Ad

Ad

3 June 2013

ການຢ້ຽມຢາມທາງການທີ່ ສ.ເຊີເບຍ ຂອງທ່ານດຣ ທອງລຸນ ສີສຸລິດຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງຕ່າງປະເທດແຫ່ງ ສປປ ລາວ



      ໃນຕອນບ່າຍວັນທີ 29 ພຶດສະພາ 2013,ທ່ານ ດຣ ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີ ລັດຖະມົນຕີວ່າ ການ ກະຊວງການ ຕ່າງປະເທດແຫ່ງ ສ ປປ ລາວ ໄດ້ເລີ່ມຕົ້ນດຳເນີນການ ເຄື່ອນໄຫວຢ່າງເປັນທາງການເປັນເວ ລາ 2 ວັນ ຢູ່ ສາ ທາລະນະລັດເຊີເບຍ ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ອີວານ ເມີກິກ (Evan Mrkic) ລັດຖະມົນຕີວ່າ ການກະ ຊວງການຕ່າງປະເທດແຫ່ງ ສ.ເຊີເບຍ ຊຶ່ງເປັນ ການຢ້ຽມຢາມຕອບແທນ ຢູ່ ສ ປປ ລາວ ຂອງຄູ່ຮ່ວມ ຕຳແໜ່ງຝ່າຍເຊີ ເບຍ ເມື່ອເດືອນກຸມພາ 2013 ຜ່ານມາ.
         ໃນການພົບປະສອງຝ່າຍຕ່າງຝ່າຍໄດ້ສະແດງຄວາມຍີນດີຕໍ່ການພົບປະຫາລືສອງຝ່າຍຄັ້ງຜ່ານມາ ແລະ ມີຄວາມ ເພິ່ງພໍໃຈຕໍ່ບາດກ້າວຂະຫຍາຍຕົວອັນໃໝ່ຂອງການສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບອັນ ເປັນມູນ ເຊື້ອທີ່ມີມາແຕ່ ດົນນານ ແລະ ການສະໜັບສະໜູນພາລະກິດແຫ່ງຊາດຂອງກັນ ແລະ ກັນ ຂອງລັດຖະບານ ແລະ ປະຊາຊົນສອງຊາດລາວ ແລະ ເຊີເບຍ ຊຶ່ງໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ປີ 1962.

         ການຢ້ຽມຢາມ ສ ເຊີເບຍ ຄັ້ງນີ້ແມ່ນແນໃສ່ການປຶກສາຫາ ລືເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ຊອກຊ່ອງ ທາງ ແລະ ວິທີທາງອັນເໝາະສົມ ໃນ ການເສີມຂະຫຍາຍການຮ່ວມມື ດ້ານເສດຖະກິດ ແລະ ສັງຄົມ ບົນພື້ນຖານທ່າແຮງ ຂອງສອງປະເທດ, ຜົນປະໂຫຍດ ແລະ ຄວາມ ສົນໃຈຮ່ວມກັນຂອງສອງຝ່າຍ ຕາມເນື້ອໃນຈິດໃຈຂອງບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການ ປຶກສາຫາລືດ້ານການເມືອງ ລະ ຫວ່າງກະຊວງການຕ່າງປະເທດ ຂອງສອງປະເທດທີ່ໄດ້ລົງນາມຮ່ວມ ກັນໃນເດືອນກຸມພາ 2013 ຜ່ານມາ.
        ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ດຣ ທອງລຸນ ສີສຸລິດ ໄດ້ນຳເອົາຄວາມຢື້ຢາມ ຖາມຂ່າວອັນ ອົບອຸ່ນຂອງ ພະນະ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ມາຍັງພະນະທ່ານ ໂທມິສະລາຟ ນິໂກລິຊ ປະທານາ ບໍດີແຫ່ງ ສ ເຊີເບຍ ທັງໄດ້ສົ່ງຄຳເຊີນມາຍັງ ປະມຸກລັດເຊີເບຍ ເພື່ອຢ້ຽມຢາມ ລັດຖະກິດ ທີ່ ສປປ ລາວ ໃນເວ ລາທີ່ເໝາະ ສົມ.
         ພາຍຫລັງການປຶກສາຫາ ລືສອງຝ່າຍ ກໍໄດ້ມີການເຊັນສັນ ຍາຮ່ວມມືຈຳນວນສອງສະບັບ ໂດຍຕາງ ໜ້າຝ່າຍ ລາວ ແມ່ນ ທ່ານ ດຣ ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີ ລັດຖະມົນຕີ ວ່າ ການກະຊວງການຕ່າງປະ ເທດ ແລະ ທ່ານ ອີວານ ເມີກິກ ລັດຖະມົນຕີວ່າການກະຊວງການ ຕ່າງປະເທດແຫ່ງ ສ ເຊີເບຍ ໄດ້ຮ່ວມກັນລົງນາມ ຄັ້ງນີ້ຄື:ສັນຍາ ວ່າດ້ວຍ ການຍົກເວັ້ນວີຊາສຳລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ສັນຍາວ່າດ້ວຍການຮ່ວມມືດ້ານວັດທະນາທຳ ແລະ ການສຶກສາ, ສັນຍາດັ່ງກ່າວຈະເປັນພື້ນຖານ ດ້ານນິຕິກຳ ອຳນວຍຄວາມສະ ດວກໃຫ້ແກ່ການເສີມຂະຫຍາຍການແລກປ່ຽນຄະນະຜູ້ແທນ ຂອງສອງຝ່າຍໄປມາຫາສູ່ກັນ ໃນຂົງເຂດການເມືອງ,ເສດຖະກິດ, ການຄ້າ, ການລົງທຶນພ້ອມທັງຊຸກຍູ້ການຮ່ວມມືຮອບ ດ້ານ ວັດທະນາທຳ ແລະ ການສຶກສາ, ສົ່ງເສີມກິດຈະກຳດ້ານສີລະປະກຳ, ວັນນະຄະດີ, ດົນຕີ, ຫັດຖະກຳ, ບູຮານຄະດີ, ສີລະປະ ແລະ ການສະແດງ, ຫ້ອງສະໝຸດ, ການຮຽນຮູ້ກ່ຽວກັບການນຳໃຊ້ເຕັກ ໂນໂລຊີ-ຂໍ້ມູນຂ່າວສານ, ການສຶກສາກ່ຽວກັບປະ ຫວັດສາດ, ການແລກປ່ຽນຜູ້ຊ່ຽວຊານ,ນັກ ຄົ້ນຄວ້າ ແລະ ນັກສຶກສາລະຫວ່າງມະຫາວິທະຍາໄລ ແລະ ສະຖາບັນການສຶກ ສາຊັ້ນສູງພ້ອມດຽວກັນນັ້ນ ສອງຝ່າຍຍັງໄດ້ສະແດງຄວາມໝາຍໝັ້ນຕັ້ງໃຈທີ່ຈະສືບຕໍ່ຄົ້ນຄວ້າ, ປຶກສາຫາ ລື ແລະ ເຮັດວຽກ ຮ່ວມກັນກ້າວ ໄປເຖິງໃຫ້ສຳເລັດການລົງນາມ ເຊັນສັນຍາວ່າດ້ວຍການສົ່ງເສີມ ແລະ ການປົກປ້ອງກັນລົງທຶນ ແລະ ສັນຍາວ່າ ດ້ວຍການຫລີກ ເວັ້ນການເກັບອາກອນຊ້ຳຊ້ອນໃນອານາຄົດເພື່ອສົ່ງເສີມການ ລົງ ທຶນ.ນອກຈາກນັ້ນກໍໄດ້ຕົກລົງຈະໃຫ້ມີ ການກະຕຸກຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ດ້ານການທ່ອງທ່ຽວທຳມະຊາດ ແລະ ວັດທະນາ, ຕາມຈຸດພິເສດ ແລະ ທ່າແຮງຂອງແຕ່ລະຝ່າຍ.

No comments:

Post a Comment