Ad

Ad

22 July 2013

ຫວນຄືນມູນເຊື້ອວັນແມ່ຍິງລາວ ຄົບຮອບ 58 ປີ



           ວັນທີ 19 ກໍລະກົດ 2013 ຄະນະບໍລິຫານສູນກາງສະຫະພັນແມ່ຍິງ ລາວ ໄດ້ຈັດກອງປະຊຸມສຳມະນາ ເພື່ອຫວນຄືນມູນ ເຊື້ອແຫ່ງວັນສ້າງຕັ້ງສະຫະພັນ ແມ່ ຍິງລາວຄົບຮອບ 58 ປີຂຶ້ນ     ( 20 ກໍລະກົດ 1955-20 ກໍລະກົດ 2013) ຢູ່ທີ ສູນ ICTC, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ການສ້າງຄອບຄົວດີມີຄວາມຜາສຸກ ໂດຍ ການເປັນປະທານຂອງ ທ່ານ ນາງສີໃສ ລືເດດມູນສອນກຳມະການສູນກາງ ພັກ, ປະທານສູນກາງສະຫະພັນແມ່ຍິງ ລາວ, ສະມາຊິກສະຫະພັນແມ່ ຍິງຈາກ ກະຊວງ ແລະ ຂະແໜງ ການຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ ທ່ານ ປະ ທານສູນ ກາງສະຫະພັນແມ່ຍິງລາວໄດ້ມີຄຳເຫັນໃນກອງປະຊຸມວ່າ: ຄື ດັ່ງທ່ີພວກເຮົາຮູ້ນຳກັນແລ້ວວ່າ ພາຍໃຕ້ການ ນຳພາຂອງພັກ ປະຊາຊົນປະຕິວັດລາວ ແລະ ໂດຍໄດ້ຮັບຜົນສະທ້ອນຈາກການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດສິດ ເສລີພາບ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມເທື່ອລະ
ກ້າວ ນັ້ນແມ່ຍິງລາວຈຶ່ງໄດ້ຈັດຕັ້ງ ໜ່ວຍແມ່ນັກຮົບ, ເອື້ອຍນັກຮົບ, ໜ່ວຍຍຸ ວັນນາລີຢູ່ຕາມຊົນນະບົດ ແລະ ຢູ່ຕາມຕົວເມືອງ ຕ່າງໆ ເພື່ອພ້ອມກັນເຄື່ອນໄຫວ ແລະ ພັດທະນາຕົນເອງໃຫ້ເຕີບ ໃຫຍ່ຂະຫຍາຍຕົວຕະຫຼອດມາຈົນກາຍມາເປັນໜ່ວຍ ຄົ້ນຄວ້າຮີດຄອງປະເພນີຂອງສັງຄົມລາວ ແລະ ຈຸດພິເສດ ຂອງແມ່ຍິງລາວ, ເຊິ່ງເປັນຕົ້ນກຳເນີດຂອງຄະນະການສ້າງຕັ້ງສະ ມາຄົມແມ່ຍິງລາວຮັກຊາດ, ກໍຄືສະຫະພັນ ແມ່ຍິງ ລາວໃນປັດຈຸບັນຂຶ້ນໃນວັນທີ 20 ກໍລະກົດ ປີ 1955 ຢູ່ ເຂດທີ່ໝັ້ນແຂວງ ຫົວພັນ, ໄປພ້ອມກັບການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວໄດ້ຢັ້ງຢືນໃຫ້ເຫັນວ່າ ອົງ ການຈັດຕັ້ງສະຫະພັນແມ່ຍິງແຕ່ລະ ຂັ້ນໄດ້ປະຕິບັດໜ້າທີ່ເຕົ້າໂຮມຄວາມສາມັກຄີ, ປຸກລະດົມແມ່ຍິງເຂົ້າຮ່ວມຂະບວນ ການປະຕິບັດ ແລະ ໄດ້ກາຍ ເປັນກຳລັງແຮງໃຫ້ແກ່ອົງຄະນະພັກທຸກຂັ້ນໃນຂະບວນການຕໍ່ສູ້ ປົດປ່ອຍຊາດໃນເມື່ອ ກ່ອນກໍຄືຂະບວນປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
            ທ່ານ ນາງສີໃສ ລືເດດ ມູນສອນ ກ່າວວ່າ: ໃນໄລຍະຜ່ານມາສະຫະພັນແມ່ຍິງລາວກໍຄືແມ່ຍິງລາວບັນ ດາເຜົ່າໄດ້ປະກອບສ່ວນສຳເຂົ້າໃນພາລະກິດປະຕິວັດ  ແລະ ສາມາດຍາດເອົາຜົນງານຫຼາຍດ້ານ, ເຊິ່ງສະແດງ ອອກ ຄື: ແມ່ຍິງໄດ້ປະກອບສ່ວນເປັນເສົາຄ້ຳໃຫ້ແນວຫຼັງ ແລະ ການຕໍ່ສູ້ຍາດເອົາສິດເສເລພາບໃນການເລືອກຕັ້ງຜູ້ແທນ ລາດຊະດອນ, ໄດ້ສ້າງເງື່ອນໄຂໃຫ້ ທ່ານ ນາງ  ຄຳແພງ ບຸບຜາ ຄະ ນະສະມາຄົມແມ່ຍິງລາວຮັກຊາດເປັນແມ່ຍິງຜູ້ ທຳອິດໄດ້ຮັບການເລືອກຕັ້ງເປັນຜູ້ແທນລາດສະດອນໃນປີ 1958 ແລະ ການປະກອບສ່ວນເອົາຜູ້ນຳອອກຈາກຄຸກ ສູ່ເຂດປົດປ່ອຍດ້ວຍຄວາມປອດໄພ, ການລຳລຽງ ແລະ ສູ້ຮົບແບບກອງຫຼອນ ແລະ ແບບປະຈັນບານຕີສັດຕູຂອງ ກອງກຳລັງໄຟເພດຍິງ, ປະກອບສ່ວນເຂົ້າຍືດອຳນາດທົ່ວປະເທດ, ສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ການເຂົ້າຮ່ວມພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນມາຮອດປັດ ຈຸບັນອັນໄດ້ເຮັດໃຫ້ອົງການຈັດຕັ້ງແມ່ຍິງລາວນັບມື້ຂະຫຍາຍຕົວ ແລະ ເຂັ້ມແຂງຮອບດ້ານ.

No comments:

Post a Comment