Ad

Ad

10 June 2013

I-CITY ສີສັນແຫ່ງເມືອງຊາອາລຳ ປະເທດມາເລເຊຍ



             ໄອ-ຊິຕີ (I-City) ສະຖານ ທີ່ທ່ອງທ່ຽວສຸດໄຮເທັກ ແຫ່ງເມືອງຊາອາ ລຳ ( Shah Alam ) ໃນລັດສະລັງງໍ ( Selangor ) ເປັນ ອີກຫນຶ່ງສີສັນຂອງ ສວນສະ ຫນຸກເຊິ່ງປະດັບປະດາດ້ວຍ ຫລອດ ໄຟນັບລ້ານດວງ ສ່ອງ ແສງແວວວາວ ດ້ວຍ ຕົ້ນເມເປິນ ແລະ ຕົ້ນສົນ ເຮືອງແສງເຊິ່ງປະກອບຂຶ້ນຈາກ ພລາສຕິກ ແລະ ຫລອດໄຟ LED  ຫລາກສີສັນ ເຕີມຊີວິດ ຊີວາດ້ວຍສັດສັງເຄາະນາໆພັນສ້າງ ສັນ ເປັນ I-City ປ່າ ມະຫັດສະຈັນໃນຍາມຄ່ຳຄືນເຊິ່ງ ພວກເຂົາເອີ້ນ ທີ່ນີ້ວ່າ : City of Digital Lights    ( ເມືອງແຫ່ງແສງໄຟດີຈີຕອລ ).
             I-City ເມືອງແຫ່ງເມືອງ ຊາລຳ ເປີດເປັນທາງການເມື່ອ ຕົ້ນປີ 2010 ປັດຈຸບັນກາຍເປັນ ຫນຶ່ງ ໃນສະຖານທີ່ທ່ອງ ທ່ຽວ ເຊິ່ງໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນມາເລເຊຍ ປ່າເຮືອງແສງ ແຫ່ງ I-City ອາດບໍ່ມີກິ່ນຫອມຊວນໃຈຄືກັບປ່າສົນ ແລະ ຕົ້ນເມເປິນຂອງແທ້ແຕ່ສິ່ງທີ່ສ້າງສັນຈາກຝີມື ແລະ ມັນສະ ຫມອງ ຂອງມະນຸດຄືທີ່ສຸດຂອງການໄປຊົມຢູ່ສະຖານທີ່ນັ້ນ.
       ນັກທ່ອງທ່ຽວສາມາດຍ່າງ ຫລິ້ນສວນ 4 ລະດູທີ່ປະດັບປະ ດາໄປດ້ວຍໄຟຢ່າງສວຍງາມການຕົກ ແຕ່ງຈະປ່ຽນໄປ
ເລື້ອຍໆເຮັດໃຫ້ຜູ້ເຂົ້າຊົມໄດ້ຕື່ນຕາຕື່ນ ໃຈກັບສິ່ງໃຫມ່ຢູ່ສະເຫມີ. ນອກຈາກສວນໄຟເນ ລະມິດນີ້ແລ້ວ, ຢູ່ບ່ອນນີ້ຍັງຄົບຄັນ ໄປດ້ວຍສວນສະຫນຸກທີ່ໃຫຍ່ ແລະ ຄົບວົງຈອນທີ່ ເຊັ່ນ :  ຊີງຊ້າສະ ຫວັນ ຂະຫນາດໃຫຍ່ ແລະ ລົດໄຟຟ້າ ສຳລັບເດັກ, ສວນນ້ຳອັນກວ້າງໃຫຍ່, ໂຮງສາຍຮູບເງົາ 5 ມິຕິ ແລະ ສາທາລະນະ, ລານຍ່າງຊົມປະຕິມະກຳນ້ຳກ້ອນ ແລະ ພິພິຕະພັນສັດ.
      ທີ່ນີ້ຍັງເປັນສະຖານທີ່ຍອດ ນິຍົມສຳລັບຖ່າຍພາບແຕ່ງດອງ, ຈັດງານຕ່າງໆທັງງານລ້ຽງ ແລະ ງານສຳ ຄັນລະດັບຊາດນ ຳອີກ. ໃນໄລຍະເຕະບານໂລກ 2010 ທີ່ນີ້ຍັງເປັນສະຖານທີ່ຖ່າຍທອດສົດການແຂ່ງຂັນ ເທິງຈໍຂະຫນາດ 6.5x8.5 ແມັດ ນັບ ເປັນຈໍຂະຫນາດໃຫຍ່ທີ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້.
        I-City ເປີດຕະຫລອດ 24 ຊົ່ວໂມງ ເປັນເຂດທີ່ມີລະບົບຮັກ ສາຄວາມປອດໄພ, ການຈັດການຈະລາຈອນ, ການເບິ່ງ ແຍງກຳຈັດຂີ້ເຫຍື້ອ ແລະ ການຈັດ ສະຖານທີ່ເປັນຂອງຕົນເອງ, ສະນັ້ນ, ທີ່ນີ້ຈຶ່ງ ເປັນຈຸດສູນລວມຄວາມສົນໃຈຂອງນັກທ່ອງ ທ່ຽວທັງນັກຊ໊ອບປິງ, ຜູ້ມັກຮັກທຳມະຊາດ ແລະ ຜູ້ສົນໃຈ ດ້ານປະຫວັດສາດ. ສຳລັບໃຜທີ່ມີໂອກາດໄປທ່ຽວມາເລເຊຍ ແລ້ວກໍຢ່າລືມລອງແວ່ໄປທ່ຽວສະຖານທີ່ ແຫ່ງນີ້ກັນເບິ່ງຮັບຮອງວ່າທ່ານຈະໄດ້ຮັບຄວາມສຸກຢ່າງເຕັມທີ່ ແລະ ບໍ່ລືມສະຖານທີ່ ແຫ່ງນີ້ຢ່າງແນ່ນອນ.

No comments:

Post a Comment