Ad

Ad

4 July 2013

ນາຍົກລັດຖະມົນຕີລົງຊີ້ນຳການຈັດຕັ້ງປະຕິບັດວຽກງານ 3 ສ້າງຢູ່ເມືອງສັງທອງ



         ໃນວັນທີ 3 ກໍລະກົດ 2013 ນີ້, ທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານທົດລອງ 3 ສ້າງ ຢູ່ບ້ານໃຫຍ່ນາ ຈະເລີນ, ເມືອງສັງທອງ, ນະຄອນຫລວງວຽງຈັນ, ໃຫ້ກຽດ ຕ້ອນຮັບໂດຍທ່ານ ບຸນທ່ຽງ ຂຸນສີ  ເຈົ້າເມືອງໆສັງທອງ ພ້ອມດ້ວຍ ອຳນາດການປົກຄອງເມືອງ ແລະ ປະຊາຊົນບ້ານດັ່ງກ່າວດ້ວຍ ຄວາມອົບອຸ່ນ.          
         ໃນໂອກາດອັນມີຄວາມສຳ ຄັນນີ້ ທ່ານ ບຸນທ່ຽງ ຂຸນສີ ໄດ້ ລາຍງານສະພາບການຈັດຕັ້ງ ປະຕິບັດ ວຽກງານ 3 ສ້າງ ຢູ່ບ້ານໃຫຍ່ ນາຈະເລີນ ໂດຍຫຍໍ້ໃຫ້ ທ່ານ ນາຍົກ ລັດຖະມົນຕີ ພ້ອມ ດ້ວຍຄະນະໄດ້ ຮັບຊາບເປັນຕົ້ນແມ່ນອຳນາດການປົກຄອງເມືອງ ໄດ້ສຸມໃສ່ຫັນເອົາ 3 ບ້ານຄື ບ້ານນາລາດ, ນາໝ້ຽງ ແລະ ນາທຽມ ໂຮມເຂົ້າເປັນບ້ານດຽວມີພົນລະເມືອງທັງໝົດ 1.132 ຄົນ, ຍິງ 564 ຄົນ, ມີ 232 ຄອບ ຄົວ, ໂດຍ ແບ່ງເປັນ 3 ຄຸ້ມຄື: ຄຸ້ມນາລາດ, ນາໝ້ຽງ ແລະ ນາທຽມ, ມີເນື້ອ ທີ່ທັງໝົດຫລາຍກວ່າ 2.600  ເຮັກຕາ,ໃນນີ້ມີເນື້ອທີ່ສວນ 65,33ເຮັກ ຕາ, ເນື້ອທີ່ນາກວ່າ 390 ເຮັກຕາ,  ໜອງປາ 20 ເຮັກຕາ ແລະ ເນື້ອທີ່ ອື່ນໆ 1.338 ກວ່າເຮັກຕາ, ມີງົວ 1.161 ໂຕ, ໝູ ໂຕ, ແບ້ ແລະ ສັດ ປີກ ຫລາຍ ກວ່າ 7.800
ໂຕ, ໄດ້ແບ່ງເປັນຈຸ, ເປັນໜ່ວຍເພື່ອຊີ້ນຳ- ນຳພາ ແຕ່ລະຂົງເຂດວຽກງານຕາມ 4 ເນື້ອໃນ 4 ຄາດໝາຍ 3 ສ້າງ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນຕະຫລອດມາຕາມ 4 ໜ່ວຍ ງານ ໃຫຍ່ຄື: ໜ່ວຍງານບໍລິຫານ, ໜ່ວຍງານເສດຖະກິດ,ໜ່ວຍງານ ວັດ ທະນະທຳ ແລະ ໜ່ວຍ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຕາມໜ້າທີ່ ແລະ  ພາລະ ບົດບາດຂອງຕົນ.                 
        ພ້ອມນັ້ນທ່ານ ນາ ຍົກລັດ ຖະມົນຕີກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ອຳນາດ ການປົກຄອງເມືອງ ແລະ ປະຊາຊົນໃນການຈັດຕັ້ງປະຕິບັດ ວຽກງານ 3 ສ້າງໃນບ້ານ ດັ່ງກ່າວ ເຊິ່ງທ່ານ ນາຍົກລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ບົດຮຽນທີ່ອຳນາດການປົກຄອງ ເມືອງກໍຄືບ້ານໃຫຍ່ນາຈະເລີນຍາດມາໄດ້ໃນໄລຍຍະຜ່ານມາພ້ອມທັງໄດ້ ເນັ້ນໃຫ້ເອົາໃຈໃສ່ແນະນຳໃຫ້ ປະຊາຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງເຮັດ ໃຫ້ປະຊາຊົນມີສ່ວນ ຮ່ວມຢ່າງແທ້ຈິງ, ເພີ່ມທະວີສຶກສາອົບຮົມວຽກງານແນວຄິດໃຫ້ເລິກເຊິ່ງ, ແທດເໝາະກັບຕົວຈິງ ແລະ ໃຫ້ປະຊາຊົນມີຄວາມຕືນຕົວຮ່ວມມືເຂົ້າໃນວຽກງານ 3 ສ້າງ ຫລາຍຂຶ້ນ ແລະ  ຕ້ອງເຮັດເປັນຕົວແບບ ໃຫ້ປະຊາຊົນ ໄດ້ເຫັນ  ແລະ ປະຕິ ບັດຕາມ, ພ້ອມນັ້ນກໍຕ້ອງນຳ ພາ ປະຊາຊົນສືບ ຕໍ່ເຮັດວຽກງານ ປ້ອງກັນຊາດປ້ອງກັນຄວາມສະ ຫງົບ ໃຫ້ເລິກເຊິ່ງກວ່າ ເກົ່າສ້າງ ໃຫ້ປະ ຊາຊົນກາຍເປັນ ຫູເປັນຕາ ຊ່ວຍເຈົ້າໜ້າທີ່ໃນການສະກັດກັ້ນ ສິ່ງຫຍໍ້ທໍ້ຕ່າງໆແລະລະດົມ ແຫລ່ງ ທຶນຈາກປະຊາຊົນໃຫ້ມີສ່ວນ ຮ່ວມໃນການປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການຜະລິດກະ ສິກຳ ແລະ ຫັດຖະກຳ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ກາຍ ເປັນສິນຄ້າໄດ້ເທື່ອລະກ້າວເພື່ອ ສ້າງໃຫ້ບ້ານມີ ຄວາມຈະເລີນກ້າວໜ້າ ແຕ່ເພື່ອຢາກໄດ້ແນວນັ້ນພວກເຮົາຕ້ອງ, ເອົາໃຈໃສ່ເບິ່ງບັນຫາ,ຮູ້ນຳໃຊ້ ແລະ ສ້າງ ພະນັກງານໃຫ້ມີຄວາມຮູ້ຄວາມສາມາດປະກອບສ່ວນເຮັດວຽກ ງານທົດລອງ 3 ສ້າງ ໃຫ້ເກີດມີປະສິດ ທິຜົນ ແລະ ສາມາດບັນລຸລະດັບຄາດໝາຍວາງໄວ້. ໃນໂອກາດດຽວກັນນີ້ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມສູນເຕັກນິກ ພັນພືດກະສິກຳຢູ່ບ້ານນາໄຮ່ຕື່ມອີກ.

No comments:

Post a Comment