ໃນກອງປະຊຸມລັດຖະບານ ເປີດກວ້າງ 6
ເດືອນຕົ້ນສົກປີ 2012-2013 ໂດຍການເປັນປະ ທານ ຂອງທ່ານ ທອງສິງ ທຳມະວົງ
ນາຍົກລັດຖະ ມົນຕີແຫ່ງ ສ ປປ ລາວ ເມື່ອບໍ່ດົນມານີ້ໄດ້ຕີລາ ວ່າ ເສດຖະ ກິດຂອງປະເທດຍັງ
ສືບຕໍ່ຂະຫຍາຍຕົວ ແລະ ມີສະຖຽນລະພາບໂດຍພື້ນຖານ ແລະ ລວມຍອດຜະລິດ ຕະພັນພາຍໃນ
(GDP)ສົກປີ 2012-2013 ນີ້ຈະຂະ ຫຍາຍຕົວປະມານ 8,1%.
ສະພາບການລົງທຶນຂອງ ລັດປະຕິບັດໄດ້1.699
ໂຄງການ,ມີ ມູນຄ່າປະມານ 1.676 ຕື້ກວ່າກີບ ເທົ່າກັບ 22%,ໃນນັ້ນ ທຶນພາຍໃນ ມີ 1.170
ຕື້ກວ່າກີບ,ທຶນຊ່ວຍ ເຫລືອ ເພື່ອການພັດທະນາ(ODA)
ມີ 49 ໂຄງການ,ຕົກເປັນມູນຄ່າ ປະມານ
245 ລ້ານກວ່າໂດລາ ສະຫະລັດ,ໃນນັ້ນ ທຶນຊ່ວຍເຫລືອ ລ້າ ມີ 44 ໂຄງການ,ມູນຄ່າປະ
ມານ 155 ລ້ານກວ່າໂດລາສະຫະ ລັດ ແລະ ທຶນກູ້ຢືມ 3 ໂຄງການ ມູນຄ່າ 91 ລ້ານກວ່າໂດລາສະ ຫະ
ລັດ.ໂຄງການສ່ວນໃຫຍ່ແມ່ນຕິດ ພັນກັບການສຳປະທານໂດຍສາ ມາດ ດຶງດູດ ເອົາການລົງທຶນໄດ້
ປະມານ 1,1 ຕື້ກວ່າໂດລາສະຫະ ລັດ,ໃນ ນີ້ເອກກະຊົນພາຍໃນລົງ ທຶນ 144 ລ້ານ ກວ່າໂດລາສະຫະ
ລັດ, ໂດຍຂະແໜງທີ່ມີການລົງ ທຶນຫລາຍແມ່ນພະລັງງານ,ບໍ່ແຮ່ ແລະ ຂະແໜງກໍ່ສ້າງ.
ໃນດ້ານລາຍຮັບງົບປະມານ ປະຕິບັດໄດ້ຫລາຍກວ່າ
10.200 ຕື້ກີບ ເທົ່າກັບ 51%,ໃນນັ້ນລາຍ ຮັບພາຍໃນ 7.365 ກວ່າຕື້ກີບເທົ່າ ກັບ 47%
ຂອງແຜນການປີ.ສຳ ລັບ ດ້ານເງິນຕາ ມີອັດຕາເງິນເຟີ້ ສະ ເລ່ຍ 4,85% (ທຽບໃສ່ໄລຍະ ດຽວ
ກັນຂອງປີຜ່ານມາແມ່ນ 6,74%),ອັດຕາແລກປ່ຽນ ມີຄວາມ ໝັ້ນ ທ່ຽງ ແລະ ມິສະຖຽນລະພາບ
ດີທຽບໃສ່ເງິນໂດລາແຂງຄ່າ 1,13% ແລະ ເງິນບາດ ອ່ອນຄ່າ ລົງ 2,45%, ປະລິມານເງິນ(M2)
ເພີ່ມຂຶ້ນ 21,8% ທຽບໃສ່ທ້າຍສົກປີ 2011-2012, ຄັງສຳຮອງເງິນຕາຕ່າງປະເທດ ມີຍອດເພີ່ມຂຶ້ນ.
ສ່ວນການນຳເຂົ້າ ປະຕິບັດໄດ້ ຫລາຍກວ່າ 1.100 ລ້ານໂດລາສະ ຫະລັດ ເທົ່າກັບ 50,24% ອາດຈະມີການຂາດດຸນການຄ້າປະມານ
281 ລ້ານໂດລາສະຫະລັດ ແລະ ມູນຄ່າການສົ່ງ ອອກປະຕິບັດໄດ້
880 ລ້ານໂດລາ ເທົ່າກັບ 42% ຂອງແຜນການປີ(ຫລຸດລົງ0,96%).
No comments:
Post a Comment