Ad

Ad

29 July 2013

ກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII ສຳເລັດລົງຢ່າງຈົບງາມ



           ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ ໄດ້​ສຳ​ເລັດ​ລົງ​ຢ່າງ​ຈົບງາມ ​ໃນວັນ​ທີ 26 ກໍລະ ກົດ 2013 ນີ້ ຢູ່ຫໍສະພາ​ແຫ່ງ​ຊາດ​ ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ 15 ວັນ ​​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​​ແຫ່ງ ສປປ ລາວ; ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ, ມີ​ບັນດາ​​ຄະ ນະ​ລັດຖະບານ, ອະ​ດີດ​ການ​ນຳ​ຂັ້ນສູງ, ຜູ້ຕາງໜ້າ​ອົງການ​ຈັດຕັ້ງມະຫາຊົນ​ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ປະ​ຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆໃນທົ່ວປະເທດເຂົ້າ​ຮ່ວມ.
         ທ່ານນາງ ​ປານີ ຢາ​ທໍ່​ຕູ້ ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້ກ່າວສູນ​ທອນ​​ພົດປິດ​ກອງ​ປະຊຸ​ມຢ່າງ​ເປັນ​ທາງ​ການວ່າ:  ​​ກອງ​ປະຊຸມ​ຄັ້ງນີ້​ ມີຄວາມ​ໝາຍ​ຄວາມ​ສຳຄັນຍິ່ງ ເຊິ່ງໄດ້​ພິຈາລະນາ​ບັນຫາ​ສຳຄັນ​ຕ່າງໆຂອງ​ຊາດ ​ເຊັ່ນ: ​​ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ລັດຖະບານ ​ກ່ຽວ​ກັບ​ການຈັດ ຕັ້ງປະຕິບັດ​ກາງ​ສະ​ໄໝ​ຂອງ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງທີ VII, ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມແລະ​ແຜນ​ງົບປະມານ​ ແຫ່ງ​ລັດ 6 ​ເດືອນຕົ້ນ​ສົກ​ປີ 2012-2013, ວຽກ​ງານ​ຈຸດ​ສຸມ 6 ​ເດ​ືອນທ້າຍ​ສົກປີ 20152-2013 ແລະ  ທິດ​ທາງ​ແຜນການ​ສົກ​ປີ 2013-2014; ພິຈາ ລະນາ ​ແລະ ຮັບຮອງ​ເອົາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ​ ປະ​ຈຳ​ສົກ​ປີ 2012- 2013, ທິດ​ທາງ​ວຽກ​ງານ​ສົກ​ປີ 2013-2014 ​ແລະ ຜົນ​ການ ກວດ​ສອບ​
ສະຫລຸບ​ຂາດ​ຕົວ​ການຈັດຕັ້ງປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ​ສົກ​ປີ 2010-2011; ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​​ການ​ເຄື່ອນ​ໄຫວ​ ປະ​ຈຳ​ສົກ​ປີ 2012-2013 ​ແລະ ທີດທາງວຽກ​ງານ​ສົກ​ປີ 2013-2014 ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ແລະ ສານ​ປະຊາຊົນ​ສູງ​ສຸດ; ພິຈາລະນາ ​ແລະ ຮັບຮອງ​ເອົາ​ຜົນ ການ​ເຄື່ອນ​ໄຫວວຽກ​ງານ​ກາງ​ສະ​ໄໝ ກໍ​ຄື ປະ​ຈຳ​ສົກ​ປີ 2012-2013 ​ແລະ ທິດ​ທາງ​ວຽກ​ງານ​ຈຸດ​ສຸມ​ແຕ່​ນີ້​ເຖິງ​ທ້າຍ​ສະ​ໄໝ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII; ​​​ພິຈາລະນາ ​ແລະ ຮັບຮອງ​ເອົາ​ກົດໝາຍ ​ 5 ສະບັບ, ​ໃນ​ນີ້ກົດ ໝາຍສ້າງ​ໃໝ່​ 3 ສະບັບ ​ຄື ກົດ ໝາຍ​ວ່າ​ດ້ວຍ​ວິທະ ຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ, ກົດໝາຍ​ວ່າ​ດ້ວຍ​ສະຫະພັນ​ແມ່ຍິງ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ ແລະ ຮັບຮອງ​ເອົາ​ກົດໝາຍ​ປັບປຸງ​ບາງ​ມາດຕາ ​ຂອງ​ກົດໝາຍ​ທີ່​ປະກາດ​ໃຊ້​ແລ້ວ 2 ສະບັບ​ ຄື ກົດໝາຍ​ວ່າ​ດ້ວຍ​ການ ທ່ອງທ່ຽວ​ ແລະ ກົດ ໝາຍ​ວ່າ​ດ້ວຍ​ອາຫານ. ​ພ້ອມ​ນີ້ ກອງ​ປະຊຸມ​ຍັງໄດ້​ດຳ​ນ​ເນີນ​ການ​ຊັກ​ຖາມ​ຕໍ່​​ລັດຖະມົນຕີ, ລັດຖະ ມົນຕີ​ຊ່ວຍ​ວ່າການ, ປະທານ​ອົງ ການ​ກວດ​ສອບ​ແຫ່ງ​ລັດ, ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຮອງ​ຫົວໜ້າ​ໄອ​ຍະ​ການ​ປະຊາ ຊົນ​ສູງ​ສຸດ​ 12 ກະຊວງ ແລະ ອົງ ການ​ທຽບ​ເທົ່າ​ ໃນ​ຂົງ​ເຂດ​ເສດ ຖະກິດ​ການ​ເງິນ-​ເງິນຕາ, ວັດທະ ນະ​ທຳ-​ສັງຄົມ, ຂົງ​ເຂດ​ຕຸລາ ການ ​ແລະ ຍຸຕິ​ທຳ.​ບັນ​ຍາ​ກາດ​ຂອງ​ການ​ຊັກ​ຖາມ ​ໄດ້​ດຳ​ເນີນ​ໄປ​ບົນ​ຈິດ​ໃຈ​ເສີມ​ສ້າງ,ມີ​ຈຸດ​ສຸມ,ກ້າ​ຮັບ​ຜິດ​ຊອບ ແລະ ສະ​ເໜີ​ວິທີ​ການແກ້​ໄຂ​ໃນ​ແຕ່​ລະ​ບັນຫາ​ທີ່​ສັງຄົມ​ສະ​ເໜີ​ມາ. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຮ່າງ​ນະ​ໂຍບາຍ​ທີ່​ດິນ​ແຫ່ງ​ຊາດ ​ເຊິ່ງ​ສະ​ເໜີ​ໂດຍ​​ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະ ຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ແລະ ​ໄດ້​ປະກອບ​ຄຳ​ເຫັນ​ເບື້ອງຕົ້ນ​ໃສ່ 9 ​ແຜນ​ນະ​ໂຍ ບາຍ​ທີ່​ດິນ​ຢ່າງ​ກົງ​ໄປ​ກົງ​ມາ. ພ້ອມ​ທັງ​ສະ​ເໜີ​ຫລາຍ​ບັນຫາ​ທີ່​ສຳຄັນ​ ເພື່ອ​ໃຫ້​ກະຊວງ​ກ່ຽວ ຂ້ອງ​ສືບຕໍ່​ນຳ​ໄປ​ປັບປຸງ​ ເປັນຕົ້ນ​ແມ່ນການ​ຮ່າງ​ນະ​ໂຍບາຍ​ດັ່ງ ກ່າວຕ້ອງ​ສອດຄ່ອງ​ກັບ​ທັດສະ ນະ, ຍຸດ​ທະ​ສາດ​ໃນ​ການ​ພັດທະ ນາ​ເສດຖະກິດ-ສັງຄົມ​ ໃນ​ໄລຍະ​ໃໝ່​ຂອງ​ພັກ-ລັດ,ຮັບປະກັນ​ຄວາມ​ສະຫງົບ​ທາງ​​ການ​ເມືອງ, ສອດຄ່ອງ​ກັບ​ແນວທາງ​ປ່ຽນ​ແປງ​ໃໝ່​ ໃນ​ການຂະຫຍາຍເສດຖະກິດ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ມີ​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ, ສົ່ງ​ເສີມ​ການ​ນຳ​ໃຊ້​ທີ່​ດິນ​ເພື່ອ​ຜະລິດ​ເປັນ​ສິນຄ້າ, ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາ​ຊົນ ກໍ​ຄື ການ​ນຳ​ໃຊ້​ທີ່​ດິນ​ເປັນ​ພາຫະນະ​ການ​ຜະລິດ ​ເພື່ອ​ຫັນ​ປະ​ເທດ​ເປັນ​ອຸດ​ສາ​ຫະກຳ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ.

No comments:

Post a Comment