ງານວາງສະແດງສິນຄ້າ ລາວ- ຫວຽດນາມ ປະຈຳປີ
2013 ໄດ້ເປີດຂຶ້ນໃນວັນທີ 18 ກໍລະກົດນີ້ຢູ່ສູນ ການຄ້າລາວ - ໄອເຕັກ ນະຄອນຫຼວງວຽງຈັນ
ພາຍໃນໄລຍະເວລາ 4 ມື້ ເຊິ່ງສິນ ຄ້າທີ່ຝ່າຍ ສສ ຫວຽດນາມ ນຳມາ ວາງສະແດງ ແລະ ຈຳໜ່າຍໃນງານດັ່ງກ່າວລວມມີຜະລິດຕະ ພັນການຢາ,
ອຸປະກອນການແພດ, ວັດສະດຸກໍ່ສ້າງ, ຜະ ລິດຕະພັນກະສິກຳ, ການປະມົງ, ເຄື່ອງນຸ່ງ ຫົ່ມ, ເຄື່ອງບໍລິໂພກ,
ອຸປະ ໂພກ ແລະ ເຄື່ອງໃຊ້ສອຍສຳລັບຊີວິດປະຈຳວັນ ທີ່ມີຄຸນນະພາບອື່ນໆອີກຈາກ 100 ຫົວໜ່ວຍທຸລະກິດ,
ສ່ວນສິນຄ້າລາວ ປະກອບມີເຄື່ອງເຟີນີເຈີ, ເຄື່ອງແກະສະ ຫລັກ, ເຄື່ອງຫັດຖະກຳຈັກສານ, ເຄື່ອງນຸ່ງຫົ່ມ
ແລະ ຜົນຜະລິດກະສິກຳອື່ນໆລວມມີ 300 ກວ່າຮ້ານ.
ເຂົ້າຮ່ວມເປີດງານວາງສະແດງສິນ ຄ້າດັ່ງກ່າວມີທ່ານນາງ
ເຂັມມະນີ ພົນເສ ນາ ລັດຖະມົນຕີຊ່ວຍວ່າການກະ ຊວງອຸດສາຫະກຳ ແລະ ການຄ້າ ແລະ ຝ່າຍ ສສ ຫວຽດນາມ
ມີທ່ານ ເຈິນຕວນແອັງ ລັດຖະມົນຕີຊ່ວຍວ່າການກະ ຊວງອຸດສາຫະກຳ ແລະ ການຄ້າພ້ອມຜູ້ຮັບຜິດ ຊອບບັນດາຫົວໜ່ວຍທຸລະກິດຈາກສອງປະເທດເຂົ້າຮ່ວມເປັນຈຳນວນຫລາຍ.
ໃນລະຫວ່າງກ່າວເປີດງານວາງສະແດງທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າລາວ
ແລະ ຫວຽດນາມ ຕ່າງກໍໄດ້ຢືນຢັນ ເຖິງຄວາມສຳຄັນຂອງການວາງສະແດງຄັ້ງນີ້ ເພື່ອຈະກາຍເປັນຂົວຕໍ່ທີ່ມີປະສິດທິ
ຜົນໃຫ້ແກ່ຂະແໜງການຄ້າໂດຍສະເພາະ ແມ່ນການຊຸກຍູ້ສົ່ງ ເສີມໃຫ້ແກ່ຜູ້ຜະລິດມີຄວາມໝັ້ນໃຈຫຼາຍຂຶ້ນທີ່ຜະລິດຕະ
ພັນສິນຄ້າຂອງຕົນໄດ້ນຳອອກຈຳໜ່າຍ ແລະ ສ້າງຄວາມສົນໃຈໃຫ້ຜູ້ຊົມໃຊ້ໃນສັງຄົມ ຢ່າງກວ້າງຂວາງ
ແລະ ທັງເປັນການຊຸກຍູ້ສົ່ງເສີມການພົວພັນ ແລະ ການແລກປ່ຽນສິນຄ້າລະຫວ່າງລາວ-ຫວຽດນາມ
ໃຫ້ນັບມື້ນັບຫຼາຍຂຶ້ນ. ອີກ ດ້ານໜຶ່ງຍັງເປັນການສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການນຳສະເໜີຄວາມອາດສາມາດ
ແລະ ທ່າແຮງບົມຊ້ອມ ຂອງບັນດາຫົວໜ່ວຍ ວິສາຫະກິດຫວຽດນາມ ຢູ່ລາວໃຫ້ເປັນທີ່ຮັບຮູ້ຂອງສັງຄົມລາວນັບມື້ກວ້າງຂວາງ.
ຂະນະດຽວ ກັນຍັງເປັນການເສີມສ້າງສິ່ງແວດລ້ອມທາງ ເສດຖະກິດ, ການລົງທຶນ ແລະ ການຂະຫຍາຍໂອກາດການຮ່ວມມືລົງທຶນ
ຂອງບັນດາວິສາຫະກິດຫວຽດນາມຢູ່ ສປປ ລາວໃຫ້ຂະຫຍາຍຕົວ ສູງຂຶ້ນ. ພ້ອມນີ້ກໍເປັນການສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍອຳນວຍຄວາມສະດວກ
ແລະ ຫລຸດຜ່ອນພາສີນຳເຂົ້າສິນຄ້າທີ່ມີຕົ້ນກຳເນີດຜະລິດຢູ່ໃນສອງປະເທດລາວ
ກໍຄືຫວຽດນາມ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດການຄ້າຂອງສອງປະເທດໃຫ້ບັນລຸໄດ້
2 ຕື້ໂດລາ ໃນປີ 2015 ແລະ 5 ຕື້ໂດລາ ໃນປີ 2020 ທີ່ການນຳສອງປະເທດຄາດໄວ້,
ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ
ແລະ ການຮ່ວມມືຮອບດ້ານຂອງສອງປະເທດນັບມື້ຍິ່ງເຕີບໃຫຍ່ຂະ ຫຍາຍຕົວ.

No comments:
Post a Comment