Ad

Ad

22 July 2013

ພິທີ​ຊາ​ປະ​ນາ​ກິດ​ສົບ​ ສະຫາຍ ພົນ​ຕີ ສັນຍາ​ຮັກ ພົມວິຫານ ຈັດ​ຂຶ້ນຢ່າງ​ສົມ​ກຽດ


       ເວລາ 13 ໂມງຂອງວັນ​ທີ 21 ກໍລະກົດນີ້ ທີ່ວັດ​ເທບ​ນີມິດ (ທາດ​ຝຸ່ນ) ນະ ຄອນຫລວງ​ວຽງ​ຈັນ​ ໄດ້​ມີ​ພິທີ​ຊາ​ປະ​ນາກິດ​ສົບ ສະຫາຍ ພົນ​ຕີ ສັນຍາ​ຮັກ ພົມວິຫານ ຂຶ້ນຢ່າງ​ສົມ​ກຽດ ​ໂດຍ​ມີ​ ສະຫາຍ ຈູມ​ມາລີ ໄຊຍະ​ສອນ ​ເລ ຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານປະເທດແຫ່ງ ສປປ. ລາວ, ທ່ານ ທອງ​ສິງ ທຳ​ມະ​ວົງ ນາ ຍົກລັດຖະມົນຕີ​ແຫ່ງ ສປປ.ລາວ​, ມີ​ບັນດາ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ກຳມະການ​ສູນ​ກາງ​ພັກ, ມີບັນດາການນຳ ພັກ- ລັດ, ສະມາຊິກສະພາແຫ່ງຊາດ, ບັນດານາຍ ​ແລະ ພົນທະຫານ, ນາຍ ​ແລະ ພົນ​ຕຳຫລວດ ພ້ອມ​ດ້ວຍຄອບ ຄົວ ແລະ ຍາດຕິພີນ້ອງເຂົ້າຮ່ວມ.
       ສະຫາຍ ພົນ​ຕີ ສັນຍາ​ຮັກ ພົມວິຫານ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໃນ​ເວລາ 12 ​ໂມງ 00 ນາທີ ຂອງ​ວັນ​ທີ 17 ກໍ​ລະ​ກົດ 2013 ດ້ວຍ​ພະຍາດ​ຂອງ​ເພີ່ນ​ເອງ​ລວມອາຍຸ​ໄດ້ 45 ປີ, ​ສະຫາຍ ພົນ​ຕີ ສັນຍາ​ຮັກ ພົມວິຫານ ເປັນຜູ້ໜຶ່ງ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ສະຫາຍ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນອະດີດກຳມະການສູນກາງພັກສະໄໝທີ VIII-IX, ອະດີດ​ສະມາຊິກ​ສະພາ​​ແຫ່ງ​ຊາດ ຊຸດ​ທີ V, ອະ​ດີດຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ, ອະດີດກຳມະ ການໃນຄະນະປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຂັ້ນສູນກາງ ແລະ ອະດີດ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​.

No comments:

Post a Comment