Ad

Ad

30 July 2013

ຈະ​ແກ້​ໄຂ​ແນວ​ໃດ​ຕໍ່ກັບ​ສະພາບ​ປຸ້ນ​ຈີ້-ຊີງ​ຊັບທີ່​ຍັງເປັນປາກົດ​ການ​ຫຍໍ້ທໍ້​ ພົ້ນ​ເດັ່ນຂອງສັງຄົມ?


          ສະພາບ​ປະກົດ​ການ​ຫຍໍ້​ທໍ້ ທີ່​ສ້າງ​ຄວາມ​ອັນຕະລາຍ​ໃນ​ສັງ ຄົມ​ພົ້ນ​ເດັ່ນ​ແມ່ນ ສະພາບ​ປຸ້ນ​ຈີ້-ຊີງ​ຊັບ ພົນລະ​ເມືອງ ທີ່​ເກີດຢູ່​ ນະຄອນຫຼວງວຽງຈັນ, ຕາມ​ເສັ້ນທາງ​ປ່ຽວ ​ແລະ ​ເສັ້ນທາງ​ທີ່​ບໍ່ມີ​ແສງ​ສະຫວ່າງ​ພຽງພໍ ເຮັດ​ໃຫ້​ກຸ່ມ​ຄົນ​ບໍ່ດີ​ສວຍ​ໂອກາດ ລີ້ ຊ້ອນ​ເພື່ອລໍຖ້າ​ເມື່ອ​ພົບ​ເຫັນ​ເປົ້າ ໝາຍ ຫຼື ບຸກຄົນ​ທີ່​ທຽວທາງ ກໍ ໄດ້​ລົງມືປຸ້ນຈີ້-ຊີງ ​ເອົາຊັບ​ສິນ ຊຶ່ງ​ຜ່ານ​ມາ​ກໍ​ມີ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ ທັງ​ເສຍ​ຊັບ​ສິນ ແລະ ​ໄດ້​ຮັບ​ບາດ​ເຈັບຈາກ ການ​ກະທຳ​ຂອງ​ກຸ່ມ​ຄົນ​ບໍ່ດີ​ດັ່ງກ່າວ​ມາ​ແລ້ວ ຄື: ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ ປກສ ​ເມືອງ ຈັນທະ​ບູລີ ນະຄອນຫຼວງວຽງ ຈັນ ໄດ້​ຮັບ​ແຈ້ງຈາກ​ປະຊາຊົນ​ຢູ່​ບ້ານ ຫ້ວຍ​ຫົງ​ວ່າ: ​ໄດ້​ມີ​ຄົນ​ຮ້າຍ​ສອງ​ຄົນ​ຂີ່​ລົດ ຈັກ​ມາ​ດຶງ​ສາຍ​ຄໍ​ຄຳ​ນຳໜັກ 3 ບາດ ຢູ່​ເຂດ​ເສັ້ນ ທາງ​ບ້ານ​ຫ້ວຍ​ຫົງ ຊຶ່ງ​ເຮັດ​ໃຫ້​ຜູ້​ເປັນ​ເຈົ້າ​ຂອງ​ຊັບ​ລົດ​ລົ້ມ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ ສ່ວນ​ຄົນ​ຮ້າຍ​ໄດ້​ຂີ່​ລົດຫຼົບໜີ​ໄປ. ອີກຫຼາຍໆ ກໍລະນີ​ທີ່​ເກີດ​ຂຶ້ນມາ​ແລ້ວ​ນັບ​ບໍ່ຖ້ວນ ແລະ ເປັນບັນຫາ​ທີ່​ທາງ​ພາກສ່ວນ​ກ່ຽວຂ້ອງ​ຈະ​ຮ່ວມ​ກັນ​ແກ້​ໄຂ​ແນວ​ໃດ ​ເພື່ອ​ເຮັດ​ໃຫ້​ສັງ ຄົມ​ມີ​ຄວາມ​ສະຫງົບ ​ແລະ ການ​ປະຕິບັດ ນະ​ໂຍບາຍ ສ ສະຫງົບ ມີ​ຄວາມ​ຄືບໜ້າຂື້ນດີ​ກ່ວາ​ເກົ່າ.
           ​ກອງ​ປະຊຸມ​ສະຫຼຸບວຽກ ງານ 6 ເດືອນ​ຕົ້ນ​ປີ ຂອງ​ກອງ​ບັນຊາ​ການ ປກສ ນະຄອນຫຼວງວຽງ ຈັນ ໄດ້​ຕີ​ລາຄາ​ວ່າ:  ສະພາບ​ປະກົດ​ການ​ຫຍໍ້​ທໍ້​ທາງ​ສັງຄົມ ຢູ່ນະຄອນຫຼວງວຽງຈັນ ມີ​ຫຼາຍກຸ່ມ​ເປົ້າ ໝາຍ ທີ່​ໃຊ້​ຄວາມ​ຮຸນ​ແຮງ, ບັນດາ​ເປົ້າໝາຍອາຍາ​ໄດ້​ເຄື່ອນ​ໄຫວ​ການ​ກະທຳ​ຜິດ​ດ້ວຍຫຼາຍຮູບ​ການ, ວິທີ​ການ ແລະ ​ເລ່ລ່ຽມ​ເລີກ​ແລບ, ​ເປັນ​ອັນ ຕະລາຍ​ຕໍ່ສະຄົມ, ກຸ່ມ​ຄົນ​ບໍ່ດີ​ຈຳ ນວນໜຶ່ງທີ່​ເສຍ​ທາດ​ຂາດ​ຄຸນ ເຄື່ອນ​ໄຫວ​ໃຊ້​ຄວາມ​ຮຸນ​ແຮງ​ສ້າງ​ຄວາມ​ວຸ້ນວາຍ, ກໍ່ຄວາມ​ບໍ່ ສະຫງົບ​ຂື້ນ ໂດຍ​ມີ​ການ​ນຳ​ໃຊ້​ອາວຸດ​ປືນ, ມີດ, ງ້າວ, ລົດຈັກ, ລົດ​ໃຫຍ່, ພົ້ນ​ເດັ່ນ​ແມ່ນ ປຸ້ນ​ຈີ້-ຊີງ​ຊັບ ຊຶ່ງ​ເປົ້າໝາຍທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ ປຸ້ນ​ຈີ້-ຊີງ​ຊັບ ສ່ວນ ຫຼາຍ​ແມ່ນ​ຜູ້ຍິງ​ຢູ່​ຕາມ​ຮ້ານ​ເສີມ​ສວຍ, ຮ້ານ​ຂາຍ​ເຄື່ອງ​ຍ່ອຍ, ຄຣີ ນິກປົວ​ພະຍາດ ຫຼື ຫ້ອງ​ແຖວ​ໃຫ້​ເຊົ່າ ​ແລະ ​ເສັ້ນທາງ​ປ່ຽວ​ເປັນ ຕົ້ນ.​ເຖີງ​ແມ່ນ​ວ່າ​ໃນ​ໄລຍະ​ຜ່ານ​ມາ ​ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ແລະ ​ເຈົ້າໜ້າທີ່ ປກສ 9 ຕົວ​ເມືອງ ຈະ​ໄດ້​ປະສານ​ສົມທົບ ​ເພື່ອ​ສະກັດ​ກັ້ນ​ແກ້​ໄຂ​ສະ ພາບ​ປະກົດ​ການ​ຫຍໍ້​ທໍ້​ທາງ​ສັງ ຄົມ​ໃຫ້ຫຼູດລົງ, ​ແນວ​ໃດກໍດີ ທ່ານ ນາຍົກ ລັດຖະມົນຕີ ກໍ​ໄດ້​ອອກ​ຄຳ​ສັ່ງ​ໃນ​ການ​ເພີ່ມ​ທະວີທົ່ວ​ສັງ ຄົມ ​ໃຫ້​ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້​ ເຊິ່ງ​ທາງ​ເຈົ້າ ໜ້າທີ່ ປກສ ນະ ຄອນຫຼວງວຽງ ຈັນ ກໍ​ໄດ້​ຫັນ​ເພີ່ມ​ທະວີ​ວຽກງານ​ດັ່ງກ່າວ​ເຂົ້າ​ສູ່​ລວງ​ເລີກ ​ແລະ ​ໄດ້​ມີ​ການຈັດຕັ້ງໜ່ວຍສະ​ເພາະ​ກິດ ຂື້ນ ແລະ ​ໄດ້​ນຳ​ໃຊ້​ວິຊາ​ສະ​ເພາະ ສືບສວນ-ສອບ​ສວນ ເຄື່ອນ​ໄຫວ​ປະຕິບັດໜ້າທີ່​ຕິດຕາມ ​ແລະ ​ແກ້​ໄຂ​ເປົ້າ ໝາຍກໍ່ອາດຊະຍາ​ກຳ ​ໂດ​ບ​ແບ່ງ​ອອກ​ເປັນ 7 ໜ່ວຍ​ໃນ 6 ເດືອນຕົ້ນ​ປີ ມີ​ຄະດີ​ເກີດ​ຂື້ນ ທັງ ໝົດ 1 ພັນ​ກ່ວາ​ເລື່ອງ, ​ເຈົ້າ ໜ້າທີ່​ສາມາດ​ແກ້​ໄຂ​ໄດ້ 624 ເລື່ອງ, ກັກ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະ ດີ 900 ກ່ວາ​ຄົນ, ພົ້ນ​ເດັ່ນ​ແມ່ນ​ຄະ ດີລັກ​ຊັບ ​ແລະ ປຸ້ນ​ຈີ້- ຊີງ​ຊັບ​ພົນ ລະ​ເມືອງ.
        ​​ເຈົ້າໜ້າທີ່ ປກສ ຫຼາຍ​ເມືອງ ຢູ່ ນະຄອນຫຼວງວຽງຈັນຍັງ​ຍົກ​ໃຫ້​ເຫັນ​ວ່າ: ວຽກງານ​ຍຸດ​ທະ​ສາດ​ສະ ກັດ​ກັ້ນ ແລະ ຕ້ານປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ ຢູ່ນະຄອນ ຫຼວງວຽງຈັນ ເປັນ​ຕົ້ນບັນຫາ​ກໍ່ ອາດຊະຍາ​ກຳ​ປຸ້ນ​ຈີ້-ຊີງ​ຊັບ, ລັກ​ຊັບ​ພົນລະ​ເມືອງ ມີ​ລັກສະນະ​ຊຳ​ເຮື້ອມ້າງ​ແລ້ວ​ກໍ​ເກີດ​ຂື້ນມາ​ໃໝ່, ​ເປັນ​ການ​ກະທຳ​ຜິດ ທີ່​ບໍ່​ເຂັດຫຼາບ​ເປັນ​ອາຈີນ, ຍ້ອນ​ວິທີ​ການ, ມາດ​ຕະການ​ພວກ​ເຮົາ​ຍັງ​ບໍ່ຮັດກຸມ, ​ເຂັ້ມງວດ, ​ເດັດຂາດ. ບັນ ຫາ​ສະພາບ​ແວດ​ລ້ອມ​ສັງຄົມ, ​ເສດຖະກິດ, ຊີງ​ວິດ​ການ​ເປັນ​ຢູ່​ຄ່າ​ຄອງ​ຊີບ​ສູງ, ​ໄວໜຸ່ມຈຳນວນ ໜຶ່ງບໍ່ມີ​ວຽກ​ເຮັດ​ງານ​ທຳ​ເຄື່ອນ​ໄຫວ​ພົວພັນ​ກັບ​ສິ່ງ​ເສບ​ຕິດ ​ແລະ ການ​ຄຸ້ມ​ຄອງ​ກຳ​ແໜ້ນ​ເປົ້າໝາຍ ທາງ​ດ້ານ​ວິຊາ​ສະ​ເພາະ​ຍັງ​ເຮັດບໍ່ຕໍ່​ເນື່ອງ, ຍັງ​ມີ​ເຈົ້າໜ້າທີ່​ຈຳນວນໜຶ່ງ​ເຄື່ອນ​ໄຫວ​ສວຍ​ໂອກາດ, ສວຍ​ໃຊ້ໜ້າທີ່​ຫາ​ຜົນ​ປະ​ໂຫຍ​ດອັນ​ບໍ່ຊອບ​ທຳ, ​ໃນ​ການ​ມ້າງ​ລາຍ​ຄະດີ​ກໍ​ມີ​ຫາງ​ສຽງວິ ພາກ​ວິຈານມາສູ່​ຕົນ​ເອງ ​ແລະ ການຈັດຕັ້ງ.
           ​ແນວ​ໃດ​ກໍ​ຕາມຫ້ອງການ​ພັດທະນາ​ຊົນນະບົດ ນະຄອນ ຫຼວງວຽງຈັນ ກ່າວ​ວ່າ: ບັນຫາ​ປະກົດ​ການ​ຫຍໍ້​ທໍ້ເກີດ​ຂື້ນ​ໃນ​ສັງຄົມ ສ່ວນໜຶ່ງ​ແມ່ນ​ມາ​ຈາກ​ກຸ່ມ​ຄົນ​ບໍ່ດີ​ໂດຍ​ສະ​ເພາະ ​ແມ່ນ​ກຸ່ນ​ໄວ​ລຸ້ນ ທີ່​ບໍ່ມີ​ວຽກ​ເຮັດ​ງານ​ທຳ, ມີ​ການ​ພົວພັນ​ກັບ​ສິ່ງ​ເສບ​ຕິດ, ສະ​ຖາ​ບັນ​ທາງ​ສັງຄົມ​ກໍ​ຍັງ​ບໍ່​ເປັນ​ເຈົ້າ​ການ​ທີ່​ຈະ​ສຶກສາ​ອົບ ຮົມ ລູກຫຼານຂອງ​ຕົນ​ເອງ, ຂະ ນະ​ທີ່ ປະຊາຊົນ ບາງ​ຈຳນວນ​ຍັງ​ຖື​ເບົາ​ຕໍ່ການ​ຄຸ້ມ​ຄອງ​ຊັບ​ສິນ ເຮັດ​ໃຫ້​ກຸ່ມ​ຄົນ​ບໍ່ດີ​ສວຍ​ໂອກາດ​ລົງມື​ກໍ່​ເຫດ​ໄດ້​ທຸກ​ເມື່ອສະນັ້ນຈຶ່ງ​ຕ້ອງ ​ມີ ການ​ຮ່ວມ​ມື​ກັນ​ຈາກ​ສັງຄົມ ​ແລະ ປກສ ​ໃນ​ການ​ເປັນ​ເຈົ້າ​ການ​ສະກັດ​ກັ້ນ ແລະ ​ແກ້​ໄຂ​ປະ ກົດ​ການ​ຫຍໍ້​ທໍ້​ໃນ​ທົ່ວ​ສັງຄົມ.

No comments:

Post a Comment