ພິທີມອບໃບປະກາສະນິຍະບັດໃຫ້ນັກສຶກສາທີ່ສຳເລັດການຮຽນວິຊາຊີບ ຈາກວິທະຍາໄລ
ເຕັກນິກສັບ ພະວິຊາຈຳນວນ 2.899 ຄົນ ກຽມອອກຮັບໃຊ້ຊາດ ແລະ ໄດ້ຮັບໃບປະກາສະນີຍະບັດ ໃນວັນທີ
19 ກໍລະກົດນີ້ ຢູ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດ ເຂົ້າຮ່ວມ ແລະ ມອບໃບປະກາ ສະນີຍະບັດຈາກທ່ານ
ຮອງສາ ສະ ດາຈານ ດຣ. ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ.
ທ່ານ ພົງສະຫວັດ ອວບ ປໍມະນີ ຜູ້ອຳນວຍການວິທະຍາ
ໄລເຕັກນິກ ສັບພະວິຊາກ່າວວ່າ: ວິທະຍາໄລເຕັກ ນິກສັບ ພະວິຊາເປັນສະຖາບັນການສຶກສາທີ່ ເຄື່ອນໄຫວພາຍໃຕ້ການຊີ້ນຳ
- ນຳພາ ແລະ ຄຸ້ມຄອງຈາກກົມອາຊີວະ ສຶກສາກະຊວງສຶກ ສາທິການ ແລະ ກີລາ ທັງເປັນສະຖາ ບັນການສຶກສາທີ່ກໍ່ສ້າງ
ແລະ ພັດທະນາຊັບພະຍາກອນມະນຸດເພື່ອຕອບສະໜອງ
ຄວາມຮຽກ ຮ້ອງຕ້ອງການໃຫ້ແກ່ສັງຄົມກໍຄື ສຳນັກງານ,
ອົງການຕ່າງໆໃນຂະແໜງທໍ ລະນີສາດບໍ່ແຮ່, ໄຟ ຟ້າສະຖານີ ແລະ ຕາຂ່າຍ, ໄຟຟ້າພະລັງນ້ຳ, ໄອທີພູມສັນຖານ,
ສຳ ຫຼວດວັດແທກ ແລະ ບໍລິ ຫານທີ່ດິນໃນຫຼັກສູດຊັ້ນກາງ, ຊັ້ນສູງ ແລະ ລະດັບປະລິນຍາຕີລວມມີ
ຜູ້ຈົບຊັ້ນ ແລະ ໄດ້ຮັບໃບປະກາ ສະນີຍະ ບັດໃນສົກຮຽນປີນີ້ຈຳ ນວນ 2.899 ຄົນ, ຍິງ 311 ຄົນ.
ຜົນສຳເລັດການກໍ່ສ້າງຊັບພະຍາກອນມະນຸດຂອງສະຖາບັນການສຶກສາແຫ່ງດັ່ງກ່າວ
ບັນຫາສຳຄັນແມ່ນ ຍ້ອນນັກສຶກ ສາໄດ້ຕັ້ງໜ້າເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ປະຕິບັດກົດລະບຽບຢ່າງເຄັ່ງຄັດ,
ໄດ້ຜ່ານການຮຽນທິດສະດີ ພື້ນຖານການເມືອງ ໂດຍສະເພາະແມ່ນວິຊາປັດຊະ ຍາ, ເສດຖະສາດການເມືອງ
ແລະ ສັງຄົມວິທະຍາຕາມຫຼັກ ສູດທີ່ໄດ້ຮັບການອະນຸມັດ ແລະ ຜ່ານການສອບເສັງຕີລາຄາໄດ້ ວ່ານັກຮຽນ,
ນັກສຶກສາສ່ວນຫຼາຍມີຄະແນນຄຸນ ສົມບັດແຕ່ 8 - 9 ຂຶ້ນໄປ. ຂະນະດຽວກັນ, ຜູ້ອຳນວຍການວິທະຍາໄລເຕັກນິກສັບພະວິຊາຍັງຍອມຮັບ
ຕໍ່ບັນຫາ, ຈຸດອ່ອນ ແລະ ຂໍ້ຂົງຄ້າງທີ່ທາງສະຖາບັນການສຶກ ສາຂອງຕົນຈະຕ້ອງໄດ້ເລັ່ງແກ້ໄຂບັນຫາຂໍ້
ຄົງຄ້າງຕ່າງໆບໍ່ໃຫ້ເກີດ ຂຶ້ນອີກໃນສົກຮຽນຕໍ່ໜ້າເປັນຕົ້ນ: ມີນັກຮຽນ-ນັກສຶກສາ ຫຼາຍຄົນຍັງຂາດນ້ຳໃຈຮັບຜິດຊອບຕໍ່ການປະຕິບັດລະ
ບຽບກົດໝາຍ, ບໍ່ຕັ້ງ ໜ້າສຶກສາຮ່ຳຮຽນ, ນັກສຶກສາ ຈຳນວນໜຶ່ງຍັງມົ້ວ ສຸມຢາເສບ ຕິດ, ໄພສັງຄົມ
ແລະ ຫຼີ້ນກິນ ຟຸ້ມ ເຟືອຍຕ່າງໆໂດຍບໍ່ເອົາຫົວຊາໃສ່ໃຈຕໍ່ການສຶກສາຮ່ຳຮຽນ ຂອງຕົນເພື່ອສ້າງອະ ນາຄົດຕົນເອງໃຫ້ມີຄວາມ
ກ້າວໜ້າກາຍເປັນນັກຮຽນ, ນັກສຶກສາທີ່ເປັນແບບຢ່າງຂອງໂຮງຮຽນ ແລະ ປະເທດຊາດ.

No comments:
Post a Comment