Ad

Ad

7 June 2013

ວາງສີລາເລີກໂຄງການກໍ່ສ້າງອະນຸສາວະລີທ່ານ ສີທົນ ກົມມະດຳ



        ​ໃນ​ຕອນ​ເຊົ້າວັນ​ທີ 6 ມິຖຸນາ​ນີ້, ​ໄດ້​ມີ​ພິທີ​ວາງ​ສີ​ລາ​ເລີກ​ໂຄງການ​ກໍ່ສ້າງ​ອະນຸ ສາ​ວະລີ​ທ່ານ ສີ​ທົນ ກົມມະ​ດຳ ຢູ່​ເມືອງ​ປາກ​ຊ່ອງ ​ແຂວງ​ຈຳປາ​ສັກ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳ ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ມີ​ບັນດາ​ເຈົ້າ​ແຂວງ ​ແລະ ມວນ​ຊົນ​ເຂົ້າຮ່ວມ​ຢ່າງ​ຫລວງຫລາຍ.
        ທ່ານ ສົມ​ສະໜິດ ບຸດ​ຕິ​ວົງ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ຈຳປາ​ສັກ ກ່າວ​ວ່າ: ​ໂຄງການ​ກໍ່ສ້າງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ປະຫວັດສາດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ອັນ​ໄດ້​ສະ​ແດງ​ເຖິງ​ຄວາມ​ກະຕັນຍູ ​ແລະ ຮູ້​ບຸນຄຸນ​ຂອງ​ພັກ ​ແລະ ລັດ ຖະບານ​ຕໍ່​ຜົນງານ​ຂອງ​ທ່ານ ສີ​ທົນ ກົມມະ​ດຳ ອະດີດ​ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ, ທ່ານ​ແມ່ນ​ນັກ​ປະຕິວັດ​ຮຸ່ນ​ທຳ​ອິດ​ທີ່​ໄດ້​ອອກ​ເຫື່ອ​​ເທ​ແຮງ, ສະຕິ​ປັນຍາ ​ແລະ ອຸທິດ​ຕົນ​ເອງ​ຕະຫລອດ​ຊີວິດ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ໃນ​ພາລະກິດ​ການ​ປະຕິວັດ​ຂອງ​ພັກ​ເຮົາ.

         ທ່ານ ສີ​ທົນ ກົມມະ​ດຳ ​ເກີດ​ເມື່ອ​ວັນ​ທີ 13 ສິງຫາ 1910 ຢູ່​ບ້ານ​ທົ່ງ​ຫວາຍ ຕາ​ແສງ​ໜອງ​ເມັກ ​ເມືອງ​ປາກ​ຊ່ອງ ​ແຂວງ​ຈຳປາ​ສັກ ​ໃນ​ຄອບຄົວ​ເຈົ້າກົກ​ເຈົ້າ​ເຫລົ່າ​ເຜົ່າ​ລະ​ເວນ ​ເປັນ​ລູກ​ຂອງ​ພະຍາ​ຂອມ ກົມມະ​ດຳ ​ແລະ ນາງ ​ແພງສີ ກົມມະ​ດຳ. ​ເມື່ອ​ອາ ຍຸ​ໄດ້ 15 ປີ, ທ່ານ​ໄດ້​ເຂົ້າ​ເປັນ​ທະ ຫານ​ຂອງ​ພໍ່​ພະຍາ​ຂອມ ​ເພື່ອ​ລຸກ ຂຶ້ນຕໍ່ສູ້​ກັບ​ການ​ກົດ​ຂີ່​ຂູດ​ຮີດ​ຂອງ​ຈັກກະພັດ​ຝຣັ່ງ ດ້ວຍ​ຄວາມ​ເດັດດ່ຽວ​ກ້າຫານ. ຕໍ່​ມາ​ໃນ​ປີ 1945 ​ໄດ້​ສະໝັກ​ໃຈ​ເຂົ້າ​ເປັນ​ທະຫານ​ຂອງ​ກອງທັບ​ລາວ​ອິດ​ສະລະ ​ແລະ ​ໄດ້​ເຂົ້າ ຮ່ວມ​ຂະ​ບວນການ​ປະຕິວັດ​ລາວ​ນັບ​ແຕ່​ນັ້ນ​ເປັນຕົ້ນມາ, ທ່ານ​ແມ່ນ​ນັກຮົບ​ປະຕິວັດ​ທີ່​ມີ​ຄວາມ​ສາມາດ​ພິ​ເສດ​ໃນ​ການ​ຕໍ່ສູ້​ກັບ​ສັດຕູ​ຜູ້​ຮຸກ​ຮານ​ດ້ວຍ​ກຳ ລັງ​ອາວຸດ​ທີ່​ມີ​ພິກ​ໄຫວ ​ແລະ ສະຫລຽວ​ສະຫລາດ​ຄ່ອງ​ແຄ້ວ, ​ແຕ່​ໃນ​ເວລາ ຫລື ຕົກ​ຢູ່​ໃນ​ສະພາບ​ຄັບຂັນ ທ່ານ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນຕໍ່​ການ​ນຳພາ​ຂອງ​ພັກ ​ແລະ ມີ​ອຸດົມ​ການ​ອັນ​ສູງ​ສົ່ງ​ເດັດຂາດ​ຍອມ​ຕາຍ ​ແຕ່​ບໍ່ຍອມ​ຈຳນົນ​ຕໍ່​ສັດຕູ.
        ສຳລັບ​ໂຄງການ​ກໍ່ສ້າງ​ດັ່ງ ກ່າວ​ຕັ້ງຢູ່​ໃຈກາງ​ເທສະ​ບານ​ເມືອງ​ປາກ​ຊ່ອງ ​ແຂວງ​ຈຳປາ​ສັກ, ມີ​ເນື້ອທີ່ 11,45 ຕາ​ແມັດໂດຍ ​ແມ່ນ​ບໍລິສັດ KSC ສຳ​ຫລວດ​ອອກ​ແບບ ​ແລະ ກໍ່ສ້າງ​ຈຳກັດ​ຜູ້​ດຽວ ​ເປັນ​ຜູ້​ສຳ​ປະທານ​ການ​ກໍ່ ສ້າງ​ໃນ​ມູນ​ຄ່າ 17 ຕື້ກວ່າ​ກີບ ​ເຊິ່ງປະກອບ​ມີ​ການ​ກໍ່ສ້າງ​ແຖ່ນ ​ແລະ ຕິດຕັ້ງຮູບ​ຫລໍ່​ໝົດ​ຄີງ​ສູງ 4,50 ​ແມັດ, ກໍ່ສ້າງ​ອາຄານ​ບໍລິ ຫານ, ສວນສາທາລະນະ, ​ເດີ່ນ​ຈອດ​ລົດ ​ແລະ ການ​ກໍ່ສ້າງ​ຈະ​ໃຫ້​ສຳ​ເລັດ​ພາຍ​ໃນ 18 ​ເດືອນ.

No comments:

Post a Comment