Ad

Ad

30 July 2013

ສາທາລະນະສຸກເພີ່ມຄວາມເຂັ້ມງວດຕ້ານໄຂ້ເລືອດອອກຫລັງພົບຜູ້ເສຍຊີວິດເພີ່ມ



           ຕາມການລາຍງານຈາກ ໜ່ວຍເຝົ້າລະວັງກະຊວງສາທາ ລະນະສຸກໃຫ້ຮູ້ວ່າມາຮອດວັນທີ 29 ກໍລະກົດນີ້ການ ລະ ບາດຂອງ ພະຍາດໄຂ້ເລືອດອອກ,ຢູ່ຫຼາຍ ແຂວງໃນທົ່ວປະເທດເຫັນວ່ານັບ ມື້ຮ້າຍ ແຮງຂຶ້ນ, ຈຳເປັນຂະແໜງການສາທາລະ ນະສຸກທຸກຂັ້ນ ຈຶ່ງໄດ້ດຳເນີນມາດຕະການເຂັ້ມງວດ,ໃນການ ກຳຈັດ ແລະ ປິ່ນ ປົວຜູ້ຕິດເຊື້ອພະຍາດ, ພາຍຫຼັງພົບກໍລະນີຜູ້ ເສຍຊີວິດເພີ່ມຂື້ນເປັນ 77 ຄົນແລ້ວໃນທົ່ວປະເທດ.
              ສະເພາະຢູ່ນະຄອນຫຼວງ ວຽງຈັນ,ມີຜູ້ຕິດເຊີ້ອໄຂ້ເລືອກ ອອກເພີ່ມຫລາຍຂຶ້ນເຖິງ 4900 ກ່ວາຄົນ ແລະ ມີຜູ້ ເສຍຊີວິດ ເພ່ີມ ເປັນ 18 ຄົນແລ້ວ.ດັ່ງນັ້ນ ທາງ ພະແນກສາ ທາລະນະສຸກຂອງນະ ຄອນຫຼວງຈຶ່ງໄດ້, ສັ່ງໄປຍັງ ຫ້ອງການສາ ທາລະນະສຸກເມືອງອ້ອມຂ້າງ, ໃຫ້ສົມທົບກັບ,ບັນ ດາສຸກສາລາ ແລະ ໂຮງໝໍທຸກຂັ້ນ ເປັນເຈົ້າການເຄື້ອນໄຫວ,ຮ່ວມ ກັບ ອຳນາດການປົກຄອງ ແລະ ປະຊາຊົນທຸກຊັ້ນ ຄົນ,ຈົ່ງເພີ່ມ ຄວາມຖີ່ໃນການສ້າງຂະບວນ ການ ແລະ ເປັນເຈົ້າການຕົນເອງ ກຳຈັດແຫຼ່ງເພາະພັນ ຂອງຍຸງ ລາຍທີ່ເປັນສາເຫດຂອງພະຍາດ ໄຂ້ເລືອດອອກ, ຢູ່ທຸກບ້ານ, ເມືອງ ແລະ ທຸກສະຖານທີ່,ໃນ ນີ້ສິ່ງສຳ ຄັນ ແມ່ນໄຫ້ເລັ່ງພົ່ນຢາຂ້າຍຸງໃຫ້ແກ່ບັນດາບ້ານຕ່າງໆ, ໂດຍ ສະເພາະບ້ານທີ່ມີຜູ້ຕິດເຊື້ອໄຂ້ ເລືອກອອກສູງ ກ່ວາໜູ່ ແລະ ຂໍຄວາມຮ່ວມມືຈາກພາກສ່ວນກ່ຽວຂ້ອງໃນການໂຄລະນາອົບ ຮົມໃນການກຳຈັດພະຍາດ ດັ່ງກ່າວ ໃຫ້ຫລຸດຜ່ອນ ລົງໂດຍໄວ ແລະ ໃຫ້ຄວາມສຳຄັນຮ່ວມມືກັບບັນດາແພດໝໍ, ພ້ອມນັກສຶກສາທີ່ ລັງປະຕິບັດງານໃນແຕ່ລະຈຸດໃຫ້ເຄື່ອນ ໄຫວມີປະສິດທິຜົນກວ່າເກົ່າ.

No comments:

Post a Comment