ໃນເຊົ້າວັນທີ 16 ມິຖຸນານີ້, ທ່ານ
ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນຳ ວຽກເສດຖະກິດພ້ອມດ້ວຍເຈົ້າຄອງນະຄອນ ຫລວງວຽງຈັນ
ໄດ້ ລົງຕິດຕາມຄວາມຄືບໜ້າຂອງໂຄງ ການ ລະບາຍນ້ຳຖ້ວມຂັງ ແລະ ປ້ອງກັນນ້ຳຖ້ວມຢູ່ເຂດ
ຊານເມືອງນະຄອນຫລວງວຽງ ຈັນ,ໂດຍລັດ ຖະບານ ໄດ້ອະນຸມັດງົບປະມານ 300 ກວ່າຕື້ ເພື່ອຈັດ
ຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ ມີຜົນສຳເລັດ ພາຍຫລັງໄດ້ ປະຕິບັດມາແຕ່ປີ 2008
ໂດຍໄດ້ມີການ ລວງຮ່ອງລະບາຍນ້ຳໃນ 5 ຈຸດ ລວມມີຄວາມ ຍາວ 116 ກວ່າກິ
ໂລແມັດ,ເສີມຄູກັ້ນນ້ຳ 2 ຈຸດ ຍາວ 16,5 ກິໂລແມັດ, ສ້ອມ ແປງ ປະຕູນ້ຳ 9 ຈຸດ, ສ້ອມແປງຮອງລະ
ບາຍນ້ຳຫລັກ 21 ແລະ ຕິດ ຕັ້ງຈັກສູບນ້ຳ 7 ຈຸດ (ສຳເລັດ ແລ້ວ 4 ຈຸດ) ຄາດ ວ່າຈະສາມາດ ເປີດນຳ ໃຊ້
ໄດ້ໃນ ທ້າຍເດືອນມິຖຸ ນາ 2013 ນີ້ ຊຶ່ງທ່ານຮອງນາຍົກ ລັດຖະ ມົນຕີ ແລະ ຄະນະ ໄດ້ລົງ
ກວດກາຕິດ ຕາມຢູ່ 5 ຈຸດ ຄື:ຮ່ອງ ລະບາຍ ນ້ຳຈຸດດົງຄ ຳຊ້າງ,ຈຸດ ຟາມທ່ານ ພູວົງ,ຈຸດໂຮງງານ
ເບຍລາວ,ຈຸດປະຕູນ້ຳ ຫ້ວຍເດື່ອ ແລະ ຈຸດກໍ່ສ້າງທາງເຊື່ອມຕໍ່ນາ ຄວາຍຫາເສັ້ນ ທາງ 450 ປີ
ຊຶ່ງ ເຫັນ ວ່າຍັງພົບບາງບັນຫາທີ່ຍັງ ບໍ່ ທັນມີຄວາມເປັນເອກກະພາບໃນ ການຈັດຕັ້ງ ປະຕິບັດ
ແລະ ບາງ ຈຸດຍັງບໍ່ທັນຕິດຕັ້ງຈັກສູບນ້ຳ ແລະ ຜົນກະທົບຕ່າງ ໆຈາກການ
ກໍ່ສ້າງເສັ້ນທາງ.ໃນໂອກາດນີ້ ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ກໍ ໄດ້ເນັ້ນໃຫ້ພະແນກການທີ່ກ່ຽວຂ້ອງສົມ ທົບກັບກະ ຊວງ-ກົມກອງ
ແລະ ບໍລິສັດຮັບເໝົາສຸມໃສແກ້ໄຂ ໂດຍໄວເພື່ອເຮັດໃຫ້ໂຄງ
ການດັ່ງກ່າວປະສົບຜົນສຳ ເລັດຕາມເປົ້າໝາຍສາມາດຮອງຮັບສະພາ ບນ້ຳຖ້ວມທີ່
ອາດຈະເກີດຂຶ້ນໃນລະດູຝົນນີ້ໄດ້ຮັບການປົກປ້ອງເປັນຢ່າງດີ.
ຫລັງຈາກນນັ້ນ ທ່ານ ສົມສະຫວາດ
ເລັ່ງສະຫວັດ ພ້ອມ ຄະນະ ກໍໄດ້ໄປຢ້ຽມຊົມພື້ນຖານ ການຜະລິດຂອງບໍລິສັດລາວສາ ກົນການຄ້າ
ຂາອອກ-ຂາເຂົ້າ ທີ່ບ້ານໂພນໄຮຄຳ ເມືອງ ໄຊທາ ນີ ນະ ຄອນຫລວງວຽງຈັນ ຊຶ່ງໄດ້
ດຳເນີນການປູກຜັກປອດສານຜິດ ເພື່ອສົ່ງອອກ ມາແຕ່ປີ 2005ເຊັ່ນ: ຫອມ ເປ,ໃບກະເພົາ,ຫົວສີໄຄ,ໃບ
ຂີ້ຫູດ,ຫອມບົວລະພາ,ຫອມຫົວ ແດງ,ຂ່າ ແລະ ອື່ນໆ ຊຶ່ງໄດ້ສົ່ງ ອອກໄປຍັງ ປະເທດຍີປຸ່ນອາທິດ
ລະຄັ້ງຜ່ານທາງເຮືອບິນ ເພາະ ເປັນປະເທດທີ່ມີຄວາມຕ້ອງການສູງສຳລັບສີນຄ້າ ປອດສານພິດກໍ
ຄືຜັກປອດສານພິດອັນຈະເປັນທ່າ ແຮງໃຫ້ແກ່ການປູກຜືດຜັກດັ່ງ ກ່າວຂອງປະເທດເຮົາ.
No comments:
Post a Comment