Ad

Ad

22 July 2013

ການ​ສວຍ​ໂອກາດ​ຈາກ​ນະ​ໂຍບາຍ​ຍົກ​ເວັ້ນ ຫລື ຫລຸດຜ່ອນ​ພາສີ​ຍັງ​ມີ​ຫລາຍ.



      ກະຊວງ​ການ​ເງິນ​ຍອມຮັບ​ວ່າ: ສະພາບ​ການ​ສວຍ​ໂອກາດ​ນຳ​ໃຊ້​ຊ່ອງ​ຫວ່າງ​ຈາກ​ການ​ຍົກ​ເວັ້ນ ຫລື ຫລຸດຜ່ອນ​ອັດຕາ​ພາສີ​ອາ ກອນ​ຂອງ​ໂຄງການ​ຕ່າງໆ​ຍັງ​ມີ​ຫລາຍ.
     ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດ ຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ກ່າວ​ວ່າ: ນະ​ໂຍບາຍ​ຍົກ​ເວັ້ນພາສີ-ອາກອນ​ແມ່ນ​ກົນ​ໄກ​ການ​ປະຕິບັດ​ທີ່​ບໍ່​ສະ​ເໝີ​ພາບ ຈຶ່ງ​ເກີດ​ມີ​ຊ່ອງ​ຫວ່າງ​ການ​ສວຍ​ໃຊ້​ຂອງ​ຜູ້​ທີ່​ໄດ້​ຮັບ​ນະ​ໂຍບາຍ ເພື່ອ​ຫາ​ຜົນ​ປະ​ໂຫຍ​ດຈາກ​ນະ​ໂຍ ບາຍ​ດັ່ງກ່າວ, ສິ່ງ​ທີ່​ເປັນ​ບັນຫາ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ເກີດ​ຈາກ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ​ຍັງ​ບໍ່​ທັນ​ເຂັ້ມງວດ ​ໂດຍ​ສະ​ເພາະ​ມາດ ຕາ 52 ​ໄດ້​ມີ​ການ​ກຳນົດ​ນະ​ໂຍ ບາຍ​​ພາສີ-ອາກອນ​ຈະ​ແຈ້ງ ຄື ນ້ຳມັນ​ເຊື້ອ​ໄຟ​ທຸກ​ປະ​ເພດ​ບໍ່​ໄດ້​ຮັບ​ການ​ຍົກ​ເວັ້ນ​ພາສີ-ອາກອນ, ສ່ວນ​ພາຫະນະ​ໃຫ້​ຍົກ​ເວັ້ນ ສະ​ເພາະ​ຮັບ​ໃຊ້​ການ​ຜະລິດ​ເທົ່າ​ນັ້ນ. ແຕ່​ໃນ​ຕົວ​ຈິງ​ແລ້ວລາຍການ​ສິນຄ້າ​ດັ່ງກ່າວ​ໄດ້​ມີ​ການ​ຍົກ​ເວັ້ ນຫລາຍ​ຢ່າງ​ເຮັດ​ໃຫ້​ລາຍ​ຮັບ​ພາສີ​ຈາກ​ການ​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ ​ເຊິ່ງ​ເປັນ​ລາຍ​ຮັບ​ພາສີ​ສຳຄັນ​ມີ​ທ່າ​ອ່ຽງຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ຍ້ອນ​ບັນດາ​ປ້ຳນ້ຳມັນ​ບໍ່​ໄດ້​ຊື້ນ້ຳມັນ​ຈາກ​ບໍລິສັດ​ນ້ຳມັນ​ທີ່​ນຳ​ເຂົ້າຢ່າງ​ຖືກຕ້ອງ​ເສຍ​ພາສີ​ຄົບ​ຖ້ວນ ​ແລະ ຫັນ​ໄປ​ຊື້ນ້ຳມັນ​ນຳ​
ໂຄງການ​ລົງທຶນ​ຕ່າງໆ​ທີ່​ບໍ່​ໄດ້​ເສຍ​ອາກອນ. ນອກຈາກ​ນີ້ ການ​ຄຸ້ມ​ຄອງ​ອະນຸມັດ​ມູນ​ຄ່າ​ໂຄງການ​ບໍ່​ຮັດກຸມ​​ເປັນຕົ້ນລາ ຄາ​ຫົວໜ່ວຍ​ອາດ​ຖືກຕ້ອງ​ແລ້ວ, ແຕ່​ປະລິມານ​ວັດຖຸ​ອຸປະກອນ​ຍັງ​ຄຸ້ມ​ຄອງ​ບໍ່​ໄດ້​ເຊັ່ນ​ຕົວຢ່າງ: ໂຄງ ການ​ກໍ່ສ້າງ​ເສັ້ນທາງ 10 ກິ​ໂລ​ແມັດ ຕ້ອງ​ໃຊ້​ນ້ຳມັນ​ຮັບ​ໃຊ້​ໂຄງ ການ​ປະມານ 1 ​ແສນ​ລິດ, ​ແຕ່​ມີ​ການ​ສວຍ​ໂອກາດ​ກຳນົດ​ວ່າ 1-2 ລ້ານ​ລິດ ຈຶ່ງ​ເຫັນ​ວ່າ​ເປັນ​ຊ່ອງ​ຫວ່າງ​ໃໝ່​ສຳຄັນ. ດັ່ງນັ້ນ ​ເພື່ອ​ໃຫ້​ບັນຫາ​ດັ່ງກ່າວ​ມີ​ການ​ຄຸ້ມ​ຄອງ​ດີກ​ວ່າ​ເກົ່າ, ຂະ​ແໜງ​ການ​ກ່ຽວຂ້ອງ​ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂັ້ມງວດ​ໃນ​ການ​ຄວບ​ຄຸມ​ມູນ​ຄ່າ​ໂຄງການ ​ໂດຍ​ສະ​ເພາະ​ການ​ກຳນົດ​ບໍລິ​ມາດ​ວັດຖຸ​ອຸປະກອນ​ທີ່​ຈຳ​ເປັນ​ສຳລັບ​ການ​ກໍ່ສ້າງ​ໂຄງ ການ​ໃຫ້​ແທດ​ເໝາະ​ກັບ​ຄວາມ​ເປັນ​ຈິງ ​ແລະ ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ປະຕິບັດ​ໂຄງການ, ຖ້າ​ພົບ​ເຫັນ​ການ​ນຳ​ໃຊ້​ວັດຖຸ​ອຸປະກອນ​ບໍ່​ຖືກຕ້ອງ​ກັບ​ເປົ້າໝາຍ ໂດຍ​ສະ​ເພາະ​ນຳ​ເຂົ້າ​ເພື່ອ​ຂາຍ​ຕ້ອງ​ປະຕິບັດ​ມາດ​ຕະການ​​ວິ​ໄນ​ຕໍ່​ຜູ້​ກະທຳ​ຜິດ​ຢ່າງ​ເຂັ້ມງວດ​ຕາມ​ກໍລະນີ​ໜັກ​ເບົາເປັນຕົ້ນຢຸດຕິ​ປະ ຕິບັດ​ນະ​ໂຍບາຍ​ຕໍ່​ບໍລິສັດ, ໃຊ້​ມາດ​ຕະການ​ປັບໃໝ​ທີ່​ເໝາະ​ສົມ ແລະ ກຳນົດ​ຄວາມ​ຮັບຜິດຊອບ​ຕໍ່​ຄວາມ​ຜິດພາດ​ຕ່າງໆ.

No comments:

Post a Comment