Ad

Ad

5 July 2013

ບໍ່ຄວນຖືເບົາການສຳຫລວດກວດກາ ແລະ ການຄຸ້ມຄອງໂຄງການລົງທຶນຕ່າງໆ



     ກໍດັ່ງກະຊວງແຜນການ ແລະ ການລົງທຶນ ໄດ້ຕີລາຄາວ່າ: ສະພາບດຶງດູດການລົງທຶນຈາກຕ່າງປະເທດໄດ້ມີບັນຍາກາດ ດີ ຂຶ້ນ ແລະ ໄດ້ປະ ກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຂະຫຍາຍ ຕົວຕໍ່ເນື່ອງ, ບັນດາຄາດ ໝາຍສຳຄັນຕ່າງໆສາມາດຈັດຕັ້ງປະຕິບັດ ໄດ້ໂດຍພື້ນຖານ, ແຕ່ຄຽງຄູ່ກັນນັ້ນ ກໍຍັງມີບາງບັນຫາຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ແກ້ໄຂໂດຍສະເພາະບັນດານິຕິກຳຈຳນວນ ໜຶ່ງທີ່ຈຳເປັນໃຫ້ແກ່ ການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍການລົງທຶນ, ການຈັດ ຕັ້ງປະຕິບັດວຽກງານປະຕູດຽວຢູ່ທ້ອງຖິ່ນ ແລະ ການແກ້ໄຂຫາງສຽງ-ຂໍ້ຄົງຄ້າງ ຕ່າງໆໃນໂຄງການລົງທຶນນັບທັງພາກລັດ ແລະ ພາກເອກະຊົນນັບທັງພາຍໃນ ແລະ ຕ່າງປະເທດອັນກໍ່ໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆ ຕາມມາຄື ດ້ານສິ່ງແວດ ລ້ອມ ແລະ ການດຳລົງຊີ ດຂອງປະຊາຊົນ ແລະ ຕໍ່ກັບສະພາບດັ່ງກ່າວ ໃນໄລຍະຜ່ານມາທາງຂະແໜງການຄຸ້ມ ຄອງມະຫາພາກກໍບໍ່ ໄດ້ລົດລະໃນ ການກວດກາ ແລະ ພິຈາລະນາຄືນຫລາຍໂຄງການທີ່ຜູ້ລົງທຶນບໍ່ປະຕິບັດຕາມສັນຍາຄືສົກປີ 2011- 2012 ຜ່ານມາ ທາງກະຊວງແ ຜນການ ແລະ ການລົງທຶນ ໄດ້ສັ່ງ ໂຈະ 6 ໂຄງການ ແລະ ປະຕິເສດ ບໍ່ພິຈາລະນາ 11 ໂຄງການພ້ອມ ໄດ້ຄົ້ນຄວ້າຄືນໃໝ່ຈຳ ນວນ 20 ໂຄງການ. ກໍດັ່ງກໍລະ ນີການລົງ ທຶນປູກກ້ວຍຫອມຂອງບໍລິສັດພູ ໄວລອງ ຢູ່ເມືອງນາໝໍ້ ແຂວງອຸ ດົມໄຊ ໃນຮູບ ແບບສຳປະທານດິນນາ, ດິນສວນຂອງປະຊາຊົນຈຳ ນວນ 40 ຄອບຄົວ ໃນບ້ານມູຕິນ ເມືອງ ແລະ ແຂວງດັ່ງກ່າວ ດ້ວຍລາຄາ ທີ່ທັງສອງຝ່າຍຕົກ ລົງກັນ. ພ້ອມນັ້ນ ບໍລິສັດຍັງຕົກ ລົງຈ່າຍຄ່າແຮງ
ງານເປັນລາຍວັນໃຫ້ແກ່ປະຊາຊົນສຳລັບການ ວ່າຈ້າງປູກ ກ້ວຍ ແລະ ບົວລະບັດ ຮັກສາ, ພ້ອມຈ່າຍຄ່າກ້ວຍທີ່ຜະລິດໄດ້, ແຕ່ໃນທີ່ສຸດບໍລິສັດດັ່ງ ກ່າວກໍສາມາດປະຕິບັດໄດ້ພຽງປີ ດຽວ ແລະ ຕໍ່ມາກໍຫ່າງຫາຍໄປ ໂດຍບໍ່ປະຕິບັດຕາມສັນຍາທີ່ຕົກລົງໄວ້. ຕໍ່ສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບ ບໍ່ໜ້ອຍຕໍ່ການ ດຳລົງຊີ ວິດຂອງປະຊາຊົນຜູ້ທຸກຍາກ ຂາດເຂີນຢູ່ແລ້ວ ຍິ່ງເພີ່ມທະວີຂຶ້ນ ແລະ ກາຍເປັນຄອບຄົວທີ່ບໍ່ມີດິນ ໄຮ່-ດິນນາ, ດິນ ສວນ ເພື່ອຈະມາ ປູກເຂົ້າ ແລະ ພືດອື່ນໆອີກ​ເພາະທີ່ດິນດັ່ງກ່າວໄດ້ກາຍເປັນສວນກ້ວຍ, ແຕ່ບໍ່ມີຕະຫລາດຈຳໜ່າຍຍ້ອນ ຜູ້ລົງທຶນໄດ້ປະປ່ອຍໄປຢ່າງ ບໍ່ມີຮ່ອງຮອຍ. ນີ້ກໍຍ້ອນຂາດການກວດກາຕິດຕາມ ແລະ ຄຸ້ມ ຄອງການລົງທຶນຢ່າງໃກ້ຊິດຂອງເບື້ອງມະຫາພາກຈຶ່ງກໍ່ໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆ ຕາມມາ. ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ: ພວກເຮົາບໍ່ຄວນຖືເບົາຕໍ່ວຽກງານດັ່ງກ່າວເພື່ອ ເຮັດໃຫ້ໂຄງການລົງທຶນຕ່າງໆນັບທັງພາຍໃນ ແລະ ຕ່າງ ປະເທດດຳເນີນໄປຢ່າງມີປະສິດທິຜົນ ແລະ ສາມາດປະກອບສ່ວນ    ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຊ່ວຍແກ້ໄຂ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ໂດຍໄວດັ່ງຄາ ໝາຍຂອງພັກ-ລັດຖະ ບານວາງໄວ້.

No comments:

Post a Comment