Ad

Ad

5 July 2013

ລະວັງ ! ຢ້ານຝົນຕົກບໍ່ທົ່ວ ( ຄໍ​ລຳ ຈານ​ແຍ່ )



      ທຸກຄັ້ງເມື່ອຊາບວ່າຄົນລາວ ໄດ້ຮັບລາງວັນທີ່ໂດດເດັ່ນ ທັງຢູ່ ພາຍໃນ ກໍຄືຈາກສາກົນ, ຈານ ແຍ່ເອງກໍຍິ້ມຄ້າງອ້າງ ແຂ້ວສາມສິບສອງເຫລັ້ມ (ແຕ່ດຽວນີ້ບໍ່ຄົບ ແລ້ວ) ເຫດຜົນກໍເພາະມັນເປັນ ຄວາມພູມໃຈ, ເປັນກຽດສັກສີແກ່ ບຸກຄົນ ແລະ ຂະແໜງການ ຍິ່ງ ເປັນລາງວັນສຳລັບຄົນສິນໃນສາ ຂາວັນນະກຳ ເຊິ່ງຈານແຍ່ເຄີຍ ກິ້ງເກືອກ (ແຕ່ບໍ່ເຖິງຂັ້ນລີເລືອ) ມາຫລາຍ ປີ, ຮອຍຍິ້ມກໍຍິ່ງ ກວ້າງອອກ ແລະ ເຍືອຈົນເກືອບ ເປັນ Non-stop (ແປວ່າ: ບໍ່ຢຸດ). ຕົວຢ່າງເມື່ອເວລາຮ່ວມພິທີປະກາດ ລາງວັນສິນໄຊເມື່ອເກືອບ 10 ປີກ່ອນ, ຕອນເລື່ອງຍາວ “ຫົວໃຈສົ່ງອອກ” ຂອງປິຕິທີວຊົນ ແລະ ໂຮມເລື່ອງສັ້ນ “ອີ່ນາງ” ຂອງປາກກາແດງ ໄດ້ຄອງຊະນະເລີດ, ຈານແຍ່ມ່ວນມັນສຸດ ຢຽດ. ຈາກນັ້ນກໍຮີບໄປຊື້ປຶ້ມ ເລື່ອງດັ່ງກ່າວໄວ້ເປັນ ໂຫລໆເພື່ອ ອ່ານເອງ, ຢາຍໝູ່ອ່ານນຳ ຖື ເປັນການໂຄສະນາກຽດສັກສີໃຫ້ ເພື່ອນໆຮ່ວມປາກກາໄປໃນໂຕ. ນອກຈາກນັ້ນ ຈານແຍ່ກໍຍັງມີ ໂອກາດໄດ້ຮ່ວມຊົມເຊີຍບັນດານັກ ປະພັນເຈົ້າຂອງລາງວັນຊີໄຣ, ລາງວັນວັນນະກຳແມ່ນ້ຳຂອງ ລາວ-ຫວຽດ-ກຳປູເຈຍ.
    ເມື່ອຫລັງໆມານີ້ ຈານແຍ່ຮູ້ ສຶກຕະລຶງຊຶງເຊີ້ ເມື່ອໄດ້ຂ່າວວ່າ: ດຣ. ມະຫາທອງຄຳ ອ່ອນມະນີ ສອນ ໄດ້ຮັບລາງວັນ “ນາກ ຄຳ” ຍ້ອນຜົນງານ ກະວີສ້າງສັນດີເດັ່ນ ແບບຕໍ່ເນື່ອງຂອງເພິ່ນ. ລາງວັນ “ນາກຄຳ” ເປັນລາງວັນໃໝ່ບໍ່ທັນ ໄນ່ຫູ, ແຕ່ກໍຮັບຮູ້ວ່າ ມັນເກີດມາ ຈາກນ້ຳໃຈອັນປະເສີດຂອງສັ ງ ຄົມລາວ ເພື່ອເຊີດຊູຄວາມເດັ່ນ ໃນແວດວົງສິນໃຕ້ຟ້າເມືອງລາວ. ແລ້ວພຽງເ ທົ່ານັ້ນ, ຂ່າວໃຫຍ່ໄຟ ແຮງອີກຂ່າວໜຶ່ງກໍແມ່ນເລື່ອງ ປ້າໃຫຍ່ ດາລາ ກັນລະຍາ ຫລື ທີ່ ຮູ້ກັນໃນນາມປາກກາວ່າ: “ດວງ ຈຳປາ” ໄດ້ຮັບລາງວັນ “ສູນ ທອນພູ່” ນັກກະວີລະດັບບິດາ ຈານຂອງປະຊາຊົນໄທ ເຊິ່ງອົງ ການຢູແນດສະໂກໄດ້ຮັບຮອງ ເອົາເປັນກະວີໂລກ (ຕາມອ່ານ ພົບ) ທີ່ສຳຄັນກວ່ານັ້ນກໍຄື ນັກກະວີຮຸ້ນປ້າທ່ານນີ້ຂອງເມືອງລາວເປັນຄົນລາ ວຜູ້ທຳອິດທີ່ໄດ້ ຮັບລາງວັນນີ້ ແລະ ໃນຮອບວຽນທຳອິດທີ່ມີການມອບລາງວັນ “ສູນທອນພູ່”.

     ເປັນເງົາຕາມໂຕຂອງຄວາມ ພູມໃຈດັ່ງກ່າວ, ຈານແຍ່ຍັງເຫັນ ວ່າວົງການສິນໃນບ້ານເຮົາ ໂດຍສະເພາະແມ່ນສິນຄອງ ປາກກາຕ້ອງໄດ້ສ້າງ ແລະ ປັບປຸງສະຖາບັນເຊີດຊູກຽດຄົນສິນຕື່ມເພື່ອບໍ່ໃຫ້ຫລຸດໂຕນກັບລະດັບກຽດທີ່ໄດ້ຮັບຈາກຕ່າງ ແດນ ຄືພວກເຮົາ ຕ້ອງມີລາງວັນການປະພັນເປັນຂັ້ນ ເປັນລະດັບເຊັ່ນ: ລາງວັນ ການປະພັນທີ່ເດັ່ນຂັ້ນເມືອງ, ຂັ້ນ ແຂວງ, ຂັ້ນພາກ (ເຊັ່ນ: ພາກເໜືອ, ກາງ, ໃຕ້) ແລະ ລະດັບຊາດ. ນອກນັ້ນ ຍັງຄວນ ມີລາງ ວັນທີ່ເດັ່ນປະຈຳປີ, ປະຈຳ 10 ປີ ແລະ ອື່ນໆ. ຖ້າຢາກລະອຽດໄປ ກໍອາດຈັດປະເພດວັນນະກຳດີເດັ່ນຕາມອາຍຸຂອງຜູ້ແຕ່ງ ເຮັດ ແບບບານ ເຕະ “U-20”. ສຳນັກ ງານໜັງສືພິມ, ວາລະສານຕ່າງໆ ຄວນມີແຜນມອບກຽດຕິຄຸນເປັນອັນສະເພາະຂອງຕົນໃຫ້ນັກ ຂຽນ-ນັກກະວີເຊັ່ນ: ປະ ກາດໃຫ້ລາງວັນປະຈຳປີ (ຄືກົມພິມຈຳ ໜ່າຍປະຕິບັດມາເປັນປະຈຳ) ແບບປົກກະຕິ.
    ຈານແຍ່ເຫັນວ່າ: ການຍ້ອງຍໍ ຫລື ມອບກຽດຕິຄຸນໃຫ້ນັກປະພັນຢູ່ບ້ານເຮົາຍັງເຮັດບໍ່ປົກກະຕິຍັງມັກມີຂໍ້ອ້າງຕ່າງໆ ນາໆ, ສ່ວນ ຫລາຍກໍມັກຈະ ເອົາວຽກສິນໄປແປະກັບຂະບວນການສ້າງຜົນງານຕ້ອນຮັບເຫດການສຳຄັນຕ່າງໆ ແບບມ້າມແປະພຸງ. ສະນັ້ນ ຈຶ່ງບໍ່ແປກທີ່ເນື້ອໃນອອກມາມັກ ຈະມີລັກສະນະຈຳກັດ, ບໍ່ສະ ແດງອອກໄດ້ໝົດວິນຍານສິນເຊິ່ງອາໄສມະໂນພາບ ເປັນຕົວຈູງ.
    ການໄດ້ຮັບລາງວັນຕ່າງປະເທດນັ້ນດີແລ້ວ, ແຕ່ຖ້າພວກເຮົາບໍ່ມີຂອງພວກເຮົາເອງເປັນຫລັກ ແລະ ບໍ່ເຮັດຢ່າງຕໍ່ເນື່ອງ ມັນກໍອາດເປັນຄືຂຶ້ນຕົ້ນ ໄມ້ທາງປາຍພວກທີ່ມີໂອກາດສ່ວນຫລາຍກໍແມ່ນໜ້າເກົ່າໆຈາກສູນກາງເທົ່ານັ້ນ.

No comments:

Post a Comment