Ad

Ad

10 June 2013

ກະຊວງສາທາລະນະສຸກຮຽກຮ້ອງໃຫ້ສັງຄົມເອົາໃຈໃສ່ກະກັດ ກັ້ນການລະບາດຂອງໄຂ້ເລືອດອອກ



     ກະຊວງສາທາລະນະສຸກ ໃຫ້ ຮູ້ວ່າ: ພະຍາດໄຂ້ເລືອດອອກ ແມ່ນພະຍາດຕິດຕໍ່ຊະນິດໜຶ່ງທີ່ມີຍຸງ ລາຍເປັນພາຫະ ສົ່ງເຊື້ອຈຸລະ ໂລກ “ໄຂ້ເລືອດອອກ” ໄປສູ່ຄົນ, ພາໃຫ້ຄົນທີ່ຖືກຍຸງລາຍກັດເປັນໄຂ້ເລືອດ ອອກ. ເຊື້ອຈຸລະໂລກໄຂ້ເລືອດ ອອກມີ 4 ຊະນິດ ເຮັດໃຫ້ຜູ້ ທີ່ຖືກຍຸງລາຍກັດສາມາດຕິດເຊື້ອໄຂ້ເລືອດ ອອກຊະນິດໃດຊະນິດ ໜຶ່ງ.
    ຍຸງລາຍມັກອາໄສຢູ່ໃກ້ກັບຄົນ, ກິນເລືອດຄົນເປັນອາຫານ ແລ້ວ ພັກຜ່ອນຢູ່ໃນເຮືອນ ຫລື ຢູ່ໃກ້ ເຮືອນຄົນ ແລ້ວຈຶ່ງໄປ ວາງໄຂ່ໃສ່ ພາຊະນະຕ່າງໆ ທີ່ບັນຈຸນ້ຳໃຊ້ ປະຈຳວັນຂອງແຕ່ລະຄອບຄົວ ຫລື ວາງໄຂ່ໃສ່ພາຊະນະຕ່າງໆ ທີ່ສາມາດບັນຈຸນ້ຳໄດ້ເ ຊັ່ນ: ອຸ, ແອ່ງ, ໄຫແຕກ, ຕີນລົດທີ່ຖືກປ່ອຍປະລະ ເລີຍໄວ້ຢູ່ໃກ້ເຮືອນຊານ, ໃກ້ຫໍພັກລວມ ຫລື ບ່ອນ ຮົກເຮື້ອຕ່າງໆຢູ່ໃກ້ ບ້ານ ຫລື ໃກ້ສຳນັກງານອົງການ.
    ໃນລະດູຝົນແຕ່ລະປີ ໂດຍສະ ເພາະປີໃດທີ່ມີທັງຝົນ, ມີທັງແດດ ແກ່ຍາວຫລາຍມື້, ຫລາຍອາທິດ ຫລື ເປັນເດືອນ ຈະເຮັດໃຫ້ຈຳນວນຍຸງລາຍເພີ່ມຂຶ້ນຢ່າງຫລວງ ຫລາຍ ແລະ ແຕກເປັນຍຸງໂຕແກ່ ຢ່າງໄວ ເພາະໄຂ່ທີ່ຍຸງລາຍໄປ ວາງໃສ່ພາຊະ ນະຕ່າງໆ ເມື່ອສຳ ຜັດກັບນ້ຳຝົນແລ້ວ ຈະແຕກອອກ ມາເປັນລູກນ້ຳ, ເປັນໂຕແກ່ ແລະ ເປັນຍຸງລາຍສືບຕໍ່ກັດດູດກິນເລືອດ ຄົນຕໍ່ໄປ.

    ແດດ, ອາກາດຮ້ອນອົບເອົ້າ ຈະຊ່ວຍໃຫ້ໄຂ່ຍຸງລາຍແຕກເປັນ ໜອນນ້ຳໄວຂຶ້ນ ເມື່ອສຳຜັດກັບ ນ້ຳຝົນ. ຕາມວົງຈອນຊີວິດ ຂອງ ຍຸງ ເມື່ອຍຸງລາຍໄດ້ດູດກິນເລືອດ ຄົນແລ້ວ ກໍຈະໄປພັກຜ່ອນລໍຖ້າ ບ່ອນໃດບ່ອນ ໜຶ່ງທີ່ບໍ່ມີສິ່ງໃດມາ ລົບກວນໃຫ້ໄດ້ເວ ລາອັນເໝາະ ສົມຈຶ່ງໄປວາງໄຂ່ໃສ່ພາຊະນະທີ່ ຢູ່ໃກ້ເຮືອນຄົນ. ທຸກເທື່ອເວລາຍຸງລາຍກັດຄົນ ກ່ອນດູດກິນເລືອດຍຸງລາຍຈະ ປ່ອຍຊື້ອຈຸລະໂລກ ໄຂ້ເລືອດອອກໄປສູ່ຄົນ ແລ້ວຈຶ່ງ ດູດກິນເລືອດ.
    ຜົນຂອງການຄົ້ນຄວ້າຢູ່ຫ້ອງ ວິເຄາະໃນຫລາຍປະເທດ ໄດ້ຢັ້ງ ຢືນໃຫ້ຮູ້ວ່າ: ໄຂ່ຂອງຍຸງລາຍ ທີ່ວາງໃສ່ ພາຊະນະຕ່າງໆແມ່ນມີເຊື້ອຈຸລະໂລກໄຂ້ເລືອດອອກ, ເວລາແຕກເປັນຍຸງລາຍກໍຈະເປັນ ຍຸງລາຍທີ່ມີ ເຊື້ອ ໄຂ້ເລືອດອອກສາມາດສົ່ງເຊື້ອໄຂ້ເລືອດອອກໃຫ້ຄົນເລີຍເມື່ອເວລາໄດ້ດູດກິນເລືອດຄົນ. ນີ້ກໍແມ່ນອີກສາ ເຫດ ໜຶ່ງທີ່ພາໃຫ້ພົບເຫັນການລະບາດຂອງພະຍາດໄຂ້ເລືອດອອກຢູ່ ຫລາຍປະເທດໃນໄລຍະເວລາອັນ ສັ້ນ.
    ເພື່ອສະກັດກັ້ນ ແລະ ຄວບຄຸມ ການລະບາດຂອງໄຂ້ເລືອດອອກ ທີ່ພວມລະບາດຢູ່ແຂວງຕ່າງໆ ໃຫ້ໄດ້ຮັບຜົນ, ວຽກຕົ້ນຕໍ ແລະ ຮີບດ່ວນທີ່ຈະຕ້ອງເຮັດ ແມ່ນ ຕ້ອງຮ່ວມກັນທຳລາຍແຫລ່ງ ເພາະ ພັນຂອງຍຸງລາຍໃຫ້ໄດ້ ໂດຍການເປີດຂະບວນອະນາໄມທົ່ວປວງຊົນ, ທຳລາຍໜອນນ້ຳ ຍຸງລາຍທີ່ວາງ ໄຂ່ໃສ່ພາຊະນະຕ່າງໆທີ່ສາມາດບັນຈຸນ້ຳຝົນໄດ້. ພ້ອມດຽວກັນ ແຕ່ລະຄອບຄົວ ໂດຍສະເພາະຄອບຄົວ ໃດທີ່ເກັບນ້ຳໃຊ້ໄວ້ໃນອຸ, ແອ່ງ, ໄຫ ຕ້ອງ ໃຊ້ຝາປິດພາຊະນະດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ຍຸງລາຍມາວາງ ໄຂ່ໃສ່. ວຽກນີ້ຈະປະຕິບັດຢ່າງໄດ້ຮັບຜົນກໍຕ້ອງໄດ້ອາໄສການເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງອຳນາດການ ປົກຄອງຂັ້ນຕ່າງໆ, ສະຖານທີ່ຕ່າງໆ, ບ່ອນທີ່ມີຄົນຢູ່ ຮ່ວມກັນຫລາຍເຊັ່ນ: ໂຮງຮຽນ, ໂຮງໝໍ, ໂຮງຈັກ-ໂຮງງານ, ໂຮງ ແຮມ, ຮ້ານອາຫານ, ສະຖານທີ່ ທ່ອງທ່ຽວຕ່າງໆ, ສຳນັກງານອົງການຕ້ອງເຮັດອະນາ ໄມທຳລາຍໜອນນ້ຳ ຮັບປະກັນບໍ່ໃຫ້ ມີແຫລ່ງເພາະພັນຂອງຍຸງລາຍ.
    ວິທີທີ່ດີ ແລະ ໄດ້ຮັບຜົນໄວ ແມ່ນການເປີດຂະບວນການເຮັດ ອະນາໄມທົ່ວປວງຊົນ, ທຳລາຍ ແຫລ່ງ ເພາະພັນຂອງຍຸງລາຍ, ປົກປິດພາຊະນະທີ່ບັນຈຸນ້ຳໃຊ້ບໍ່ ໃຫ້ຍຸງລາຍມາວາງໄຂ່ໃສ່. ນອກຈາກຈັດຕັ້ງຂະ ບວນອະນາໄມທຳລາຍແຫລ່ງເພາະພັນຂອງຍຸງລາຍແລ້ວ, ແຕ່ລະຄອບຄົວ, ແຕ່ລະໜ່ວຍ, ຄຸ້ມບ້ານ, ໂຮງ ຮຽນ, ມະຫາວິທະຍາໄລ, ຫໍພັກນັກສຶກສາ, ຫໍພັກກຳມະກອນ, ໂຮງໝໍຄວນ ພ້ອມພຽງກັນເປັນເຈົ້າການ ພ້ອມທັງລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການທຳລາຍ ໜອນນ້ຳຢ່າງເປັນປະຈຳ ແລະ ດ້ວຍ ຄວາມເອົາໃຈໃສ່. ຖ້າທຸກພາກສ່ວນຂອງສັງຄົມຮ່ວມມືກັນທຳລາຍແຫລ່ງເພາະພັນຂອງຍຸງ ລາຍຢ່າງຮີບ ດ່ວນ ແລະ ຕໍ່ເນື່ອງ ລຽນຕິດ, ການລະບາດຂອງໄຂ້ເລືອດອອກກໍຈະຖືກຕີຖອຍ ແລະ ຢຸດລົງໂດຍໄວ. ເມື່ອບໍ່ມີຍຸງລາຍ ກໍບໍ່ມີການລະບາດຂອງໄຂ້ເລືອດອອກ.

No comments:

Post a Comment