Ad

Ad

4 June 2013

ໄຟຟ້ານະຄອນຫລວງປັບໃຫມຜູ້ລັກລອບໃຊ້ໄຟຟ້າ



          ຮອງ​ຫົວໜ້າລັດ​ວິ​ສາ​ຫະກິດ​ໄຟຟ້າ​ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ​ໃນ​ປີຜ່ານມານີ້ ໄຟຟ້ານະຄອນຫຼວງວຽງຈັນ ໄດ້​ເອົາ​ໃຈ​ໃສ່​ເຄື່ອນ​ໄຫວ​ຕິດຕາມການ​ຊົມ​ໃຊ້​ກະ​ແສ​ໄຟຟ້າ​ທີ່​ບໍ່ຖືກຕ​້ອງ ​ແລະ ຜິດ​ກັບ​ລະ ບຽບກົດໝາຍ​ໄຟຟ້າລາວ ​​​ແລະ ໄດ້​ກວດ​​ເຫັນການ​ລັກລອບນຳ​ໃຊ້​ກະ​ແສ​ໄຟຟ້າຢູ່​ຕາມ​ເຂດ​ຕ່າງໆຫຼາຍກວ່າ 130 ກໍລະນີ ​ໂດຍ​ທາງ​ໄຟຟ້າ​ນະຄອນຫຼວງ ວຽງຈັນ ໄດ້​ເອີ້ນມາ​ຕັກ​ເຕືອນ ​ແລະ ​ປັບ​ໃໝຜູ້​ກະທຳ​ຜິດ ​ເປັນ​ເງີ​ນ 170 ລ້ານ​ກ່ວາ​ກີບ ຂອງ​ຈຳນວນ​ກະ​ແສ​ໄຟຟ້າທີ່​ຕົ​ກ ເຮ່ຍ​ທັງໝົດ 231.630 KWh.
           ນະຄອນຫຼວງວຽງຈັນ ແມ່ນໃຈກາງ​ທາງ​ດ້ານ​ເສດຖະ ກິດ ​- ສັງຄົມ​ ແລະ ວັດທະນະທຳ​ຂອງ​ຊາດ​ແຕ່ລະ​ປີມີ​ການ​ຊົມ​ໃຊ້​ໄຟຟ້າ​ເພີ່ມ​ຂື້ນເປັນ​ຈຳນວນ ຫຼວງຫຼາຍໂດຍ​ສະ​ເພາະ​ໃນ​ໄລຍະ 5 ປີຜ່ານມາ​ເຫັນ​ວ່າການ​ຊົມ​ໃຊ້​ໄຟຟ້າ​ໃນ​ສັງຄົມ​​ເພີ່ມ​ຂື້ນ​ປະມານ 10%, ​​ແຕ່ເພື່ອ​ສາມາດຮອງ​ຮັບ ຄວາມ​ຕ້ອງການ​ທີ່​ເພີ່ມ​ຂື້ນດັ່ງ ກ່າວ ນະຄອນຫຼວງ ຕ້ອງ​ໄດ້​ນຳ​ເຂົ້າ​ກະ​ແສ​ໄຟຟ້າ​ຈາກ​ພາຍ​ນອກ​ຕື່ມ​ອີກ​ຄື: ​ໃນ​ປີ 2012 ​ຢູ່ ນະຄອນ ຫຼວງວຽງຈັນ​ ຈຳໜ່າຍ ກະ​ແສ​ໄຟຟ້າ​ໄດ້ຫຼາຍກ່ວາ 1 ລ້ານ KWh, ຂະນະ ນັ້ນກໍມີ​ກະ​ແສ​ໄຟ​ຕົກ ​ເຮ່ຍ​ຫຼາຍເຖີງ 171,778 KWh ສົ່ງ​ຜົນ​​ເຮັດ​ໃຫ້​ລັດ​ວິ​ສາ​ຫະກິດ​ໄຟຟ້າ ນະຄອນຫຼວງວຽງຈັນ ມີ​ໜີ້ຕ້ອງ​ຮັບ​​ 64 ຕື້ກ່ວາ​ກີບ.

            ທ່ານ ສຸຄົນ ຈັນທອນ ຮອງ​ຫົວໜ້າລັດ​ວິ​ສາ​ຫະກິດ​ໄຟ ຟ້າ​ ນະຄອນຫຼວງວຽງຈັນ ກ່າວ​ວ່າ: ປັດຈຸ​ບັນ​ການ​ຊົມ​ໃຊ້​ໄຟຟ້າ​ໃນ​ສັງຄົມ​ເພີ່ມ​ຂື້ນ ແລະ ຍັງ​ພົບ​ເຫັນ​ວ່າ​ມີ​ການ​ລັກ​ໃຊ້​ໄຟຟ້າ​ດ້ວຍ​ການ​ຕໍ່​ໄຟ ​ແລະ ດັດ​ແປງໝໍ້​ໄຟ ​ເພື່ອ​ເຮັດ​ໃຫ້ການ​ເສຍ​ຄ່າ​ຊົມ​ໃຊ້​ໄຟຟ້າ​ຖືກ​ລົງ ເຊິ່ງ​ເຮັດ​ໃຫ້​ຜິດ​ຕໍ່ ກົດ​ລະບຽບ, ​ແນວ​ໃດກໍ​ດີ​ເຫັນ​ວ່າ ຍ້ອນ​ມີ​ການ​ປ່ຽນ, ສ້ອມ​ແປງໝໍ້​ໄຟ​ທີ່​ເປ່​ເພ ຈຶ່ງ​ເປັນ​ອີກ​ສາ​ເຫດ​ໃຫ້​ເກີດ​ມີ​ໄຟຟ້າ​ຕົກ​ເຮ່ຍ ພ້ອມ​ດຽວກັນເຖີງວ່າ​ຈະ​ມີ​ການ​ລົງ​ທວງໜີ້​ເປັນ​ປະຈຳ​ຢູ່ແຕ່​ລະ​ສາຂາ, ຍັງ​ເຫັນ​ວ່າ ໜີ້ຄ່າ​ພະລັງ ງານ​ຊົມ​ໃຊ້​ຍັງ​ເພີ່ມ​ຂື້ນຕາມ​ສັດ ສ່ວນ​ການ​ຊົມ​ໃຊ້​ໃນ​ແຕ່ລະ​ເດືອນ ເນື່ອງ​ຈາ​ກ ຟຟລ ໄດ້​ປັບ​ປຸງ​ຄ່າ​ກະ​ແສ​ໄຟຟ້າ​ໃນ​ໄລຍະ​ຕົ້ນ​ປີ, ການ​ໂອນໜີ້ຄ່າ​ພະລັງງານ​ທາງ​ພາກ​ລັດ ​ແລະ ລູກ​ຄ້າ​ບໍ່ທັນ​ເດືອນ ຈຶ່ງ​ເຮັດ​ໃຫ້​ມີ​ການ​ສູນ​ເສຍ​ລາຍ​ຮັບ​ເປັນ​ຈຳນວນຫຼາຍ.

No comments:

Post a Comment