ໃນທ້າຍອາທິດຜ່ານມາ ນີ້, ແຂວງຫລວງນ້ຳທາ
ໄດ້ເຜີຍແຜ່ ຄວາມສຳຄັນຂອງວັນຕ້ານໄຂ້ ເລືອດ ອອກອາຊຽນ ວັນທີ 15 ມິຖຸ
ນາເປັນວັນຕ້ານພະຍາດໄຂ້ເລືອດ ອອກອາຊຽນ. ທ່ານ ດຣ. ຄຳຈັນ ອິນ ທອງໄຊ ຮັກສາການຫົວໜ້າ ພະ
ແນກສາທາລະນະສຸກແຂວງ ກ່າວວ່າ:ຄວາມສຳຄັນຂອງວັນຕ້ານພະ ຍາດໄຂ້ເລືອດອອກອາ ຊຽນ ແລະ ຖະແຫລງການຈາ
ກາຕາ ຮຽກຮ້ອງໃຫ້ 10 ປະເທດອາຊຽນ ຕ້ານພະ ຍາດໄຂ້ຍຸງລາຍ ຊຶິ່ງທຸກໆປີ ຈຳນວນຄົນຕິດເຊື້ອ
ພະຍາດໄຂ້ຍຸງລາຍ ທົ່ວໂລກມີ 50-100 ລ້ານຄົນ ແລະ ເສຍຊີວິດ 20 ພັນຄົນ,ສະເລ່ຍມີ 75% ຂອງ
ຄົນເຈັບ ແມ່ນມາຈາກບັນດາປະ ເທດອາຊີ-ປາຊີຟິກ ແລະ ປະເທດ ອາຊຽນ ທີ່ນອນຢູ່ໃນພາກພື້ນອາ
ຊີ-ປາຊີ ຟິກ ທີ່ຕິດເຊື້ອພະຍາດໄຂ້ ຍຸງລາຍ ຫລາຍທີ່ສຸດ.
ໃນປີ 2010 ກອງປະຊຸມສາ ທາລະນະສຸກອາຊຽນ
ທີ່ປະເທດ ສິງກະໂປ ໄດ້ເປັນເອກະພາບ ເລືອກ ເອົາວັນທີ 15 ມິຖຸນາ 2011
ເປັນວັນຕ້ານພະຍາດໄຂ້ຍຸງລາຍ ອາຊຽນ ແລະ ພ້ອມກັນຈັດຕັ້ງປະຕິບັດການ ອະນາໄມທຳລາຍ ແຫລ່ງ
ເພາະພັນຂອງຍຸງລາຍ ຢ່າງຕໍ່ ເນື່ອງ ເພື່ອສຸມໃສ່ວຽກງານປ້ອງກັນ ແລະ ຄວບ ຄຸມພະຍາດດັ່ງກ່າວ
ໃນປະເທດອາຊຽນ ໂດຍເລັ່ງໃສ່ການສະກັດກັ້ນເຝົ້າ ລະວັງການແຜ່ລະບາດເຊື້ອພະ ຍາດໄຂ້ຍຸງລາຍ
ຍ້ອນການປ່ຽນ ແປງຂອງສະພາບດິນຟ້າອາກາດ. ທ່ານກ່າວວ່າ: ສະພາບພະຍາດ ໄຂ້ຍຸງ ລາຍຢູ່ ສປປ.
ລາວ ກໍຄືຢູ່ ແຂວງຫລວງ ຳທາ ຊຶິ່ງເປັນພະຍາດໜຶ່ງທີ່ກະຊວງສາທາລະນະສຸກໄດ້ເອົາ ໃຈ ໃສ່ໃນການສະກັດກັ້ນຕ້ານການລະບາດຂອງ ພະຍາດນີ້.ໂດຍລວມແລ້ວມ
າຮອດປັດຈຸບັນມີປະຊາກອນ
ຫລາຍກວ່າ 2,5 ຕື້ ຄົນໃນທົ່ວ ໂລກ ທີ່ມີຄວາມສ່ຽງຕໍ່ການລະ ບາດ ຂອງ ພະຍາດ ດັ່ງກ່າວ ໂດຍ
ສະ ເພາະແມ່ນບັນ ດາປະເທດເຂດ ຮ້ອນລວມທັງ ສປປ.ລາວ ນຳດ້ວຍ. ພະຍາດໄຂ້ຍຸງໄດ້ເລີ່ມ
ລະບາດແຕ່ປີ 1985 ເປັນຕົ້ນມາ ໃນເບື້ອງຕົ້ນແມ່ນເກີດການລະບາດ ຢູ່ໃນຕົວເມືອງໃຫຍ່
ແລ້ວສືບຕໍ່ຂະຫຍາຍສູ່ຊົນ ນະບົດ ແລະ ເກີດໃນໄລຍະລະດູຝົນ, ຊຶ່ງມີຕົວເລກການຕິດເຊື້ອທົ່ວ
ເທດ ເພີ່ມຂຶ້ນ 3 ເທົ່າ ໃນປີ 2010 ມີ 22.900 ກວ່າຄົນ, ຖ້າທຽບໃສ່ປີ 2009 ການລະບາດຂອງພະຍາດດັ່ງກ່າວ
ຂະຫຍາຍໃນທົ່ວປະ ເທດຫລາຍກວ່າໝູ່ ແມ່ນໃນກຸ່ມເດັກ ແລະ ໄວໜຸ່ມ. ສ່ວນແຂວງຫລວງນ້ຳທາ
ຍັງບໍ່ທັນມີຈັກກໍລະນີທີ່ ຕິດເຊື້ອພະຍາດໄຂ້ຍຸງລາຍເຂົ້າມາປິ່ນ ປົ່ວຢູ່ໂຮງໝໍ
ແຕ່ເຫັນວ່າ ຍັງມີຄວາມສ່ຽງສູງເພາະວ່າພະຍາດນີ້
ໄດ້ເກີດຢູ່ບັນດາແຂວງ ໃກ້ຄຽງຄື: ອຸດົມໄຊ ແລະ ບໍ່ແກ້ວ, ດັ່ງນັ້ນ
ພາກສ່ວນທີ່ກ່ຽວຂ້ອງຈະຕ້ອງຈຳເປັນ ສະກັດກັ້ນເຝົ້າລະວັງພະຍາດ ດັ່ງກ່າວ ແລະ ພ້ອມກັນເອົາໃຈໃສ່ອະນາໄມຕາມ
ເຮືອນຊານບ້ານຊ່ອງທີ່ ບໍ່ສະອາດເປັນຕົ້ນ: ນ້ຳຂັງຕາມກະໂປະກະປ໋ອງ ແລະ ພາຊະນະອື່ນ.
No comments:
Post a Comment