Ad

Ad

22 July 2013

ນັກທຸລະກິດ ລາວ-ຫວຽດນາມ ປຶກສາຫາລື​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ທຸລະ​ກິດ.



    ​ໃນ​ລະຫວ່າງການ​ດຳ​ເນີນ​ງານ​ວາງສະ​ແດງ​ສິນຄ້າລາວ- ຫວຽດນາມ ປະຈຳ​ປີ 2013 ຢູ່​ນະຄອນຫລວງ​ວຽງ​ຈັນ ນັ້ນ ​ໃນ​ເຊົ້າວັນ​ທີ 19 ກໍລະກົດ​ນີ້, ທູດ​ເສດຖະກິດ​ຫວຽດນາມ ຮ່ວມ​ກັບ​ກະຊວງ​ອຸດສາຫະກຳ-ການ​ຄ້າ​ລາວ ​ແລະ ຫວຽດນາມ ພ້ອມ​ດ້ວຍ​ນັກ ທຸລະກິດ​ສອງ​ຝ່າຍ ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ເພື່ອ​ຊອກ​ຊ່ອງ​ທາງ ແລະ ກາລະ​ໂອກາດ​ກະຕຸກ​ຊຸກຍູ້​ການ​ຮ່ວມ​ມື​ທຸລະ​ກິດ, ການ​ພົວ ພັນ​ການ​ຄ້າ ​ແລະ ການ​ລົງທຶນ​ລະ ຫວ່າງ​ສອງ​ຝ່າຍ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ ​ເຊິ່ງການ​ພົບ​ປະ​ຕ່າງ​ກໍ​ໄດ້​ນຳ​ສະ​ເໜີ​ຄວາມ​ຫວັງ ​ແລະ ບັນດາ​ທ່າ​ແຮງ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດ ຖະກິດ​ທີ່​ຕົນ​ມີ​ຢູ່. ພ້ອມ​ນັ້ນຕ່າ​ງ ຝ່າຍ​ກໍ​ໄດ້​ຊອກ​ຮູ້​ເຖິງ​ບັນດາ​ລະ ບຽບ​ການ​ຕ່າງໆ​ຂອງ​ການ​ລົງ ທຶນ, ການ​ສ້າງ​ສຳນັກງານ​ຜູ້ ຕາງໜ້າ ​ແລະ ການ​ຊອກ​ຫາ​ກາ ລະ​ໂອກາດ​ເພື່ອ​ຈະ​ໄດ້​ຮ່ວມ​ທຸລະ​ກິດ​ນຳ​ກັນ​ໃຫ້​ຫລາຍ​ຂຶ້ນ ​ໂດຍ​ສະ​ເພາະ​ບັນດາ​ນັກທຸລະກິດ​ໃນ​ແຂວງດົງ​ນາຍ ສສ ຫວຽດນາມ ມີ​ຄວາມ​ຫວັງ​ຢາກ​ຮ່ວມ​ມື​ກັບ​ລາວ​ໃນ​ຂົງ​ເຂດ​ການ​ຜະລິດ​ເຟີ​ນີ​ເຈີ​ຈາກ​ໄມ້,
ຫວາຍ ​ແລະ ​ໄມ້ປ່ອງ ​ເພື່ອ​ສົ່ງ​ອອກ. ພ້ອມ​ນັ້ນ ກໍ​ຢາກ​ຮ່ວມ​ທຸລະ​ກິດ​ຜະລິດ​ຢາ​ປົວ​ພະຍາດ ​ແລະ ການ​ປຸງ​ແຕ່ງ​ຜົນ​ຜະລິດ​ກະສິກຳ​ອື່ນໆ​ອີກ, ສ່ວນ​ນັກທຸລະກິດ​ແຂວງ​ເບ​ນ​ແຈ ກໍ​ມີ​ທ່າ​ແຮງດ້ານ​ການ​ປູກ​ໄມ້​ໃຫ້​ໝາກ, ການ​ຜະລິດ​ກະສິກຳ ​ແລະ ເຄື່ອງ​ທະ​ເລ ​ແລະ ກໍ​ມີ​ຄວາມ​ຫວັງ​ຮ່ວມ​ທຸລະ​ກິດ​ກັບ​ຝ່າຍ​ລາວເພື່ອ​ຜະລິດ​ສິນຄ້າ​ສົ່ງ​ອອກ​ຕາມ​ເງື່ອນ​ໄຂ ​ແລະ ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ.
    ​ໃນ​ການ​ພົບ​ປະ​ດັ່ງກ່າວ, ບັນ ດາ​ນັກທຸລະກິດ​ລາວ​ກໍ​ມີ​ຄວາມ​ດີ​ໃຈ​ທີ່​ເປັນ​ໂອກາດ​ໜຶ່ງ​ທີ່​ສອງ​ຝ່າຍ ລາວ-ຫວຽດນາມ ຈະ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ນຳ​ກັນ​ໃນ​ຫລາຍ​ຂົງ​ເຂດ​ວຽກ​ງານ ​ໂດຍ​ສະ​ເພາະ​ການ​ຮ່ວມ​ທຸລະ​ກິດ, ຜະລິດ​ສິນຄ້າ​ຕາມ​ທ່າ​ແຮງ​ ​ແລະ ​ເງື່ອນ​ໄຂ​ຂອງ​ຕົນ​ໃຫ້​ມີ​ຄຸນ​ນະ ພາ​ບ ​ແລະ ສາມາດ​ຍາດ​ແຍ່ງ​ແຂ່ງຂັນ​ກັບ​ພາຍ​ນອກ, ຮ່ວມ​ກັນ​ນຳ​ໃຊ້​ກາລະ​ໂອກາດ ​ແລະ ບູລິ​ມະ​ສິດທາ​ງການ​ຄ້າ​ທີ່​ລາວ​ໄດ້​ຮັບ​ຈາກ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ບັນດາ​ປະ​ເທດ​ເອີຣົບ​ໃຫ້​ມີ​ປະສິດທິ​ຜົນ​ຫລາຍ​ຂຶ້ນ. ພ້ອມ​ນັ້ນ ກະຕຸກ​ຊຸກຍູ້​ເຮັດ​ໃຫ້​ຄາດໝາຍ​​ໂຕ​ເລກ​ການ​ພົວພັນ​ການ​ຄ້າ​ລະ ຫວ່າງ ລາວ-ຫວຽດນາມ ​ໃຫ້​ບັນ ລຸ​ໄດ້ 2 ຕື້​ໂດ​ລາ ​ໃນ​ປີ 2015.

No comments:

Post a Comment