Ad

Ad

3 June 2013

ທູດສະຫະພາບເອີຣົບລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫລືອຢູ່ແຂວງອັດຕະປື



         ທ່ານ ມີແຊນ ໂກແຟງ ອຸປະ ທູດສະຫະພາບເອີຣົບປະຈຳລາວ ພ້ອມຄະ ນະ, ໄດ້ລົງຕິດຕາມກວດ ກາການຈັດຕັ້ງປະ ຕິບັດບັນດາ ໂຄງການທີ່ສະຫະພາບເອີ ຣົບໄດ້ ໃຫ້ການຊ່ວຍເຫລືອຢູ່ແຂວງອັດ ຕະປື,ໃນລະຫວ່າງວັນທີ 27-30 ພຶດສະພາ ນີ້.ໂດຍໄດ້ໄປເບິ່ງການ ຈັດຕັ້ງປະຕິບັດການເກັບກູ້ລະເບີດບໍ່ທັນແຕກອອກຈາກ ພື້ນທີ່ ປຸກສ້າງ ແລະ ເຂດການຜະລິດ ກະສິ ກຳຢູ່ບ້ານແກ້ງໃຫຍ່ເມືອງ ໄຊເສດຖາ, ເບິ່ງກິດຈະກຳລ້ຽງໝູ ແລະ ສວນສາທິດປູກພືດໃຫ້ໝາກ ຢູ່ບ້ານສົມບູນເມືອງ ຊານໄຊ, ເບິ່ງ ການປູກຜັກ, ລ້ຽງກົບ, ໝູພັນ,ລ້ຽງ ປາ ແລະ ການລ້ຽງໄກ່ ຢູ່ສູນກະ ສິກຳເມືອງພູວົງ,ເບິ່ງການຢອດ ຢາ ແລະ ສັກຢາ ໃຫ້ເດັກເກີດໃໝ່ ແລະ ເດັກຕ່ຳກ ວ່າ 5 ປີ ຢູ່ບ້ານ ຮາຣາງ ເມືອງໄຊເສດຖາ ແລະ ໂຄງການລ້ຽງງົວ ແລະ ລ້ຽງແບ້ ຢູ່ເມືອງ ສະໜາມໄຊ ເຊິ່ງບັນດາ ໂຄງການເລົ່ານັ້ນປະຕິບັດໂດຍ ອົງການເກັບກູ້ລະເບີດ(UXO), ອົງການອານາເດຍ (Ana dya),ອົງ ການເຮັສພີເອ(HPA) ແລະ ອົງ ການອຸຍນີເຊບ( Unicep) ໂດຍ ທຶນ ສະໜັບສະໜູນຈາກສະຫະພາບເອີຣົບ ຫລາຍກວ່າ 7 ລ້ານ ເອີໂຣເຊິ່ງຈະດຳເນີນໄປຮອດຕົ້ນ ປີ 2016.
         ທ່ານ ມີແຊນ ກ່າວວ່າ: ປັດ ຈຸບັນສະພະພາບເອີຣົບໄດ້ສະໜັບ ສະໜູນ 5 ໂຄງການຢູ່ແຂວງອັດ ຕະປື ໂດຍສຸມໃສ່ ການຄ້ຳປະກັນ ສະບຽງອາຫານ ແລະ ໂພສະນາ ການ,ການຊ່ວຍເຫລືອດ້ານສຸຂະ ພາບ ແລະຫລຸດຜ່ອນຄວາມທຸກຍາກເນື່ອງ ຈາກວ່າອັດຕະປືແມ່ນ ແຂວງໜຶ່ງໃນລາວ ທີ່ຍັງທຸກຍາກ ແລະ ຕັ້ງຢູ່ຫ່າງໄກຊອກຫລີກ ແລະ ເຫັນວ່າຜ່ານມາການຊ່ວຍເຫຼືອ
ດ້ານການພັດທະນາຈາກ ພາຍນອກຂ້ອນຂ້າງຈຳກັດ,ເຮັດ ໃຫ້ປະຊາຊົນຈຳນວນບໍ່ໜ້ອຍທີ່ຢູ່ໃນເຂດທຸລະກັນດານຫ່າງ ໄກ ຊອກຫລີກປະສົບຄວາມທຸກຍາກ ລຳບາກການດຳລົງຊີວິດຂອງ ປະ ຊາຊົນປະມານ 133 ໃນ 208 ບ້ານ ແມ່ນຍັງເອື່ອຍອີງ ໃສ່ທຳມະຊາດ ດ້ວຍການປູກເຂົ້າ,ເກັບ ເຄື່ອງປ່າຂອງດົງ,ຫາປາ ແລະ ລ້ຽງສັດ ຕາມທຳມະຊາດ ອາ ຫານບໍ່ກຸ້ມກິນ ແລະ ຂາດດ້ານໂພສະນາການ ຍ້ອນບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ເປົ້າໝາຍຂອງການ ຊ່ວຍເຫລືອດ້ານ ການພັດທະນາ ຂອງສະຫະ ພາບເອີຣົບໄດ້ເນັ້ນໃສ່ ການຫລຸດຜ່ອນຄວາມທຸກຍາກ, ຫລຸດຜ່ອນບັນຫາການຂາດໂພ ສະນາການຂອງເດັກນ້ອຍ, ຮັບປະ ກັນການຄ້ຳສະບຽງອາຫານ, ຍົກສູງສະມັດຕະພາບການຜະລິດ ແລະ ຊຸກດັນໃຫ້ມີພື້ນຖານໂຄງລ່າງການຜະລິດ, ການເຂົ້າເຖິງ ຕະຫລາດ ແລະ ສົ່ງເສີມກິດຈະ ກຳການສ້າງລາຍຮັບໃຫ້ປະຊາ ຊົນອື່ນໆອີກ.
           ທ່ານ ມີແຊນ ກ່າວຕື່ມວ່າ: ສະຫະພາບເອີຣົບສະໜອງທຶນ ແກ່ໂຄງການຄ້ຳປະກັນສະບຽງ ອາຫານຢູ່ລາວຫລາຍ ກວ່າ 26 ລ້ານເອີໂຣ ໂດຍສະເພາະແມ່ນ ບັນດາຕົວເມືອງທຸກຍາກ ເພື່ອສົ່ງ ເສີມໂພສະນາການ ແລະ ຄ້ຳປະ ກັນສະບຽງອາ ຫານ, ນອກ ຈາກ ນີ້ສຳນັກງານຊ່ວຍເຫລືອດ້ານມະ ນຸດສະທຳຂອງສະຫະພາບເອີຣົບ ຍັງໄດ້ຊ່ວຍເຫລືອດ້ານການເງິນ ໃຫ້ແກ່ ອົງການ(HPA) ໃນການ ຄວບຄຸມການລະບາດຂອງພະ ຍາດໄຂ້ມາລາເລຍຢູ່ບັນດາ ແຂວງພາກໃຕ້ຂອງລາວ.
       ໃນໂອກາດດັ່ງກ່າວ, ທ່ານ ອຸປະທູດສະຫະພາບເອີຣົບ, ກໍໄດ້ເຂົ້າຢ້ຽມຂ່ຳນັບເຈົ້າແຂວງອັດຕະປືທ່ານ ຄຳພັນ ພົມມະ ທັດ ເພື່ອລາຍງານໃຫ້ຊາບກ່ຽວກັບການ ເດີນທາງມາຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການ ທີ່ສະຫະ ພາບເອີຣົບໄດ້ ໃຫ້ການສະໜັບສະໜູນ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງ ຄົມຂອງແຂວງ, ໃນໂອ ກາດດັ່ງກ່າວທ່ານເຈົ້າ ແຂວງກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບການພັດທະນາຂອງ ແຂວງວ່າ:ປັດຈຸບັນ ແຂວງອັດຕະປື ພວມ ສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອລືບ ລ້າງຄວາມທຸກຍາກຂອງປະຊາ ຊົນ ບັນດາເຜົ່າໃຫ້ມີຢູ່ມີກິນ ແລະ ມີທີ່ຢູ່ອາໄສຖາວອນ ແລະ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ສະຫະພາບ ເອີຣົບທີ່ໄດ້ໃຫ້ ການຊ່ວຍເຫລືອທຶນໃຫ້ກັບອົງການຕ່າງໆເພື່ອໃຫ້ເຂົ້າມາຊ່ວຍພັດທະນາປະຊາຊົນໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນລຳດັບ.

No comments:

Post a Comment