Ad

Ad

30 July 2013

ຊຳ​ຊຸງ​ຈະ​ໃຫ້​ມີ​ພາສາ​ລາວໃນ​ໂທລະສັບ​ມື​ຖື​ທຸກ​ລຸ້ນທີ່​ຈະ​ຜະລິດ​ອອກ​ມາ​ໃໝ່



    ບໍລິສັດ ຊຳ​ຊ​ຸງ (SAMSUNG) ​ເຊິ່ງ​ແມ່ນ​ຜູ້​ຜະລິດ​ໂທລະສັບ​ມື​ຖື ​ແລະ ​ເຄື່ອງ​ໄຟຟ້າ​ແຖວ​ໜ້າ​ຂອງ​ໂລກ ​ໄດ້​ເປີດ​ເຜີຍ​ຜ່ານ​ບໍລິສັດ​ຕົວ​ແທນ​ຈຳໜ່າຍ​ຢູ່​ລາວ​ວ່າ: ບໍລິສັດ​ກຳລັງ​ພັດທະນາ​ໂທລະສັບ​ມື​ຖື​ສະມາດ​ໂຟນ (Smart Phone) ທຸກ​ລຸ້ນທີ່​ຈະ​ອອກ​ມາ​ໃໝ່​ໃຫ້​ມີ​ພາສາ​ລາວ​ໃນ​ໜ່ວຍ ​ເພື່ອ​ຄວາມ​ສະດວກ​ສະ ບາຍ​ຂອງ​ລູກ​ຄ້າ​ຢູ່​ໃນ​ລາວ.
      ບໍລິສັດ ຊຳ​ຊຸງ ​ໃຫ້​ຮູ້​ວ່າ: ປັດຈຸບັນ ​ໂທລະສັບ​ມື​ຖື​ຊຳ​ຊຸງ​ແມ່ນ​ມີ​ກະ​ແສ​ຕອບ​ຮັບ​ດີ​ຂອງ​ຜູ້​ຊົມ​ໃຊ້​ໂທ ລະສັບ​ມື​ຖື​ໃນ​ລາວ ​ແລະ ຜະ ລິດ​ຕະພັນ​ໂທລະສັບ​ຊຳ​ຊຸງ​ຍີ່​ຫໍ້ ​ກາ​ແລັກ​ຊີ​ແກ​ລນ (GALAXY Grand) ຈຶ່ງ​ແມ່ນ​ລຸ້ນທຳ​ອິດ​ທີ່​ມີ​ພາສາ​ລາວ​ຢ່າງ​ສົມບູນ​ມາ​ໃນ​ໜ່ວຍ, ມີ​ລາຍການ​, ​ແປ້ນ​ພິມ​ເປັນ​ພາສາ​ລາວ ​ແລະ ສາມາດອ່ານ​ພາສາ​ລາວ​​ໄດ້​ໃນ​​ເວັບ​ໄຊ​ຕ່າງໆ. ພ້ອມ​ນີ້ມີໜ້າ​ຈໍ​ໃຫຍ່ 5 ນິ້ວ, ຄີບ​ອດ​ໃຫຍ່​ພິມ​ງ່າຍ, ຄວາມ​ລະອຽດ​ກ້ອງ​ຫລັງ 8 ລ້ານ​ພິກ​ເຊ​ວ-ກ້ອງ​ໜ້າ 2 ລ້ານ​ພິກ​ເຊ​ວ, ​ໃຊ້​ໄດ້ 2 ຊິ​ມ ​ແລະ ລາຍການ​ອື່ນໆ​ອີກ​ຫລາຍ​ຢ່າງ ​ເຊິ່ງຊຳ​ຊຸງ​ເຂົ້າ​ໃຈ​ວ່າ​ໃນ​ຍຸກ​ປັດຈຸບັນ​ຜູ້​ໃດ​ກໍ​ຕ້ອງການ​ຄວາມ​ສະດວກ​ສະບາຍ​ວ່ອງ​ໄວ​ທັນ​ໃຈ​ໃນ​ການ​ຕິດຕໍ່​ສື່​ສານ​ກັນ​ໃນ​ສັງ ຄົມ. ດັ່ງນັ້ນ ​ໂທລະສັບ​ມື​ຖືຊຳ​ຊຸງ​ເປັນ​ໂທລະສັບ​ມື​ຖື​ທີ່​ສາມາດ​ຕອບ​ສະ ໜອງ​ທຸກ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມ​ໃຊ້​ໃນ​ຍຸກ​ປັດຈຸບັນ​ໄດ້​ເປັນ​ຢ່າງ​ດີ ດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ທີ່​ສຸດ ​ແລະ ການ​ໃຊ້​ງານ​ທີ່​ໂດດ​ເດັ່ນ​ບໍ່​ຄື​ໃຜ ຈຶ່ງ​ຊ່ວຍ​ໃຫ້​ຜູ້​ຊົມ​ໃຊ້​ມ່ວນ​ຊື່ນ​ກັບ​ການ​ໃຊ້​ຊີວິດ​ແບບ​ງ່າຍດາຍ​ພຽງ​ປາຍ​ນິ້ວສຳຜັດ ບວກ​ກັບ​ການ​ອອກ​ແບບ​ທີ່​ທັນ​ສະ​ໄໝ ຈຶ່ງ​ເຮັດ​ໃຫ້​ໂທລະສັບ​ມື​ຖື​ຊຳ​ຊຸງ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ແລະ ນິຍົມ​ນຳ​ໃຊ້​ກັນ​ໃນ​ລາວ ກໍ​ຄື​ທົ່ວ​ໂລກ.

No comments:

Post a Comment