Ad

Ad

22 July 2013

ທະນາຄານລາວກໍ່ສ້າງຈັບລາງວັນມອບໂຊກໃຫ້ລູກຄ້າ



        ​ໃນ​ວັນ​ທີ 20 ກໍລະກົດນີ້ ຢູ່ສຳນັກງານ​ໃຫຍ່​ທະນາຄານ​ລາວ​ກໍ່ສ້າງຈຳກັດ ບ້ານໂພນ​ສີ ນວນ ເມືອງສີ​ສັດຕະ​ນາກ ນະຄອນຫຼວງວຽງຈັນ ໄດ້​ມີ​ພິທີ​ຈັບ​ສະຫຼາກ ມອບ​ໂຊກ​ໃຫ້​ລູກ​ຄ້າໂດຍ​ການເຂົ້າຮ່ວມ​ຂອງ​ທ່ານ ຢູ ຮາວ ​ໄອ​ຊິນ​ ​ເຈ້ຍ ​ໂຫຼ ປະທານ​ສະພາ​ບໍລິຫານທະນາຄານ​ດັ່ງກ່າວ ພ້ອມ​ດ້ວຍ​ບັນດາ​ຜູ້​ບໍລິຫານ​ທະ​ນາ​ຄານ ແລະ ​ລູກ​ຄ້າເຂົ້າ ຮ່ວມ​ເປັນ​ຈຳນວນ​ຫລາຍ.
        ສຳລັບ​ການ​ຈັບ​ລາງວັນ​ມອບ​ໂຊກ​ຄັ້ງນີ້ ຂອງ​ທະນາຄານ​ລາວ​ກໍ່ສ້າງ ​ແມ່ນ​ຄັ້ງ​ໃຫຍ່​ທີ່​ມີ​ລາງວັນ​ຢ່າງຫຼວງຫຼາຍ ຄື  ລາງ ວັນ​ທີ 1 ​ແມ່ນ ​ລົດ​ໃຫຍ່ປຣາໂດ ແລະ ລາງວັນ​ອື່ນໆອີກລວມມູນ​ຄ່າຫຼາຍຮ້ອຍ​ລ້ານ​ກີບ ເຊິ່ງ​ບັນດາ​ທ່ານ​ທີ່​ມີ​ເງື່ອນ​ໄຂ​ໃນ​ການ​ຊິງ​ໂຊກ​ແມ່ນ ລູກ​ຄ້າ​ທີ່​ເປີດ​ບັນຊີ​ ເງິນຝາກ​ປະຈຳຢູ່່ທະນາຄານ​ດັ່ງ ກ່າວທີ່​ມີ​ກຳນົດ 1 ປີ​ຂຶ້ນໄປ.

          ປະທານ​ສະພາ​ບໍລິຫານ​ທະນາຄານ ດັ່ງກ່າວ​ມີ​ຄຳ​ເຫັນ​ວ່າ: ການມອບ​ໂຊກ​ດັ່ງກ່າວກໍ​ເພື່ອ​ເປັນ​ການ​ຄືນ​ກຳ​ໄລ​ໃຫ້​ກັບ​ລູກ​ຄ້າ​ຂອງ​ທະນາຄານ ທີ່​ໄດ້​ເຂົ້າ​ມາ​ຝາກ​ເງິນ​ ​ແລະ ​ເປີດ​ບັນຊີນຳ​ທະນາຄານ​ພວກ​ເຮົາ. ທະນາ ຄານ​ລາວ​ກໍ່ ສ້າງ ​ແມ່ນ​ເປັນ​ທະ​ນາຄາ​ນທີ່​ລົງທຶນ​ຮ່ວມ​ລະຫວ່າງ ສປ ຈີນ ແລະ ລາວ, ​ເປັນ​ສະ​ຖາ​ບັນ​ການ​ເງິນ​ໃຫ້​ບໍລິການ​ທາງ​​ການ​​ເງິນ​ຕໍ່ນັກ​ລົງທຶນ ແລະ ປະ ຊາຊົນ​ທົ່ວ​ໄປ, ເຊິ່ງ​ຜ່ານ​ການ​ດຳ​ເນີນ​ທຸລະ​ກິດ​ເຫັນ​ວ່າ​ມີ​ຜົນສຳ​ເລັດຫຼາຍດ້ານ ​ແລະ ທະນາຄານ​ກໍ​ໄດ້​ເຕີບ​ໃຫຍ່ຂະຫຍາຍຕົວ​ພຽງກວ່າ 2 ປີ​ ທີ່​ທະນາຄານ​ໄດ້​ເຂົ້າ​ມາ​ລົງທຶນ​ຢູ່​ລາວ, ທະນາຄານ​ກໍ​ສາ ມາດ​ຂະຫຍາຍ​ສາຂາຫຼາຍ​ແຫ່ງເຊິ່ງ​ເຮັດ​ໃຫ້ການ​ບໍລິການ​ລູກ​ຄ້າ​ນັບ​ມື້ກວ້າງ​ຂວາງ ແລະ ທົ່ວ​ເຖິງ ເຊິ່ງ​ໃນຕໍ່ໜ້ານີ້, ທະນາຄານ​ກໍ​ຈະ​ໄດ້​ມີ​ການ​ຈັບ​ສະຫຼາກມອບ​ລາງວັນໃຫ້​ລູກ​ຄ້າ​ຂອງ​ຕົນ​ຕື່ມ​ອີກ​ເພື່ອ​ເປັນ​ການ​ຄືນ​ກຳ​ໄລ​ໃຫ້​ເຂົາ​ເຈົ້າ.

No comments:

Post a Comment