Ad

Ad

22 July 2013

ສະຖານີໂທລະພາບທີວີລາວ ອອກອາກາດໃນລະບົບ HD ທັນສະໄຫມທີ່ສຸດໃນອາຊຽນ



     ພາຍຫລັງ​ອອກ​ອາກາດ​ມາ​ແຕ່​ເດືອນ​ກຸມພາ​ຜ່ານ​ມາ, ປັດຈຸບັນ ສະຖານີ​ໂທລະ ພາບ​ທີ​ວີ​ລາວ ​ໄດ້​ອອກ​ອາກາດ​ໃນ​ລະບົບ​ຄວາມ​ຊັດ​ແຈ້ງ​ສູງ (High Definition- HD) ​ເຊິ່ງ​ເປັນ​ລະບົບ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ສື່​ໂທລະພາບ​ໃນ​ປັດຈຸບັນ ​ເຊິ່ງ​ເປັນ​ສະຖານີ​ດຽວ​ຢູ່ ສປປ ລາວ ທີ່​ນຳ​ໃຊ້​ລະບົບ​ອັນ​ທັນ​ສະ​ໄໝ​ດັ່ງກ່າວ ​ແລະ ​ເປັນ​ຜູ້ນຳ​ໜ້າ​ກ້າວ​ໄກ​ກວ່າ​ບັນດາ​ປະ​ເທດ​ໃກ້​ຄຽງ​ໃນ​ອາ​ຊຽນ.
     ທ່ານ ຫົງ​ຄຳ ສຸວັນນະ​ວົງ ອຳນວຍ​ການ​ສະຖານີ​ໂທລະພາບ​ທີ​ວີ​ລາວ ​ໄດ້​ຖະ​ແຫລ​ງຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 18 ກໍລະກົດ​ນີ້ວ່າ: ການ​ອອກ​ອາກາດ​ຈາກ​ລະບົບ​ທຳ​ມະ​ດາ​ມາ​ເປັນ​ລະບົບ HD ​ເປັນ​ການ​ປ່ຽນ​​ໃໝ່ ​ແລະ ຍົກ​ລະດັບ ການພັດທະນາ​ຄຸນ​ນະພາ​ບສື່​ໂທ ລະພາບ​ໃນ​ລາວ​ໃຫ້​ທັນ​ສະ​ໄໝ ​ແລະທຽບ​ເທົ່າ​ສາກົນ. ​ເປັນຄວາມ ​ພາກພູມ​ໃຈ​ທີ່ ສປປ ລາວ ມີ​ການ​ພັດທະນາ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ກ້າວ​ລ້ຳໜ້າ​ກວ່າ​ຫລາຍ​ປະ​ເທດ ​ເຊິ່ງປັດຈຸບັນ​ຫລາຍສະ ຖານ​ຍັງ​ນຳ​ໃຊ້​ລະ​ບົບອານາ​ລັອກຢູ່.

    ສະຖານີ​ໂທລະພາບ​ທີ​ວີ​ລາວ ມີ​ຄວາມ​ພະຍາຍາມ​ທີ່​ຈະ​ເປັນ​ຜູ້ນຳ​ສື່​ໂທລະພາບ​ໃນ ສປປ ລາວ ​ໂດຍ​ຈະ​ມີ​ການ​ພັດທະນາ ບໍ່​ວ່າ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ​ເນື້ອຫາ​ລາຍການ​ຕ່າງໆ​ໃຫ້​ມີ​ຄຸນ​ນະພາ​ບ, ມີ​ຄວາມ​ແຕກ​ຕ່າງ​ຫລາກ​ຫລາຍ, ມີ​ຄວາມ​ທັນ​ສະ​ໄໝ, ທັນ​ເຫດການ ​ເພື່ອ​ໃຫ້​ຄົນ​ລາວ ​ແລະ ຕ່າງ​ຊາດ​ໄດ້​ຮັບ​ຊົມ​ສື່​ໂທລະພາບ​ທີ່​ມີ​ຄຸນ​ນະ ພາ​ບ ​ເຖິງ​ວ່າການ​ອອກ​ອາກາດ​ ໃນ​ລະບົບ HD ຈະ​ຕ້ອງ​ມີ​ການ​ລົງທຶນ​ສູງ ​ແລະ ຕ້ອງ​ມີ​ການ​ພັດ ທະນາ​ບຸກຄະລາ​ກອນ​ຢ່າງ​ຫລວງ ຫລາຍ.
     ການ​ນຳ​ໃຊ້​ລະບົບ​ດັ່ງກ່າວ​ໃນ​ການ​ສົ່ງ​ສັນຍານ​ພາບ​ອອກ​ອາ ກາດ​ຈະ​ເຮັດ​ໃຫ້​ຜູ້​ຊົມ​ທີ່​ນຳ​ໃຊ້​ໜ່ວຍ​ໂທະລພາບ​ລະ​ບົບຈໍ​ກວ້າງ ​ແລະ HD ສາມາດ​ຮັບ​ຊົມ​ໄດ້​ແຈ້ງ​ຂຶ້ນຫລາຍ​ເທົ່າ​ຈາກ​ລະບົບ​ທຳ​ມະ​ດາ. ສຳລັບ​ຜູ້​ທີ່​ນຳ​ໃຊ້​ໜ່ວຍ​ໂທລະ ພາບ​ລຸ້ນ​ເກົ່າ​ອາດ​ຈະ​ຮັບ​ພາບ​ບໍ່​ຊັດ​​ແຈ້ງ ​ແລະ ຮູບ​ພາບ​ອາດ​ຈະ ລົ້ນຈໍ.
    ​ໂທລະພາບ​ທີ​ວີ​ລາວ ປັດຈຸບັນ​ສາມາດ​ຮັບ​ຊົມ​ຜ່ານ​ເຄ​ເບິ້ນລະບົບ​ສາຍ​ຂອງ​ບໍລິສັດ​ມີ​ເດັຍວັນ​ຈຳກັດ ​ໂດຍ​ສົ່ງ​ສັນ ຍານ​ຜ່ານ​ລະບົບ​ສາຍ​ເຄ​ເບິ້ນ​ໄຟ​ເບີ້ອົບ​ຕິກ​ໃນ​ທົ່ວ​ປະ​ເທດ ​ເຊິ່ງທາງ​ບໍລິສັດ​ມີ​ເດັຍວັນ​ພວມ​ຈະ​ເປີດ​ຕົວ​ໃຫ້​ບໍລິການ​ເຄ​ເບິ້ນທີ​ວີ​ໃນ​ລະບົບ​ດີ​ຈີ​ຕອນ ​ໂດຍ​ມີ 180 ຊ່ອງ ​ເຊິ່ງ​ໃນ​ນັ້ນມີ​ຊ່ອງ HD ຈຳນວນ 10 ຊ່ອງ ​ໃນ​ທ້າຍ​ເດືອນ​ກໍລະ ກົດ​ນີ້ ​ໂດຍ​ມີ​ຄວາມ​ຫວັງ​ທີ່​ຈະ​ນຳ​ສິ່ງ​ດີໆ​ ທັງ​ດ້ານ​ຄຸນ​ນະພາ​ບ ​ແລະ ​ເນື້ອຫາ​ມາສູ່​ຄົນ​ລາວ. ນອກຈາກ​ນີ້ ​ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້າ ທ່ານ​ຜູ້​ຊົມ​ຈະ​ສາມາດ​ຮັບ​ຊົມ​ການ​ອອກ​ອາກາດ​ຂອງ​ສະຖານີ​ໂທ ລະພາບ​ທີ​ວີ​ລາວ​ລະບົບ HD ຜ່ານ​ດາວ​ທຽມ​ໃນ​ລະບົບ KU Band IPM ຈານ​ຮັບ​ສີສົ້ມ ​ໂດຍ​ສາມາດ​ຮັບ​ຊົມ​ໄດ້​ທົ່ວ​ປະ​ເທດ ​ແລະ ບັນ ດາ​ປະ​ເທດ​ອາ​ຊຽນທັງ​ໝົດ.

No comments:

Post a Comment