Ad

Ad

22 July 2013

ການແກ້ໄຂບັນຫາມົ້ວສຸມຢາເສບຕິດຊາວຫນຸ່ມຍັງເປັນສິ່ງທ້າທາຍ



             ​ເຈົ້າໜ້າທີ່ ປກສ ​ເມືອງ​ຕ່າງໆ ຢູ່ນະຄອນຫຼວງວຽງຈັນ ພ້ອມ​ເລັ່ງ​ໃສ່ຮ່ວມ​ກັນ​ສະກັດ​ກັ້ນ ບັນຫາ​ຢາ​ເສບ​ຕິດ ດ້ວຍຫຼາຍຮູບ​ແບບໂດຍ​ສະ​ເພາະ​ແມ່ນ​ເລັ່ງມ້າງ ກຸ່ມ​ມົ້ວສຸມ​ຢາ​ເສບ​ຕິດ​ຕາມ​ຕົວ​ເມືອງ ​ແນ່​ໃສ່​ສ້າງ ​ໃຫ້ ນະຄອນ ຫຼວງວຽງຈັນ ມີ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບຮຽບຮ້ອຍ.
             ຕາມ​ການ​ເປີດ​ເຜີຍ​ຂອງ​ທາງ​ເຈົ້າໜ້າທີ່ ປກສ ​ເມືອງ ຫາດ​ຊາຍ​ຟອງ ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 9 ກໍລະກົດ ນີ້ ​ປກສ ​ເມືອງຂອງ​ຕົນ ​ໄດ້​ລົງ​ແກ້​ໄຂ​ເປົ້າໝາຍ ມົ້ວສຸມ​ເສບ​ຢາ​ເສບ​ຕິດ ຊຶ່ງ​ກັກ​ຕົວ​ຜູ້​ຕ້ອງ​ຫາ​ໄດ້ 4 ຄົນ​ຄື: ທ້າວ ອາ​ນົງ ອາຍຸ 25 ປີ ຢູ່​ບ້ານ​ ສາລາ​ຄຳ​ໃຕ້, ທ້າວ ວຽງມອນ ອາຍຸ 23 ປີ ຢູ່​ບ້ານ ຈອມ​ເພັດ, ທ້າວ ວຸດ​ທະ​ຈັກ ອາຍຸ 18 ປີ ຢູ່​ບ້ານ ຈອມ​ເພັດ ​ແລະ ທ້າວ ນີລັນ​ດອນ ອາຍຸ 30 ປີ ຢູ່​ບ້ານ ຫາດ​ຊາຍ​ຂາວ ​ເມືອງ ຫາດ​ຊາຍ​ຟອງ ນະຄອນຫຼວງ ວຽງຈັນ ພ້ອມ​ຍຶດຂອງ​ກາງ​ຢາ​ບ້າ​ໄດ້ 50 ເມັດ ຊຶ່ງຜູ້​ຕ້ອງ​ຫາ​ດັ່ງກ່າວ​ພວມ ກຳລັງ​ມົ້ວສຸມ​ກັບ​ສິ່ງ​ເສບ​ຕິດ​ດັ່ງ ກ່າວ ​ແລະ ໃນ​ວັນ​ທີ 14 ກໍລະກົດ ນີ້ທາງ​ເຈົ້າໜ້າທີ່ ປກສ ​ເມືອງ ຈັນ ທະ​ບູລີ ໄດ້ລົງ​ແກ້​ໄຂ​ເປົ້າໝາຍ ມົ້ວສຸມ​ເສບ​ຢາ​ເສບ​ຕິດ, ຢູ່​ພື້ນທີ່​ເມືອງ​ຂອງ​ຕົນ ແລະ ສາມາດ​ກັກ​ຕົວຜູ້​ຕ້ອງ​ຫາ​ໄດ້ 5 ຄົນ ຄື: ທ້າວ ພົມ​ພິທັກ ອາຍຸ 29 ປີ, ທ້າວ ອາ​ນົງ ອາຍຸ 19 ປີ ຢູ່​ບ້ານ ຮ່ອງ​ແຊງ, ທ້າວ ​ແສງ​ທະນູສິນ ອາຍຸ 30 ປີ ຢູ່​ບ້ານ ສະຫວ່າງ, ທ້າວ ອຳ​ໄພ​ວັນ ອາຍຸ 25 ປີ ຢູ່​ບ້ານ ທົ່ງ​ສາງ​ນາງ ​ແລະ ທ້າວ ອາ​ລຸນ ອາຍຸ 18 ປີ ຢູ່​ບ້ານ ທົ່ງ​ສ້າງ​ນາງ ​ເມືອງ
ຈັນທະ​ບູລີ ນະຄອນຫຼວງວຽງຈັນ ຊຶ່ງ​ຜ່ານ​ການ​ສືບສວນ-ສອບ​ສວນ ຂອງ​ເຈົ້າໜ້າທີ່​ພົບ​ວ່າຜູ້​ຕ້ອງ​ຫາ​ທັງ 5 ຄົນ ນີ້ມີ​ການ​ຕັ້ງກຸ່ມ​ມົ້ວ​ສຸມ​ເສບ​ຢາ​ເສບ​ຕິດ​ຢູ່​ເປັນ​ປະຈຳ ​ ​ແລະ ​ໃນ​ນັ້ນມີ 2 ຄົນທີ່​ມີ​ພຶດຕິ​ກຳ​ຕິດ​ຢາ​ເສບ​ຕິດ​ຢ່າງ​ຮຸນ​ແຮງ, ທາງ​ເຈົ້າໜ້າທີ່​ເລັ່ງດຳ​ເນີນ​ຄະດີ ແລະ ສົ່ງ​ເຂົ້າສູນ​ບຳບັດ​ຜູ້​ຕິດ​ຢາ​ເສບ​ຕິດ​ແລ້ວ.
      ​ປກສ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ບັນຫາ​ການ​ມົ້ວສຸມ​ຢາ​ເສບ​ຕິດ ຂອງ​ກຸ່ມ​ຊາວ ໜຸ່ມ ​ເປັນ​ປະກົດ​ການ​ຫຍໍ້​ທໍ້​ໜຶ່ງພາ​ໃຫ້​ເກີດ​ອາດຊະຍາ​ກຳ​ຕ່າງໆຄື: 6 ເດືອນ​ຜ່ານ​ມາ ມີ​ລາຍ​ຄະດີ​ຢາ​ເສບ​ຕິດ​ເກີດ​ຂື້ນ 172 ເລື່ອງ, ​ເຈົ້າ ໜ້າທີ່​ສາ ມາດ​ກັກ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີ​ໄດ້ 360 ຄົນ, ຍິງ 44 ຄົນ ຢຶດ ຂອງ​ກາງ​ຢ້າບ້າ 7 ແສນ​ກ່ວາ​ເມັດ, ຢາ​ໄອ 5 ຖົງ, 2 ຫຼອດ, ຜົງ​ຂາວ 2 ຖົງ, ອຸປະກອນ​ເສບ​ຢາ 3 ຊຸດ, ​ເຄື່ອງປ້ຳຢາ 1 ອັນ ແລະ ​ອຸປະກອນ ອື່ນໆອີກ​ຈຳນວນໜຶ່ງ. ປກສ ນະຄອນຫຼວງວຽງຈັນ ກ່າວ​ວ່າ: ວຽກງານ​ສະກັດ​ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ ນີ້ ແມ່ນ​ໄດ້​ເອົາ​ໃຈ​ໃສ່ເຮັດວຽກງານ​ໂຄສະນາ​ສຶກສາ​ອົບຮົມ​ໂດຍສົມ ທົບ​ກັບ ປກສ ກຸ່ມ​ບ້ານ ແລະ ອຳນາດ​ການ​ປົກຄອງ​ດຳ​ເນີນ​ການ, ສຶກສາ​ອົບຮົມ​​ ແລະ ປຸກລະດົມ​ຂົນ​ຂວາ​ຍປະຊາຊົນ​ທຸກ​ຊັ້ນຄົນ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​​ໃຫ້​ມີ​ປະສິດທິ​ຜົນ
           ໃນ​ກອງ​ປະຊຸມ​ສະຸຫຼວຽກ ງານ 6 ເດືອນ​ຕົ້ນ​ປີ ຂອງ​ກອງ​ບັນ ຊາ​ການ ປກສ ນະຄອນຫຼວງວຽງ ຈັນ ທີ່​ຈັດ​ຂື້ນ​ເມື່ອ​ບໍ່ດົນ​ມານີ້ ໄດ້​ຕີ​ລາຄາ​ວ່າ: ວຽກງານ​ຢຸດ​ທະ​ສາດ ສະກັດ​ກັ້ນ, ປາບປາມ​ການ​ຜະ ລິດ, ການ​ຄ້າຂາຍ ​ແລະ ການ​ນຳ​ໃຊ້​ຢາ​ເສບ​ຕິດ ຢູ່ນະຄອນຫຼວງວຽງຈັນ​ເຖີງ ວ່າ​ມີ​ການ​ສ້າງ​ເປັນ​ແຜນ​ງານ, ​ໂຄງການ, ​ແຕ່​ການຈັດ ຕັ້ງຜັນ​ຂະຫຍາຍ​ບໍ່ທັນ​ໄດ້​ດີ, ລວມທັງ​ການ​ເຮັດ​ວຽກ​ໂຄສະນາ​ສຶກສາ​ອົບຮົມ, ການ​ສ້າງ ​ແລະ ຂະຫຍາຍ​ຕາໜ່າງ​ເກັບ​ກຳ​ຂ່າວ​ວິຊາ​ສະ​ເພາະ​ກໍ​ຍັງ​ເຮັດບໍ່ ທັນ​ໄດ້, ພະນັກງານຈຳນວນໜຶ່ງຍັງ​ຂາດ​ຄວາມ​ກະຕືລື​ລົ້ນ, ຂາດ​ຄວາມ​ບຸກ ບືນ ແລະ ມີ​ການ​ພົວພັນ​ກັບ​ກຸ່ມ​ຄົນ​ບໍ່ດີຊຶ່ງ​ເປັນ​ປະກົດ​ການ​ທີ່​ຈະ​ຕ້ອງ​ເລັ່ງ​ແກ້​ໄຂ.

No comments:

Post a Comment