ພິທີເປີດການເກັບກູ້ນ້ຳຢາງ ພາລາໃນປີ 2013 ຂອງບໍລິສັດ
ຫຸ້ນສ່ວນພັດທະນາກາວຊູເຢົ້າ ຕ໊ຽງ ຫວຽດລາວ ຢູ່ແຂວງ ຈຳ ປາສັກໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສວນຢາງພາລາຂອງບໍ
ລິສັດດັ່ງກ່າວ ບ້ານຫຼັກ 22 ເມືອງ ບາຈຽງ ແຂວງຈຳປາ ສັກ ໃນຕອນເຊົ້າວັນທີ 18 ກໍລະກົດ ໂດຍການເຂົ້າຮ່ວມ ຂອງທ່ານ
ສົມສະໜິດ ບຸດຕິວົງ ຮອງເລຂາ ພັກແຂວງ, ຮອງ ເຈົ້າແຂວງໆຈຳປາສັກ, ມີທ່ານ ມາຍເຖຈູງ ກຳມະການສູນກາງພັກກອມມູນິດຫວຽດນາມ,
ເລຂາພັກ ແຂວງບິ່ງເຢືອງ, ທ່ານ ເລທັງ ກຸງ ປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງເຂົ້າຮ່ວມ.
ທ່ານ ເຈິນວັນຢູ ປະທານສະພາບໍລິຫານບໍລິສັດກ່າວວ່າ:
ບໍລິສັດຫຸ້ນສ່ວນພັດທະນາກາວຊູ ເຢົ້າຕ໊ຽງຫວຽດລາວ ໄດ້ສ້າງ ຕັ້ງຂຶ້ນໃນ ປີ2007 ໂດຍມີ 3 ຫຸ້ນ
ສ່ວນຄື ບໍລິສັດກາວຊູເຢົ້າຕ໊ຽງ ຈຳກັດ ຜູ້ດຽວ, ບໍລິສັດການຜະລິດຂາ ອອກຂາເຂົ້າ, ບໍລິສັດຫຸ້ນສ່ວນ
ຮຶງເວືອງ ໄດ້ຮັບໃບຢັ້ງຢືນການລົງທຶນແຂວງຈຳປາສັກ ແລະ ແຂວງສາລະວັນ ໃນເນື້ອ ທີ່ປູກຢາງພາລາທັງໝົດ
10.000 ຮ.ຕ ມາຮອດປັດຈຸບັນໂດຍການອອກເຫື່ອເທແຮງຂອງພະນັກງານກຳມະກອນ ແລະ ຄວາມເອົາໃຈໃສ່ ໃກ້ຊິດຕິດແທດຂອງຂອງຄະນະພັກອຳນາດການປົກຄອງທ້ອງຖິ່ນຈິ່ງເຮັດໃຫ້ບໍລິສັດສາມາດປະສົບຜົນ
ສຳເລັດຢ່າງເປັນຮູບປະທຳເຊິ່ງບໍລິສັດ ມີຄວາມພູມໃຈເປັນຢ່າງຍິ່ງທີ່ລັດຖະບານລາວໄດ້ມອບຫຼຽນໄຊແຮງງານຊັ້ນ
II ໃນປີ 2008 ແລະ ມາຮອດມື້ນິ້ ກໍໄດ້ຮັບຫຼຽນໄຊແຮງງານຊັ້ນ I
ຈາກລັດຖະ ບານລາວ ແລະ ໃບຍ້ອງຍໍຈາກຄະນະ
ພັກ ແລະ ອຳນາດການປົກຄອງແຂວງບິ່ງ ເຢືອງນຳອີກສ່ວນໝາກຜົນ ທີ່ທາງບໍລິສັດສາມາດຍາດ ໄດ້ນັ້ນ
ເຖິງແມ່ນວ່າ ມີຄວາມຫຍຸ້ງຍາກໂດຍສະເພາະແມ່ນການຜັນຂະຫຍາຍເນື້ອທີ່ຂອງໂຄງການຢູ່ໃນ 5 ເມືອງທີ່ຂຶ້ນກັບແຂວງຈຳປາສັກ
ແລະ ແຂວງສາລະວັນເຊິ່ງໄລຍະທີ I ບໍລິສັດສາມາດປະຕິບັດເນື້ອທີ່ປູກຢາງໄດ້ 6.712 ຮຕ ເທົ່າກັບ
67% ຂອງຕົວເລກແຜນ ການ, ໃນນັ້ນຢູ່ແຂວງຈຳ ປາສັກ ມີຫລາຍກວ່າ 5.236 ຮຕ, ແຂວງ ສາລະວັນ
1.476 ກວ່າ ຮຕ ເຊິ່ງ ປັດຈຸບັນຕົ້ນຢາງໄດ້ໃຫຍ່ ແລະ ຈະເລີນງອກງາມດີໂດຍ ຄາດວ່າຈະເກັບກູ້ຢາງໄດ້ຫຼາຍກວ່າ
2 ໂຕນ/ຮຕ ແລະ ມາ ຮອດເດືອນ 4/2013,ບໍລິສັດສາມາດປາດຢາງ 900 ໂຕນໃນເນື້ອທີ່ 868 ຮຕ.
ສະເພາະປີ 2014 ຈະມາເຖິງນີ້ບໍລິສັດຈະນຳຈະປາດຢາງໄດ້ຢ່າງຫນ້ອຍ
3.000 ໂຕນ ເຊິ່ງປັດຈຸບັນບໍລິສັດມີແຮງ ງານທັງ ໝົດ 1.474 ຄົນ ໃນນັ້ນ ແຮງງານລາວກວມຫຼາຍເຖິງ
1.333 ຄົນມາຮອດປັດຈຸບັນ, ບໍລິສັດສາມາດມອບພັນ ທະອາກອນໃຫ້ລັດຖະບານລາວແລ້ວຫລາຍກວ່າ
9,47 ຕື້ກີບ, ນອກນັ້ນບໍລິສັດ ຍັງໄດ້ຜັນຂະຫຍາຍໂຄງການສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນນັບແຕ່ປີ
2007 ເປັນຕົ້ນມາ ເຊັ່ນ :ໄຟຟ້າ, ເຮັດທາງ, ເຈາະນ້ຳ ບາດານ, ສ້າງຂົວ, ສ້ອມແປງໂຮງຮຽນ, ວັດ
ແລະ ກິດຈະກຳອື່ນໆລວມເປັນມູນຄ່າຫຼາຍກວ່າ 5 ຕື້ກີບ ແລະໃນແຕ່ລະປີບໍລິສັດຍັງໄດ້ ຄັດເລືອກພະນັກງານກຳມະກອນໄປທັດສະນະ
ແລະ ພັກຜ່ອນຢູ່ ສສ.ຫວຽດນາມ.

No comments:
Post a Comment