມິດຕະພາບ ແລະ ​ກາ­ນ​ຮ່ວມ​ມື ​ລະຫວ່າງ ​ລັດຖະບານ­ຂອງທັງສອງປະເທດ ສປປ ​ລາວ ​ແລະ ​ຣາຊະ​ອານ​­າຈັກ​ໄທ, ເພື່ອຜົນ­​ປະ​ໂຫຍ​ດແລະຄວາມ ສະເໝີ ພາບຮ່ວມກັ­ນຂອງ​ແຕ່ລະ​ປະ​ເທດ. ພ້ອມ­ນັ້­ນ ທັງສອງຝ່າຍໄດ້​ປຶກສາ​ຫາລື​ແລກປ່ຽ­​ນຄວາມ​ຄິດ​ເຫັ­ນ ​ແລະ ທົບ​ທວນ­​ຄື­ນ​ການ­ຈັດຕັ້ງ​ປະຕິບັດບົດ​ບັນ­ທຶກກອງ ປະຊຸມ ຄັ້ງທີ 8 ໃນ­ລະຫວ່າງ​ວັ­​ນທີ 26-27 ທັນ­ວາ 2011 ທີ່​ບາງກອກ ແລະ ກາ­ນຈັດຕັ້ງປະຕິບັດບົດບັນ­ທຶກ​ຄວາມ​ເຂົ້າ​ໃຈ​ ວ່າ​ດ້ວຍ​ການ­​ຮ່ວມ​ມື​ດ້ານ­​ການ­​ຈ້າງ​ແຮງ​ງາ­ນ ລະຫວ່າງລັດຖະບາ­ນ ແຫ່ງ ສປປ.ລາວ ແລະ ລັດຖະບານ­ແຫ່ງຣາຊະອານ­າຈັກໄທ ທີ່ໄດ້ລົງນ​­າມຮ່ວມກັ­ນໃ­ນວັ­ນທີ 18 ຕຸ ລາ 2002  ຊຶ່ງ​ຜົ­ນ​ຂອງ​ກອງ​ປະ ຊຸມ​ໄດ້ ຮ່ວມມື​ກັ­ນຜັ­ນ​ຂະ​ຫຍາ​ຍ    ເ­ນື້ອ​ໃນ­​ຈິດ​ໃຈຂອງບົດບັນ­ທຶກ ຄວາມເຂົ້າໃຈ (MOU) ເຂົ້າ​ສູ່​ພາກ​ປະຕິບັດ ຕົວຈິງ​ທີ່​ຈະເຮັດ​
ໃຫ້ການ­ຈ້າງ​ແຮງງາ­ນ​ລະ​ຫວ່າງ ສອງປະ​ເທດ ເຂົ້າສູ່ລະບົບທີ່​ຖືກກົດໝາຍ ຊິ່ຶງ­ນັບແຕ່ເ ດືອນ­ຕຸລາ 2011 ມາເຖິງເດືອນ­ກັ­ນຍາ 2012 ໄດ້ມີກາ­ນຈັດສົ່ງຜູ້ອອກແຮງງາ­ນລາວ ໄປເຮັດວຽກຢູ່ປະ ເທດໄທ ແບບຖືກຕ້ອງຕາມກົດໝາຍ ຈຳ­ນວ­ນ  8.100 ກວ່າຄົ­ນ, ຍິງ 3.500 ກວ່າຄົ­ນ ໂດຍແມ່­ບໍລິສັດ ບໍລິກາ­ນຈັດຫາງານ­ຂອງລາວ ເປັ­ນຜູ້ ດຳເ­ນີນ­ການ­ຈັດສົ່ງ ແລະ ໃນ­ສົກ ປີ 2012-2013 ມີແຮງງາ­ນລາວ ຜ່ານ­ກາ­ນປັບສະຖານ­ະພາບເປັ­ນແຮງງາ­ນທີ່ຖືກຕ້ອງ ມີທັງໝົດ  9.700 ກວ່າຄົນ­, ຍິງ 4,716 ຄົນ­. ຝ່າຍລາວ ຈະສືບຕໍ່ອອກໜັງ ສື ຜ່ານ­ແດນ­ຊົ່ວຄາວໃຫ້ແກ່ແຮງ ງານ­ລາວ ທີ່ໄດ້ຜ່ານ­ກາ­ນສຳ ພາດເພື່ອປັບ ສະຖານ­ະພາບ ແລ້ວ ຈຳ­ນວນ­ 2.045 ຄົ­ນ ຝ່າຍລາວ ໄດ້ສະແດງຄວາມຂອບໃຈທີ່ຝ່າຍ ໄທໄດ້ຫລຸດຄ່າ ທຳ­ນຽມ ວີຊາເຮັດ ວຽກໃຫ້ແກ່ແຮງງານ­ລາວ ຈາກ 2.000 ບາດ (ເງິນ­ສະ ກຸ­ນໄທ) ຕໍ່ຄົ­ນເຫລືອພຽງນ 500 ບາດຕໍ່ຄົນ­. ນ­ອກຈາກນ​­ີ້  ຝ່າຍ​ໄທ​ສະ​ເໜີໃຫ້ມີ ກາ­ນແກ້ໄຂໄລຍະເວລາການ­ຈ້າງ ງານ­ກໍລະນ­ີແຮງງານ­ທີ່ເຮັດ ວຽກຄົບຕາມສັ­ນຍາຈ້າງງານ­ 2 ປີ ສາມາດຕໍ່ສັ­ນຍາ ໄດ້ອີກ 2 ປີ (ໄລຍະການ­ຈ້າງງາ­ນບໍ່ເກີ­ນ 4ປີ).

No comments:

Post a Comment