Ad

Ad

22 July 2013

ໄຂ້ເລືອດອອກຢູ່ນະຄອນຫລວງວຽງຈັນມີທ່າອ່ຽງຫລຸດຜ່ອນລົງ



      ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່ກະຊວງ​ສາທາລະນະ​ສຸກ ​ເປີດ​ເຜີຍ​ວ່າ: ມາ​ຮອດ​ດຽວນີ້ ​ໂດຍ​ສັງ​ເກດ​ເຫັນ​ວ່າ​ພະ ຍາດ​ໄຂ້​ເລືອດ​ອອກ​ທີ່​ພວມ​ຄຸກ​ຄາມ​ຢູ່ນະຄອນຫລວງ​ວຽງ​ຈັນ​ນັ້ນມີ​ທ່າ​ອ່ຽງຫລຸດ​ລົງ​ຫລາຍ ເນື່ອງ​ຈາກ​ຂະ​ແໜງ​ການ​ກ່ຽວຂ້ອງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ເປັນ​ເຈົ້າການ​ຄວບ​ຄຸມ ​ແລະ ສະກັດ​ກັ້ນການລະບາດ​ຂອງ​ພະຍາດ​ດັ່ງ ກ່າວ​ຢ່າງ​ມີ​ປະສິດທິ​ຜົນດ້ວຍ​ຫລາຍ​ວິທີ​ການ ​ໂດຍ​ສະ​ເພາະ​ການ​ສຸມ​ໃສ່​ຈັດຕັ້ງປະຕິບັດ​ຄຳ​ຂວັນ 5 ປ ​ເພື່ອ​ປາ​ບປາມ​ໄຂ້​ເລືອດ​ອອກຄື ປ.ປິດ​ພາຊະນະ​ເກັບ​ນ້ຳ, ປ.ປ່ຽນ​ນ້ຳ​ໃນ​ພາຊະນະ​ຕ່າງໆ ຄື​ ເຕົ້າ​ດອກ​ໄມ້, ນ້ຳຮອງ​ຕີນ​ຕູ້ ​ແລະ ອື່ນໆ, ປ.ປ່ອຍ​ປາ​ຫາງ​ນົກ​ຍຸງ ​ເພື່ອ​ກິນ​ໜອນ​ນ້ຳ, ປ.ປັບປຸງ​ການ​ອະນາ​ໄມ​ສິ່ງ​ແວດ​ລ້ອມ ​ແລະ ປ.ປະຕິບັດ​ສິ່ງ​ເຫລົ່າ ນັ້ນ​ໃຫ້​ເປັນນິ​ໄສ ​ແລະ ພ້ອມ​ນັ້ນ ກໍ​ແມ່ນ​ການ​ເອົາ​ໃຈ​ໃສ່​ຂອງ​ໜ່ວຍ​ງານ​ກ່ຽວຂ້ອງ​ໃນ​ການ​ປຸກ ລະດົມ​ມວນ​ຊົນ​ສ້າງ​ຂະ​ບວນ ການ​ຕ້ານ​ການ​ລະບາດ​ຂອງ​ໄຂ້ຍຸງ​ລາຍ ຄື​ເມື່ອ​ມໍ່ໆ​ມານີ້ ນຳ​ໂດຍ​ການ​ປິ່ນປົວພະ​ແນກສາທາ ລະນະ​ສຸກ​ນະຄອນຫລວງ​ວຽງ​ຈັນ ​ແລະ ອຳນາດ​ການ​ປົກຄອງ​ເມືອງ​ປາກງື່ມ ​ເມືອງ​​ໄຊ​ທານີ ລົງ​ຈັດຕັ້ງຂະ​ບວນການ​ທຳ ລາຍ​ແຫ​ລ່ງ​​ເພາະ​ພັນ​ຂອງ​ຍຸງ​ລາຍ, ອະນາ​ໄມ​ບ້ານ​ເຮືອນ, ພົ່ນ​ຢາຂ້າ​ຍຸງ​ຢູ່​ຕາມ​ບ້ານ​ທີ່​ມີ​ການລະບາດ​ຮ້າຍ​ແຮງ​ຢູ່​ໃນ​ເມືອງ​ດັ່ງກ່າວ​ຢ່າງ​ເປັນ​ຂະ​ບວນ ​ແລະ ມີ​ປະ ສິດທິ​ຜົນ, ສ່ວນ​ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່​ຂອງ​ກະຊວງ​ສາທາ ລະນະ​ສຸກ​ກໍ​ໄດ້​ຮ່ວມ​ກັບ​ທີ​ມງານ​ນັກ​ສຶກສາ​ແພດ​ທີ່​ລົງ​ຊ່ວຍ​ເມືອງ​ສີ​ສັດຕະ​ນາກ, ​ເມືອງ​ຫາດ​ຊາຍ​ຟອງ​ຖອດ​ຖອນ​ບົດຮຽນ​ໃນ​ການ ຈັດຕັ້ງປະຕິບັດ​ມາດ​ຕະການ​ຕ່າງໆ ​ເພື່ອ​ຄວບ​ຄຸມ​ການລະ ບາດ​ຂອງ​ໄຂ້ຍຸງ​ລາຍ​ໃຫ້​ມີ​ຜົນ ໂດຍ​ໄດ້​ຖື​ເອົາ​ຄຳ​ຂວັນ 5 ປ ຕ້ານ​ໄຂ້​
ເລືອດ​ອອກ​ເປັນ​ຫລັກ. ພ້ອມ​ເຮັດ​ວຽກ​ງານ​ໂຄສະນາ​ສຸຂະ​ສຶກສາ​ໃນ​ໝູ່​ປະຊາຊົນ​ໃຫ້​ກວ້າງ ຂວາງເພື່ອ​ເຂົາ​ເຈົ້າມີ​ຄວາມ​ເຂົ້າ​ໃຈ ​ແລະ ຮັບ​ຮູ້​ເຖິງ​ສະພາບ​ຄວາມ​ອັນຕະລາຍ​ຂອງ​ການລະ ບາດ​ຂອງ​ພະຍາດ​ດັ່ງ ກ່າວ ​ເພື່ອ​ເປັນ​ເຈົ້າການ​ຮ່ວມ​ກັນ​ຕ້ານ ​ແລະ ສະກັດ​ກັ້ນ​ໃຫ້​ມີ​ຜົນ.
     ຜູ້ລາຍ​ງານ​ຂ່າວ​ຍັງ​ເຕືອນ​ໃຫ້​ຮູ້​ວ່າ: ​ໄປ​ຄຽງ​ຄູ່​ກັບ​ການ​ຫລຸດ ຜ່ອນ​ລົງ​ຂອງ​ໄຂ້​ເລືອດ​ອອກ​ຢູ່​ນະຄອນຫລວງ​ວຽງ​ຈັນ​ນັ້ນ​ໂດຍ​ສະ​ເລ່ຍຢູ່ທົ່ວ​ປະ​ເທດ​ພັດ​ມີ​ທ່າ​ອ່ຽງ​ເພີ່ມ​ສູງ​ຂຶ້ນ ​ເຊິ່ງມາ​ຮອດ​ປັດຈຸບັນ​ມີ​ຜູ້​ຕິດ​ເຊື້ອທັງ​ໝົດ​ຫລາຍ​ກວ່າ 23.000 ຄົນ ​ແລະ ມີ​ຜູ້​ເສຍ​ຊີວິດ​ແລ້ວ 72 ຄົນ, ​ໃນ​ນັ້ນ ຢູ່ນະຄອນຫລວງ​ມີ​ຜູ້​ເສຍ​ຊີວິດ 17 ຄົນ. ຕໍ່​ສະພາບ​ດັ່ງ ກ່າວ​ມັນ​ເຖິງ​ຂັ້ນ​ເຕືອນ​ໄພ​ອັນຕະລາຍ​ແລ້ວ ​ເຊິ່ງມັນ​ຮຽກຮ້ອງ​ໃຫ້​ທົ່ວ​ປະ​ເທດ​ຕ້ອງ​ສຸມ​ໃສ່​ສະກັດ​ກັ້ນ ແລະ ຕ້ານ​ໄຂ້ຍຸງ​ລາຍ​ນີ້​ໃຫ້​ມີ​ຜົນ, ນອກຈາກ​ການ​ເຮັດອະນາ​ໄມ, ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ແລ້ວ, ຂະ​ແໜງ​ສາທາ ລະນະ​ສຸກ​ຕ້ອງ​ເພີ່ມ​ທະວີ​ພົ່ນ​ຢາ​ໃນ​ເຂດ​ມີ​ການລະບາດ​ໃຫ້​ຫລາຍ​ຂຶ້ນ, ເບື້ອງ​ໂຮງໝໍ ​ແລະ ສຸກ​ສາລາ​ຕ່າງໆ ກໍ​ຕ້ອງ​ເປັນ​ເຈົ້າການ​ເອົາ​ໃຈ​ໃສ່​ຄວບ​ຄຸມ ​ແລະ ປິ່ນປົວ​ຜູ້​ປ່ວຍ​ໃຫ້​ມີ​ປະສິດທິ​ຜົນ. ພ້ອມ​ນັ້ນ ​ເບື້ອງລັດຖະບານ​ກໍ​ຕ້ອງ​ສຸມທຸກ​ທຶນຮອນ​ເພື່ອ​ຊ່ວຍ​ຕ້ານ​ການລະບາດ​ຂອງ​ພະຍາດ​ຮ້າຍ​ແຮງ​ນີ້​ໃຫ້​ມີ​ຜົນ.

No comments:

Post a Comment