Ad

Ad

19 July 2013

ລາວ-ໄທ ຮ່ວມຫາລືການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຄັ້ງທີ 20



        ວັນທີ 18 ກໍລະກົດນີ້ຢູ່ໂຮງແຮມດອນຈັນພາເລດ ນະຄອນລວງວຽງຈັນ , ໄດ້ຈັດກອງປະຊຸມ ຄະນະກຳມະການ ຮ່ວມມືຮັກສາຄວາມສະຫງັບຮຽບຮ້ອຍຕາມຊາຍແດນທົ່ວໄປ, ລາວ-ໄທ ຄັ້ງທີ 20 ຂຶ້ນ, ໂດຍການເປັນ ປະທານ ຂອງ ທ່ານ ພົນໂທ ດວງໃຈ ພິຈິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ  ແລະ ທ່ານ ພົນເອກ ຍຸດທະສັກ ສະສິປ ຣະພາ ລັດຖະມົນຕີຊວ່ຍວ່າການກະຊວງກະລາໂຫມ ແຫ່ງຣາຊະອານາຈັກໄທ ເປັນປະທ່ານຮ່ວມ, ມີບັນດາຄະນະກຳມະການຮ່ວມມື ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
         ໃນກອງປະຊຸມດັ່ງກ່າວທ່ານ ລັດຖະ ມົນຕີວ່າການກະຊວງປ້ອງກັນປະເທດຂອງລາວ ໄດ້ຖະ ແຫຼ່ງຕໍ່ສື່ມວນຊົນ ວ່າ: ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືຮ່ວມກັນ ຫຼາຍດ້ານ, ໂດຍສະເພາະແມ່ນການ ຮັກສາຄວາມສະຫຼງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປລາວ-ໄທ ແລະ ການປັບປຸງຂໍ້ຕົກລົງວ່າດ້ວຍ ການຮ່ວມມືດ້ານຄວາມໝັ້ນຄົງບໍລະເວນຊາຍແດນ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 16 ຕຸລາ 2003 ແລະ ຈະສິ້ນສຸດການມີຜົນບັງຄັບໃຊ້ໃນວັນທີ 16 ຕຸລາ 2013  ນີ້, ສະນັ້ນສອງຝ່າຍໄດ້ເຫັນດີເປັ ນເອກະພາບກັນຈະສືບຕໍ່ປັບປຸງຄືນຂໍ້ຕົກລົງສະບັບເດີມໂດຍຜ່ານຂັ້ນຕອນຕາມກົດໝາຍ ຂອງແຕ່ລະຝ່າຍໃຫ້ມີຜົນບັງຄັບໃຊ້ໂດຍໄວ, ການຮັກ ສາເສັ້ນຊາຍແດນລາວ-ໄທ, ການກວດພື້ນທີ່ຊາຍແດນຮ່ວມ, ການປົກປັກຮັກສາ ແລະ ປ້ອງກັນຕາຝັ່ງເຈືອນ, ການປ້ອງກັນ ແລະ ປາບປາມຢາ ເສບຕິດ ໂດຍໄດ້ພິຈາລະນານຳໃຊ້ກົນ ໄກ ພາຍໃຕ້ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ- ໄທໃຫ້ມີສ່ວນຮ່ວມ ໃນການແກ້ໄຂ ບັນຫາຢາເສບຕິດ, ການຕິດຕໍ່ປະສານງານ ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງຄະນະອະນຸ
ກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຊາຍຕາມຊາຍແດນທົ່ວໄປ, ຄະນະກຳມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນລະດັບແຂວງ ແລະ ແຂວງ ແລະ ລະຫວ່າງກອງບັນຊາການທະຫານແຂວງຂອງລາວກັບກອງກຳລັງຮັບຜິດຊອ ບເຂດຊາຍແດນຂອງ ໄທເພື່ອໃຫ້ການແກ້ໄຂບັນຫາເປັນໄປຢ່າງວ່ອງໄວ ແລະ ຢຸດ ຢູ່ໃນບໍລິເວນ, ການແກ້ໄຂບັນຫາການກໍ່ການຮ້າຍສາກົນ, ການປ້ອງກັນການລັກ ລອບຄ້າສັດປ່າ, ພືດປ່າທີ່ຜິດກົດໝາຍ ແລະ ການແກ້ໄຂບັນຫາຜູ້ລັກລອບເຂົ້າເມືອງຜິດກົດໝາຍ.
        ທ່ານ ພົນໂທ ດວງໃຈ ພິຈິດ ກ່າວວ່າ: ຖືວ່າເປັນໄປຕາມການ ຕົກລົງລະຫວ່າງລັດຖະບານລາວ ແລະ ລັດຖະບານໄທວ່າດ້ວຍການຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ- ໄທ, ວັນທີ 17 ສິງຫາ 1991 ທີ່ກຳ ນົດໃຫ້ມີການຈັດກອງປະຊຸມຮ່ວມກັນປີລະ 1 ຄັ້ງໂດຍຜັດ ປ່ຽນກັນເປັນເຈົ້າພາບເພື່ອປຶກສາຫາລືໃນການກຳນົດແນວ ທາງ ແລະ ມາດຕະການທີ່ເໝາະສົມເພື່ອສົງເສີມການຮ່ວມມີຮັກສາ ຄວາມສະຫງົບຮຽບ ຮ້ອຍ ແລະ  ສະຖຽນລະພາບ ຕາມຊາຍແດນໂດຍສະເພາະການຮ່ວມມືແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ທັນເວລາ.

No comments:

Post a Comment