Ad

Ad

19 July 2013

ລາວໂທລະຄົມມອບລົດຈັກ 3 ຄັນໃຫ້ລູກຄ້າຈາກໂຄງການຂູດບັດຮັບໂຊກອີກແລ້ວ



        ວັນທີ 18 ກໍລະກົດນີ້ ບໍລິສັດ ລາວໂທລະຄົມໄດ້ມອບລາງວັນລົດຈັກຈາກໂຄງການຂູດບັດຮັບໂຊກໃຫ້ກັບລູກ ຄ້າຜູ້ໂຊກດີຢູ່ຄິວລົດຕະ ຫຼາດຂົວດິນຕື່ມອີກ 3 ທ່ານ ຄື: ນາງ ຫັດສະດີ ພະວົງຄຳ ບ້ານ ສົມຫວັງເໜືອ ເມືອງຫາດຊາຍ ຟອງ ນະຄອນຫຼວງວຽງຈັນ ເຈົ້າຂອງນ້ຳເບີໂທລະສັ ບໝາຍເລກ 58536508 ໄດ້ຮັບລາງວັນຈາກການຂູດບັດຕື່ມເງິນ 10.000 ກີບ, ທ່ານ ນາງມະນີວອນ ບາສະຫວັນ ທອງ ຢູ່ບ້ານບໍ່ນາງົວ ເມືອງຈັນ ທະບູລີ ນະຄອນຫຼວງວຽງຈັນ  ເຈົ້າ ຂອງນ້ຳເບີໂທລະສັບໝາຍ ເລກ 55352507 ໄດ້ຮັບລາງວັນຈາກການຂູດບັດຕື່ມເງິນ 10.000 ກີບ ແລະ ທ່ານ ພົມ ມະລີ ໄຊກຸນ ປະເສີດ ຢູ່ບ້ານໜອງບອນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ, ເຈົ້າຂອງນ້ຳເບີໂທລະສັບໝາຍ ເລກ 55593282 ໄດ້ຮັບລາງວັນ ຈາກການຂູດບັດຕື່ມເງິນ 10.000 ກີບ,ທັງສາມທ່ານແມ່ນໄດ້ ຮັບລົດ ຈັກ HONDA Wave 110 ຄົນລະ 1 ລາງວັນ, ໃຫ້ກຽດ ມອບໂດຍ ທ່ານ ຖາວອນ ສົມສະກຸນຫົວໜ້າ ພະແນກຝ່າຍການຕະຫຼາດລາວ ໂທລະຄົມ, ມີພະນັກງານບັນດາພະແນກການທີ່ກ່ຽວຂ້ອງຂອງລາວໂທລະຄົມພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
          ສຳລັບລາງວັນລົດຈັກ ທີ່ນຳມາມອບໃຫ້ລູກຄ້າໃນຄັ້ງນີ້ ເປັນຄັນທີ 132 ໃນໂຄງການຂູດບັດຮັບໂຊກຂອງລາວ ໂທລະຄົມ ຫຼື ເອັມໂຟນແຈກ ໂຊກພາກ 2 ນີ້ ແລະ ທາງໂຄງການໄດ້ຂະຫຍາຍ ເວລາຮັບໂຊກອອກໄປເຖິງວັນທີ 30 ເມ ສາ 2014 ມີລາງວັນລວມທັງໝົດ 60 ພັນກ່ວາລາງວັນ, ໃນນັ້ນໄດ້ເພີມລາງວັນລົດໃຫຍ່ອີກ 5 ຄັນ ເຊັ່ນລົດ TOYA TA Fortuner 2 ລາງວັນ, ລົດ Chevrolet Seil Hatchback 3 ລາງວັນ ມູນຄ່າຫຼາຍກ່ວາ 10 ຕື້ກີບ. ນັບແຕ່ ເລີ່ມຕົ້ນໂຄງການນີ້ເຖິງປັດຈຸບັນ, ມີລູກຄ້າຖືກລາງວັນຈາກລາວ ໂທລະຄົມທົ່ວປະເທດລວມທັງໝົດ 66.213 ລາງ ວັນ.

No comments:

Post a Comment