ໃນວັນທີ 18 ກໍລະກົດນີ້, ບໍລິສັດ ອີທີແອລ
ມະຫາຊົນໄດ້ຈັດພິທີມອບລາງວັນໃຫ້ຜູ້ໂຊກດີທີ່ໄດ້ຮັບລາງວັນລົດໃຫຍ່ ຊູຊູກິ
ເຊວລີໂອ ຈຳນວນ 2 ຄັນ ຈາກຜົນການສຸ່ມຫາຜູ້ໂຊກດີໃນໂຄງ ການ ແຈກໂຊກ 3 ຊັ້ນ ພາກສອງ
ເຊິ່ງໃຫ້ກຽດມອບໂດຍທ່ານ ສີສະຫວາດ ອິນທະວົງ ກຳມະການຜູ້ບໍລິຫານດ້ານທຸລະກິດ
ບໍລິສັດ ອີທີແອລ ມະຫາຊົນ ແລະ ຜູ້ໂຊກດີແມ່ນ ທ່ານນາງ ພະນົມພອນ ດວງອຸດົມ ຢູ່ບ້ານ
ດົງປ່າແຫຼບ ເມືອງ ຈັນທະບູລີ ແລະ ທ່ານ ນາງ ສີປະໄພ ແກ້ວມະຫາໄຊ ຢູ່ບ້ານ ດອນນົກຂຸ້ມ
ເມືອງ ສີສັດ ຕະນາກ ນະຄອນຫຼວງວຽງຈັນ.
ບໍລິສັດ ອີທີແອລ ມະຫາຊົນ ໃຫ້ຮູ້ວ່າ:
ໂຄງການແຈກໂຊກ 3 ຊັ້ນ ພາກ 2 ແມ່ນ ເລີ່ມມາແຕ່ຕົ້ນປີ 2013 ຫາ ວັນທີ 30 ມິຖຸນາ ນີ້ ຊຶ່ງລວມມີລາງວັນຫຼາຍກ່ວາ
1.500 ລາງວັນ ແລະ ຜ່ານມາກໍມີລູກຄ້າທີ່ໃຊ້ເບີ ອີທີແອລ ທີ່ເປັນຜູ້ໂຊກດີຖືກລາງວັນຢ່າງຫຼວງຫຼາຍ
ທັງຢູ່ຕ່າງແຂວງ ແລະ ນະຄອນ ຫຼວງວຽງຈັນ ແລະ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ລູກຄ້າທີ່ຢູ່ຕ່າງແຂວງທີ່ຖືກລາງວັນ,ອີທີແອລ
ກໍໄດ້ຕິດຕໍ່ຫາ ແລະ ໃຫ້ມາຮັບລາງວັນຢູ່ຕາມສາຂາແຂວງຕ່າງໆ.ປັດຈຸບັນ,ໂຄງການຄືນກຳໄລໃຫ້ລູກຄ້າ
ອີທີແອລ ຍັງມີການຂູດບັດຮັບໂຊກ ພາກ 2 ເຊິ່ງເລີ່ມແຕ່ຕົ້ນເດືອນ ກໍລະກົດ
ນີ້ ຈົນເຖິງ ວັນທີ 31 ທັນວາ 2013 ຊຶ່ງຕໍ່ຈາກໂຄງການແຈກໂຊກ 3 ຊັ້ນພາກ 2 ໂດຍມີລາງວັນໃຫຍ່ຄື
ລົດກະບະ ວີໂກ້ ແຊ໊ມ ໜຶ່ງລາງວັນ ແລະ ລາງວັນອື່ນໆຢ່າງຫຼວງຫຼາຍ.

No comments:
Post a Comment