Ad

Ad

3 June 2013

ຫລາຍພາກສ່ວນຈັດກິດຈະກຳສະຫລອງວັນເດັກນ້ອຍສາກົນດ້ວຍບັນຍາກາດຄຶກຄື້ນ



          ເນື່ອງ​ໃນ​ໂອກາດ​ວັນ​ເດັກ ນ້ອຍ​ສາກົນວັນທີ 1 ມິຖຸນາ2013, ພາກສ່ວນ ຕ່າງໆນັບແຕ່ສູນກາງ, ບັນດາແຂວງ, ອົງການ ຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງ ສັງຄົມບໍ່ວ່າຈະເປັນພາກລັດ ແລະ ເອກະຊົນ ຕ່າງກໍຈັດກິດຈະກຳ ເພື່ອສະຫລອງ ວັນທີ່ ມີຄວາມໝາຍສຳຄັນດັ່ງກ່າວດ້ວຍບັນຍາ ກາດຄຶກຄື້ນມ່ວນຊື່ນ. ສະເພາະຢູ່ ນະຄອນຫລວງວຽງຈັນ ຄະນະກຳມາທິການເພື່ອ ແມ່ ແລະ ເດັກ ແຫ່ງຊາດ ໄດ້ຮ່ວມກັບກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ບັນດາກະຊວງ ອ້ອມຂ້າງສູນ ກາງ ແລະ ອົງການ ຈັດຕັ້ງມະຫາຊົນ ໄດ້ຈັດກິດຈະ ກຳທີ່ຫລາກຫລາຍ ແລະ ໜ້າສົນ ໃຈສຳລັບເດັກນ້ອຍຂຶ້ນ ຢູ່ຫໍວັດ ທະນະ ທຳແຫ່ງຊາດໂດຍການໃຫ້ ກຽດເຂົ້າ ຮ່ວມຂອງທ່ານນາງ ແກ້ວສາຍ ໃຈ ໄຊຍະສອນ ພັນລະຍາ ທ່ານ ຈູມ ມາລີ ໄຊຍະ ສອນ ປະທານ ປະເທດແຫ່ງ ສປປ. ລາວ, ທ່ານ ນາງ ເຂັມແພງ ພົນ ເສນາ ລັດຖະມົນຕີປະຈຳຫ້ອງວ່າການລັດ ຖະບານ ປະ ທານຄະນະກຳມາທິການ ເພື່ອແມ່ ແລະ ເດັກແຫ່ງຊາດ, ມີບັນດາລັດຖະ ມົນຕີວ່າການ, ຊ່ວຍວ່າການ, ບັນ ດາປະທານ, ຮອງປະທານອົງການທຽບເທົ່າ, ບັນດາປະທານ ຄະນະກຳມາທິການ ເພື່ອແມ່ ແລະ ເດັກ ກະຊວງ, ອົງການ ແລະ ນະຄອນ ຫລວງວຽງຈັນ, ບັນດາທູຕານຸທູດແລະຜູ້ຕາງໜ້າ ອົງການຈັດຕັ້ງສາກົນປະຈຳ ລາວ ພ້ອມດ້ວຍບັນດາຫົວໜ່ວຍ
ທຸລະກິດ ທີ່ໃຫ້ການສະໜັບສະ ໜູນ,ພໍ່ແມ່ຜູ້ປົກຄອງແລະນ້ອງ ນ້ອຍເຍົາວະຊົນ ເຂົ້າຮ່ວມເປັນ ຈຳນວນຫລວງຫລາຍ.
   ໂອກາດນີ້ ທ່ານນາງ ເຂັມແພງ ພົນເສນາ ໄດ້ຂຶ້ນອ່ານສານຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ຕໍ່ກັບວັນ ເດັກ ນ້ອຍ ສາກົນ ຊຶ່ງເນື້ອໃນໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນຂອງວັນເດັກ ນ້ອຍ ສາກົນ ແລະ ແນວທາງນະໂຍບາຍຂອງ ພັກ-ລັດຖະບານທີ່ເຫັນ ແລະ ໃຫ້ຄວາມສຳຄັນຕໍ່ການພັດທະນາ ເດັກນ້ອຍທີ່ເປັນ ອານາຄົດຂອງຊາດ ທັງໃນດ້ານສຸຂະພາບ, ການ ສຶກສາ, ຊີວິດການເປັນຢູ່ ແລະ ວັດທະນະທຳ- ສັງຄົມ. ພ້ອມນີ້ໃນໂອກາດກ່າວ ເປີດງານຢ່າງເປັນທາງການ ທ່ານ ສະຫວັນ ຄອນ ຣາຊະມຸນຕີ ລັດຖະມົນຕີຊ່ວຍວ່າການ ກະ ຊວງຖະແຫລງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ ທັງເປັນກຳ ມະການ ຄະນະກຳມາ ທິການເພື່ອແມ່ ແລະ ເດັກແຫ່ງຊາດ,ປະທານ ຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ນ້ອຍກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ ຍົກໃຫ້ເຫັນຄວາມເອົາໃຈໃສ່ໃນການປະກອບສ່ວນ ຂອງ ພາກ ສ່ວນຕ່າງໆໃນການພັດທະນາຊັບ ພະຍາກອນມະນຸດ ກໍຄືເດັກນ້ອຍ ທີ່ເປັນໜໍ່ແໜງ ແລະ ອານາຄົດ ຂອງປະເທດຊາດ ໂດຍສະແດງ ອອກໃນຂະບວນການສະເຫລີມ ສະຫລອງວັນເດັກນ້ອຍສາ ກົນປີ ນີ້ ແມ່ນໄດ້ຮັບການສະໜັບສະ ໜູນຈາກ ພາກສ່ວນລັດ, ລັດວິສາ ຫະກິດ, ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ນັບທັງວັດຖຸ ແລະ ປັດໄຈດ້ວຍຮູບການຕ່າງໆ ຄິດໄລເປັນເງິນສົດ 597 ລ້ານກວ່າກີບ, ເປັນວັດຖຸມູນຄ່າ 281 ລ້ານກວ່າກິບ ທັງໝົດນີ້ໄດ້ສະແດງ ໃຫ້ເຖິງຄວາມເອົາໃຈ ໃສ່ ຂອງທຸກພາກສ່ວນໃນສັງຄົມຕໍ່ວຽກງານພັດທະນາຊັບພະຍາກອນມະນຸດ.
         ພາຍໃນງານມີຫລາຍ ກິດ ຈະກຳທີ່ໜ້າສົນໃຈ ແລະ ສ້າງ ຄວາມເບີກບານມ່ວນຊື່ນໃຫ້ແກ່ ເດັກ ນ້ອຍເປັນຕົ້ນ: ການ ວາງສະແດງຜົນງານການເຄື່ອນໄຫວ ກ່ຽວກັບເດັກນ້ອຍ,ການຖາມ- ຕອບຄວາມຮູ້ ຄວາມ ເຂົ້າໃຈ ກ່ຽວກັບສິດທິເດັກ, ການ ກວດສຸຂະພາບ, ການແຕ້ມຮູບລະບາຍສີ ແລະ ການສະແດງສິລະວັນນະ ຄະດີຂອງນ້ອງນັກຮຽນທີ່ມາ ຈາກສະໂມສອນ ບ້ານນາສາລາ, ໂຮງຮຽນປະຖົມສົມບູນມານະ ຈິດ, ວິທະຍາໄລສິລະປະສຶກສາ, ສູນໂອທຣິຕິກ, ສູນວັດທະນະທຳ ເດັກ, ໂຮງ ຮຽນປະຖົມ-ມັດທະ ຍົມທາດຂາວ, ກອງລະຄອນຕຸກກະຕາແຫ່ງຊາດ, ໂຮງຮຽນສິລະ ປະດົນຕີແຫ່ງຊາດ, ນະຄອນຫລວງ ວຽງຈັນ, ໂຮງຮຽນ ມ ປາຍ ສາລາຄຳ, ໂຮງຮຽນອານຸບານກະຊວງສາທາລະນະສຸກ, ສະມາຄົມພັດທະນາໄວໜຸ່ມຜູ້ດ້ອຍໂອ ກາດ, ສະມາຄົມລາວບັ້ງໄຟ, ກອງລະຄອນເວົ້າແຫ່ງຊາດ ແລະ ການສະແດງເດີນແບບເຄື່ອງນຸ່ງຈາກສະຖານທູດຍີປຸ່ນປະຈຳ ລາວ.
       ສຳລັບຢູ່ຫໍສະພາແຫ່ງຊາດ ໄດ້ຈັດກິດສະກຳສະຫລອງວັນ ເດັກນ້ອຍສາກົນຂຶ້ນເຊັ່ນກັນ ໃນ ວັນທີ 31 ພຶດສະພາ 2013 ຊຶ່ງ ໃນ ນັ້ນ ບັນດານ້ອງນ້ອຍເຍົາວະຊົນ ໄດ້ມ່ວນຊື່ນກັບການສະແດງ ສິລະປະວັນນະຄະດີ, ເຂົ້າຮ່ວມກິດຈະກຳ ຖາມ-ຕອບຄວາມຮູ້ຮອບ ຕົວ, ການແຂ່ງຂັນກິລາ, ໄດ້ຮັບ ການແຈກຢາຍຂອງຂວັນ ແລະ ຢາວິຕາມິນ ຈາກ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາ ແຫ່ງຊາດ ທີ່ໃຫ້ກຽດເຂົ້າຮ່ວມ   ໃນງານຄັ້ງນີ້.ສ່ວນຢູ່​ສູນ​ກາງ​ຊາວ​ໜູ່ມປະຊາຊົນ​ປະຕິວັດ​ລາວ ໄດ້​ຈັດ​ກິດຈະ​ກຳສະຫລອງ​ວັນ​ເດັກນ້ອຍ​ສາ ກົນຂຶ້ນທີ່​ຫ້ອງການ​ດັ່ງກ່າວ​ ພາຍໃນງານມີກິດ ຈະກຳ​ປູກ​ຕົ້ນ​​ໄມ້ ​ໃຫ້​ກຽດ​ປູກ​ໂດຍ ທ່ານ ພົນ​ໂທ ດວງ​ໃຈ​ ພິຈິດ ຮອງ​ ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ, ​ການ​ປະ​ກວດ​ເດັກ​ດີ​ທີ່​ມີ​ອາ ຍຸ​ແຕ່ 4-6 ປີ ​ເພື່ອ​ຊິງ​ເອົາ​ລາງວັນ, ການ ສະ​ແດງ​ສີ​ລະ​ປະ​ວັນນະຄະ ດີ​ຂອງ​ເດັກນ້ອຍ​ເຍົາວະ​ຊົນ-ອານຸ ຊົນ, ການ​ຫລີ້ນ​ເກ​ມຕ່າງ​ໆເພື່ອ​ຊິງ​ເອົາ​ລາງວັນ,ການວາງສະ​ແດງ​ເຄື່ອງ​ ຫລີ້ນ​ສຳລັບ​ເດັກ, ການ​ແຕ້ມ​ຮູບ​ລະບາຍ​ສີ, ການ​ຖາມ-ຕອບ​ເພື່ອ​ເອົາ​ລາງວັນແລະ ການ​ຮັບ​ບໍລິຈາກ​ເຄື່ອງ​ນັກຮຽນ, ອຸປະກອນ​ການ​ຮຽນ ​ແລະ ວັດຖຸ​ປັດ​ໃຈ​ເພື່ອ​ນຳ​ໄປ​ຊ່ວຍ​ເດັກນ້ອຍ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ. ຂະນະ ທີ່ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ມະຫາຊົນ ຈຳກັດ ກໍໄດ້ຈັດພິທີສະຫລອງວັນດັ່ງກ່າວ ຂຶ້ນເຊັ່ນ ກັນ ໂດຍຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຊົມ​ການ ສະ​ແດງ​ສິ ລະ​ປະ​ ​ແລະ ຮ່ວມ​ເຮັດ​ກິດຈະ​ກຳກັບ​ຫລານ​ນ້ອຍ​ນັກຮຽນ ພ້ອມດຽວ​ກັນນີ້ ທ່ານ ສີສະ​ຫວາດ ທິລາ​ວົງ ຜູ້​ອຳນວຍ​ການ​ໃຫຍ່​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ກໍ​ໄດ້​ໃຫ້ ກຽດມອບ​ຂອງຂວັນ​ໃຫ້​ແມ່ລ້ຽງ, ນາງຄູ​ດີ​ເດັ່ນ ແລະ ຫລານນ້ອຍ​ຄຳຮູ້​ຕື່ມ​ອີກ.
      ໃນ​ວັນ​ດຽວ​ກັນ​ຫ້ອງ​ວ່າການ ​ລັດຖະບານ​ອົງການຈັດຕັ້ງສະ ຫະພັນແມ່ຍິງ ແລະ ອົງການຈັດ ຕັ້ງຊາວໜຸ່ມຂອງຫ້ອງວ່າ ການລັດຖະບານໄດ້ຈັດຕັ້ງຂະບວນ ການທ່ຽວຊົມໃຫ້ແກ່ເດັກນ້ອຍ ແລະລູກຫຼານຂອງບັນ ດາພະນັກ ງານທີ່ຂຶ້ນກັບຫ້ອງ ວ່າການລັດຖະບານຢູ່ສະຖານທີ່ສຳຄັນຕ່າງໆ ຄື:ຫ້ອງວ່າການລັດຖະບານ, ຫໍ ພິພິທະພັນ ໄກສອນ ພົມວິຫານ ແລະ ຫໍປະ ຊຸມແຫ່ງຊາດ. ທັງນີ້ ກໍເພື່ອເປັນການສ້າງສາຍສຳພັນ ທີ່ດີລະຫວ່າງເດັກ,ປູກຈິດສຳນຶກ ທີ່ດີໃຫ້ແກ່ເດັກທີ່ເປັນຄວາມຫວັງ ຂອງຊາດໃຫ້ເຂົາເຈົ້າມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງ ນອນ,ຮັບຮູ້ເຖິງປະຫວັດສາດ, ຮ່ຳຮຽນເອົາຄວາມຮູ້- ແນວຄິດ ຄຸນສົມບັດ ແລະ ມູນເຊື້ອອັນດີງາມຂອງຜູ້ນຳ ແລະ ນັກຮົບປະ ຕິວັດ;ຮັບຮູ້ເຖິງຄວາມທັນສະໄໝ  ແລະຄວາມກ້າວໜ້າຂອງ ປະເທດເຮົາ; ໃຫ້ເຂົາເຈົ້າມີຈິດໃຈບຸກບືນ ພັດທະນາຕົນເອງໃນການກ້າວ ໄປເປັນຜູ້ສຶບທອດພາລະກິດຂອງຊາດນອະນາ ຄົດ.

No comments:

Post a Comment