Ad

Ad

3 June 2013

ຜູ້ບໍ່ຮູ້ອິດເມື່ອຍໃນການດຳເນີນທຸລະກິດໝາກກາເຟ



      ຜູ້ຢູ່ໃນອົງການປູກ ແລະ ດຳເນີນທຸລະກິດໝາກກາເຟ ຢູ່ເຂດ ພາກໃຕ້ລາວ ອາດເວົ້າໄດ້ວ່າ ມີຫນ້ອຍຄົນທີ່ບໍ່ຮູ້ຈັກເຖິງ ຊື່ສຽງຮຽງນາມຂອງບໍລິສັດ ທອງໃສ ການກະເສດ ທີ່ຕັ້ງຢູ່ບ້ານພະ ຫນວນ, ເມືອງປາກຊ່ອງ, ແຂວງ ຈຳປາສັກ ໂດຍສະ ເພາະແມ່ນຜູ້ ເປັນເຈົ້າຂອງບໍລິສັດດັ່ງ່າວຄື ທ່ານ ນາງ ທອງໃສ ຫມື່ນດວງ ເຊິ່ງແມ່ນ ນັກທຸລະກິດຜູ້ຫນຶ່ງທີ່ ໄດ້ກິ້ງເກືອລີເລືອ ກັບຫມາກກາ ເຟມາເປັນເວລາຫລາຍກວ່າ 20 ປີ ແລ້ວ. ນາງເລົ່າສູ່ຟັງວ່າ : 17 ປີກ່ອນນີ້ ຕົນເປັນພຽງແມ່ຄ້າຄົນ ຫນຶ່ງເຮັດ ຫນ້າທີ່ຮັບເກັບຊື້ກາເຟ  ຈາກຊາວສວນໃນເຂດເມືອງ ປາກຊ່ອງແລ້ວນຳມາປຸງແຕ່ງ ເປັນກາເຟປອກ ເພື່ອສົ່ງອອກ ແລະ ກໍ ເຫັນ່ວ່າມີຜົນສຳເລັດເປັນກ້າວໆມາສາມາດຊ່ ວຍໃຫ້ ຊາວສວນມີຕະຫລາດຈຳໜ່າຍ ແລະ ມີລາຍຮັບເພື່ອນຳມາປັບ ປຸງຊີວິດ ການເປັນຢູ່ ແລະ ຂະ ຫຍາຍເນື້ອທີ່ປູກກາ ເຟຂອງເຂົາເຈົ້າ ແຕ່ຫນ້າເສຍດາຍ ພໍຕົກມາ ປີ 2005-2006 ການສ່ົງອອກ ຫມາກກາເຟໄດ້ຮັບຜົນກະທົບຈາກສະພາບ ວິກິດການເສດຖະກິດການເງິນໂລກ ແລະ ບັນຫາ ໄພທຳມະຊາດ, ທ່າແຮງການ ຮັບຊື້ຫນ້ອຍລົງ, ລາຄາກາເຟກໍຕົກຕ ຳ່ລົງ ເຊັ່ນດຽວກັນ, ເຮັດໃຫ້ທຸລະກິດການສ່ົງອອກກາເຟຂອງ ທ່ານນາງທອງໃສ ກໍໄດ້ ຮັບຜົນກະທົບ, ສົ່ງຜົນເຮັດໃຫ້ແຫລ່ງ ທຶນຫລຸດຫນ້ອຍຖອຍລົງ, ແຕ່ນາງໄດ້ນຳສະເຫນີຄວາມເປັນຈິງຕໍ່ອຳນາດການປົກ ຄອງເພື່ອໃຫ້ການສະຫນັບສະຫນູນ ຊ່ວຍ
ເຫລືອໃນທີ່ສຸດທະນາຄານສົ່ງເສີມກະສິກຳຈຶ່ງໄດ້ອະນຸມັດເງິນ ກູ້ໃຫ້ບໍລິສັດທອງ ໃສຈຳນວນ 40 ຕື້ກີບ ເພື່ອນຳມາປັບປຸງ ແລະ ລົງທຶນປູກຫມາກກາເຟດ້ວຍຕົວ ເອງ ໃນເມື່ອທີ່ປະມານ 200 ກວ່າ ເຮັກຕາ  ແລະ ໃນປີ 2013 ນີ້ ຄາດວ່າຈະເກັບກູ້ ຫມາກກາເຟ ດິບໄດ້ປະມານ 2.500-2.600 ໂຕນ ແລະ ກຳລັງຂະຫຍາຍເນື້ອ ທີ່ປູກ ໃຫມ່ເພີ່ມອີກ 154 ເຮັກຕາ ເພື່ອເຮັດໃຫ້ການເກັບກູ້ຫມາກ ກາເຟດິບໃນປີ 2014-2015 ເພ່ມເປັນ 3.500 ໂຕນ ຖ້າຂາຍ ໄດ້ ກິໂລລະ 5.000 ກີບຂອງລາຄາ ປົກກະຕິ ແມ່ນບໍລິສັດຈະມີລາຍ ຮັບຢູ່ປະມານ 14 ຕື້ກີບ ແລະ ຖ້າ  ຫາກດິນຟ້າອາກາດ ເອື້ອອຳນວຍ, ຕະຫລາດມີຄວາມຫມັ້ນທ່ຽງຄາດວ່າຮອດປີ 2016-2017 ບໍລິສັດຈະມີລາຍຮັບແຕ່ 20 ລ້ານ ກີບຂຶ້ນໄປ, ດັ່ງນັ້ນ, ອີກບໍ່ທໍ່ໃດປີບໍລິສັດກໍຈະສາມາດຊຳລະຫນີສິນໃຫ້ທະນາຄານໄດ້.
      ທ່ານນາງ ທອງໃສ ໃຫ້ຮູ້ອີກ ວ່າ : ປັດຈຸບັນ ບໍລິສັດຂອງຕົນ ພວມລົງທຶນຕື່ມອີກປະມານ 10 ຕື້ ກີບ, ເພື່ອສ້າງໂຮງງານ ອິ້ວ ຫມາກກາເຟແດງ, ແລະ ຂະ ຫຍາຍລານຕາກກາເຟ ພ້ອມຂະ ຫຍາຍຟາມລ້ຽງຫມູ ເພື່ອສ້າງ ລາຍຮັບເພີ່ມ ແລະ ຈະນຳ ໃຊ້ຝຸ່ນຄອກດັ່ງກ່າວເຂົ້າມາປັບປຸງເນື້ອ ທີ່ປູກຫມາກກາເຟປອດສານພິດ ນຳອີກ.
     ປັດຈຸບັນ ຢູ່ບໍລິສັດແຫ່ງນີ້ ມີພະນັກງານກຳມະກອນຢູ່ຫລາຍ ກວ່າ 50 ຄົນ ໃນນັ້ນມີຜູ້ຊ່ຽວຊານຫວຽດນາມ ແລະ ໄທ ເຂົ້າ ມາຊ່ວຍທາງດ້ານເຕັກນິກການປູກ, ບົວລະບັດຮັກສາ ແລະ ຜະ ລິດກາເຟສົ່ງອອກໃຫ້ໄດ້ມາດຕະຖານ.

No comments:

Post a Comment