ບໍລິສັດ ໂຊກດີ ໂອສົດ ຈຳກັດ ຕົວແທນຜູ້ຈຳໜ່າຍຜະລິດຕະພັນ ຊັນຄາລາ
ໃນລາວ ໄດ້ຈັດພິທີຈັບສະຫຼາກມອບໂຂກໃຫ້ແກ່ລູກຄ້າຂື້ນໃນ ວັນທີ 15
ມິຖຸນານີ້ ຢູ່ບ້ານ ສີຫອມ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ
ທ່ານ ດຣ ສົມລິດ ທຳມະວົງ ປະທານຜູ້ບໍລິຫານ ບໍລິສັດ ດັ່ງ ກ່າວ.
ທ່ານ ອຳນວຍການ ບໍລິສັດ
ດັ່ງກ່າວໃຫ້ຮູ້ວ່າ: ການຈັບສະ ຫຼາກ ຄັ້ງນີ້
ກໍເພື່ອເປັນການຄືນກຳໄລໃຫ້ ລູກຄ້າຜູ້ທີ່ນຳໃຊ້ຜະລິດຕະພັນ ອາຫານເສີມ
ຊັນຄາລາ ສຳລັບເພດຍິງ ເພື່ອຊ່ວຍເບິ່ງແຍງສຸຂະພາບ, ເຮັດໃຫ້ຜິວພັນງົດງາມ
ແລະ ອື່ນໆ ໂດຍ ບໍລິສັດ ໂຊກດີ ໂອສົດ
ໄດ້ເປັນຕົວແທນນຳເຂົ້າຈຳໜ່າຍຜະລິດຕະພັນດັ່ງ ກ່າວແຫ່ງດຽວໃນລາວ ຊຶ່ງລາງ
ວັນສ່ວນໃຫຍ່ແມ່ນລົດຈັກ, ຕູ້ ເຢັນ, ໂທລະທັດ ແລະ ອື່ນໆ ລວມ ທັງໝົດ 60
ກ່ວາລາງວັນ ດ້ວຍກັນ ລວມມູນຄ່າ ຫຼາຍກ່ວາ 50 ລ້ານກີບ.
ຜູ້ອຳນວຍການ ບໍລິສັດ ໂຊກ ດີ ໂອສົດ
ກ່າວວ່າ: ປັດຈຸບັນມີການລັກລອບປອມແປງຜະລິດຕະ ພັນ ດັ່ງກ່າວເປັນຈຳນວນຫຼາຍ,
ດັ່ງນັ້ນ
ເພື່ອເປັນການປ້ອງກັນລູກຄ້າບໍ່ໃຫ້ຫຼົງຊື້ຜະລິດຕະພັນທີ່ປອມແປງດັ່ງກ່າວ,
ທາງບໍລິສັດໄດ້ມີການຕິດສະຕິກເກີ້ຂອງຕົນ
ພ້ອມທັງມີເຄື່ອງໝາຍຢັ້ງຢືນຄຸນນະພາບຈາກອົງ ການອາຫານ ແລະ ຢາກະຊວງ
ສາທາລະນະສຸກ ທັງນີ້ກໍເພື່ອບໍ່ໃຫ້ເກີດອັນຕະ ລາຍແກ່ລູກຄ້າອີກດ້ວຍ
ບໍລິສັດ ໂຊກດີ ໂອສົດ ໄດ້ເປັນຕົວແທນຈຳໜ່າຍ ແລະ ນຳເຂົ້າຢາ, ອາ ຫານເສີມ
ແລະ ອຸປະກອນການແພດທີ່ທັນສະໄໝມາ 20 ກ່ວາ ປີ ແລ້ວ
ເພື່ອຕອບສະໜອງໃຫ້ແກ່ສັງຄົມ ແລະ ໂຮງໝໍຕ່າງໆ ເພື່ອຄວາສະດວກໃນການບໍລິການ
ປະຊາຊົນໄດ້ສິດວກດີຂື້ນ.
No comments:
Post a Comment