Ad

Ad

4 July 2013

ໄຂງານສະແດງສິນຄ້າລາວ-ໄທປະຈຳປີ 2013



          ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ ກະຊວງ​ອຸດສາ ຫະກຳ ​ແລະ ການ​ຄ້າ ສປປ ລາວ ​ແລະ ກົມ​ສົ່ງ​ເສີມ​ການ​ຄ້າ​ລະຫວ່າງ​ປະ​ເທດ ​ແຫ່ງຣາຊະ​ອານາຈັກ​ໄທ ​ໄດ້​ຮ່ວມ​ກັນ​ເປີດ​ງານ​ວາງສະ​ແດງ​ສິນຄ້າ ລາວ-​ໄທ ປະຈຳ​ປີ 2013 ຂຶ້ນ ​ໃນ​ລະຫວ່າງ​ວັນ​ທີ 3-7 ກໍລະກົດ​ນີ້ ຢູ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າຮ່ວມ​ເປີດ​ພິທີ​ຂອງ​ທ່ານ ສົມ​ຫວັງ ນິນ​ທະ​ວົງ ຫົວໜ້າ​ກົມ​ສົ່ງ​ເສີມ ​ແລະ ພັດທະ ນາ​ສິນຄ້າ ​ແຫ່ງ ສປປ ລາວ ​ແລະ ທ່ານ ວະ​ລາ​ຍຸດ ​ໄຊ​ຍະ​ກຸນ ອຸປະ​ທູດ​ໄທ​ປະຈຳ​ລາວ.
           ທ່ານ​ນາງ ພິມົນ ປົງ​ກອງ​ແກ້ວ ອັກຄະລາຊະທູດ​ທີ່​ປຶກສາ​ຝ່າຍ​ການ​ພານິດ​ທູດ​ໄທ​ປະຈຳ​ລາວ ກ່າວ​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ຄັ້ງນີ້ມີ​ຈຸດປະສົງ​ເພື່ອ​ສ້າງ​ຄວາມ​ສຳພັນ​ອັນ​ດີ​ໃນ​ການ​ສົ່ງ​ເສີມ​ການ​ຄ້າ​ລະ ຫວ່າງ​ຜູ້​ປະກອບ​ການ ລາວ-​ໄທ ​ເພື່ອ​ເພີ່ມ​ມູນ​ຄ່າ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຊຸກຍູ້​ສົ່ງ​ເສີມ​ໃຫ້​ນັກທຸລະ ກິດ​ຂະໜາດ​ນ້ອຍ ​ແລະ ກາງ (SME) ​ໄດ້​ມີ​ໂອກາດ​ຂະຫຍາຍ​ຕະຫລາດ​ການ​ຄ້າ​ໃນ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ເພື່ອ​ຮອງ​ຮັບ​ການ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015 ທີ່​ຈະ​ເຖິງ​ນີ້. ງານ​ວາງສະ​ແດງ​ຄັ້ງນີ້ມີ​ຜູ້​ປະກອບ​ການ​ນຳ​ສິນຄ້າ​ເຂົ້າຮ່ວມ​ປະ ມານ
300 ຫ້ອງ, ​ໃນ​ນັ້ນ ຈາກ​ຜູ້​ປະກອບ​ການ​ຂອງ​ລາວ 50 ຫ້ອງ ​ແລະ ​ໄທ 250 ຫ້ອງ ​ເຊິ່ງປະກອບ​ມີ​ສິນຄ້າ​ປະ​ເພດ​ອາ​ໄຫລ່​ລົດ, ​ເຄື່ອງ​ກໍ່ສ້າງ, ​ເຄື່ອງ​ໃຊ້​ໄຟຟ້າ, ຜະລິດ​ຕະພັນ​ອາຫານ, ​ເສື້ອຜ້າ, ​ເຄື່ອງ​ປະດັບ, ​ເຄື່ອງ​ຕົບ​ແຕ່ງ​ເຮືອນ, ​ເຄື່ອງ​ສຳອາງ, ​ເຄື່ອງ​ໃຊ້​ໃນ​ຄົວ​ເຮືອນ ​ແລະ ອື່ນໆ. ນອກ ຈາກ​ນີ້ ​ໃນ​ໄລຍະ​ຂອງ​ການວາງ ສະ​ແດງ​ກໍ​ຈະ​ມີ​ການ​ເຈລະຈາ​ຈັບ​ຄູ່​ທາງ​ທຸລະ​ກິດ ​ເພື່ອ​ໃຫ້​ນັກທຸລະ ກິດ ລາວ-​ໄທ ​ໄດ້​ມີ​ໂອກາດ​ພົບ​ປະ​ດ້ານ​ທຸລະ​ກິດ, ການ​ບໍລິການ ​ແລະ ຊອກ​ຫາ​ວັດຖຸ​ດິບ, ການ​ເຝິກ​ອາຊີບ​ໄລຍະ​ສັ້ນ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ການສະ​ແດງ​ຄອນ​ເສີດ​ຈາກ​ສິລະ​ປິນລາວ ​ແລະ ​ໄທ​ໃນ​ທຸກ​ຄ່ຳ​ຄືນ​ຕະຫລອດ​ການຈັດ​ງານ.
           ທ່ານ​ອັກຄະລາຊະທູດ​ທີ່​ປຶກສາ​ຝ່າຍ​ພານິດ ກ່າວ​ວ່າ: ງານ​ດັ່ງກ່າວ​ຈະ​ມີ​ໂຕ​ເລກ​ຈຳໜ່າຍ​ສິນຄ້າ​ຫລາຍ​ກວ່າ 20 ລ້ານ​ບາດ (ສະກຸນ​ເງິນ​ໄທ) ​ແລະ ຈະ​ເຮັດ​ໃຫ້​ຍອດ​ການ​ຄ້າ​ຮ່ວມ​ລະຫວ່າງ ລາວ-​ໄທ ​ໃນ​ປີນີ້​ເພີ່ມ​ຂຶ້ນຫລາຍ​ກວ່າ​ປີຜ່ານມາ​ປະມານ 25% ທັງ​ປະກອບ​ເຮັດ​ໃຫ້​ສາຍ​ພົວພັນ​ດ້ານ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ມີ​ບາດ ກ້າວ​ຂະຫຍາຍຕົວ​​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.
          ສະຖານທູດໄທປະຈຳລາວ ໃຫ້ຮູ້ວ່າ: ໃນປີ 2012 ຜ່ານມາ, ການຮ່ວມມືທາງດ້ານເສດຖະກິດ ,ການຄ້າລະຫວ່າງ ສປປ.ລາວ ແລະ ຣາຊະອານາຈັກໄທບັນລຸ ຫລາຍກວ່າ 4.848 ລ້ານໂດລາສະຫະ ລັດ, ໃນນັ້ນ ສີນຄ້າຈາກໄທເຂົ້າມາລາວມີມູນຄ່າ 3.609 ກວ່າ ລ້ານໂດລາສະຫະລັດ ແລະ ສີນຄ້າຈາກລາວສົ່ງ ໄປໄທມີມູນຄ່າ 1.238ກວ່າລ້ານໂດລາສະຫະລັດ, ສະເພາະແຕ່ເດືອນມັງກອນ- ເດືອນເມສາ 2013 ມູນ ຄ່າການຄ້າລະຫວ່າງສອງປະເທດບັນລຸ ຫລາຍກວ່າ1.691 ລ້ານໂດລາສະຫະລັດ, ໃນນັ້ນ ເປັນສີນຄ້າຈາກ ໄທມາລາວມີມູນຄ່າ 1.301 ລ້ານ ກວ່າໂດລາສະຫະລັດ ແລະ ສີນ ຄ້າຈາກລາວໄປໄທມີມູນ ຄ່າ 390 ລ້ານກວ່າໂດລາສະຫະລັດ ເຊິ່ງ ເຫັນວ່າມີອັດຕາສ່ວນເພີ່ມຂຶ້ນ ຕາມລຳດັບ ໂດຍສາເຫດທີ່ມູນ ຄ່າການສົ່ງ ອອກຈາກໄທເຂົ້າມາ ລາວຫລາຍກວ່າມູນຄ່າການສົ່ງ ອອກຈາກລາວໄປໄທກໍເພາະວ່າ ສປປ.ລາວ ຢູ່ໃນໄລ ຍະຂອງການພັດທະນາພື້ນຖານໂຄງລ່າງ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າຫລາຍແຫ່ງທີ່ສຳຄັນຈຶ່ງມີ ຄວາມຈຳເປັນຕ້ອງນຳເຂົ້າເຄື່ອງຈັກ, ວັດສະດຸການກໍ່ສ້າງ ແລະ ສ່ວນປະກອບອື່ນໆເປັນຈຳນວນຫລາຍ ເພື່ອພັດທະນາພື້ນຖານໂຄງລ່າງໃຫ້ສຳເລັດ.

No comments:

Post a Comment