Ad

Ad

30 July 2013

ສາທາຍອມຮັບຍັງຂາດເຄື່ອງມືກວດກາຄວາມປອດໄພດ້ານອາຫານ



         ປັດຈຸບັນການ​ສວຍ​ໂອ ກາດ​ນຳ​ໃຊ້​ສານ​ເຄມີ​ຕ້ອງ​ຫ້າມ​ຈາກ​ສາກົນ​ໃນ​ອາຫານ, ​ເຄື່ອງ​ປູກ​ຂອງ​ຝັງ ​ແລະ ຊີ້ນປາ​ຕ່າງໆ ເພື່ອ​ໃຫ້​ພືດ​ຜັກ, ຊີ້ນປາ​ເຕີບ​ໃຫຍ່​ໄວ ​ແລະ ມີ​ສີສັນ​ສວຍ​ງາມ ​ແມ່ນ​ນັບ​ມື້ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ ​ເຊິ່ງ ການ​ກະທຳ​ດັ່ງກ່າວ​​ໄດ້​ກໍ່​ໃຫ້​ເກີດ​ສານ​ເຄມີ​ຕົກ​ຄ້າງ​ປົນ​ເປື້ອນ​ເປັນ​ອັນຕະລາຍ​ຕໍ່​ຜູ້​ບໍລິ​ໂພກ ​ແລະ ຜິດ​ຕໍ່​ລະບຽບ​ຂອງ​ອົງການ​ອາຫານ​​ໂລກ ​ແລະ ມາດຕະຖານ​ຂອງ​ກະຊວງ​ສາ ທາລະນະ​ສຸກ ຫລື ກະຊວງ​ກະ ສິກຳ​ກຳນົດ​ອອກ​ໃນ​ລະບຽບ ການ​ຕ່າງໆ.
ຂະນະ​ດຽວ​ກັນກະຊວງ​ສາທາ ລະນະ​ສຸກ ຍອມຮັບ​ວ່າ: ຍັງ​ຂາດ​ເຄື່ອງມື​ທີ່​ມີ​ມາດ​ຕະຖານ​ໃນ​ການ​ວິ​ໄຈ ​ແລະ ກວດກາ​ຄວາມ​ປອດ​ໄພ​ດ້ານ​ອາຫານ ​ເຊິ່ງ​ໄລຍະ​ຜ່ານ​ມາ ການ​ກວດກາ​ຫລາຍ​ກໍລະນີ​ຕ້ອງ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ປະ​ເທດ​ເພື່ອນ​ມິດ​ໃກ້​ຄຽງ.
          ກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ: ຜ່ານ​ມາການ​ກວດກາ​ອາຫານ​ແມ່ນ​ໄດ້​ມີ​ການ​ນຳ​ໃຊ້​ເຄື່ອງ​ກວດ​ສອບ​ໄວ​ ​ເພື່ອ​ສາມາດ​ຮັບ​ຮູ້​ລະດັບ​ການ​ປົນ​ເປື້ອນຂອງ ສານ​ຕ້ອງ​ຫ້າມ​ໃນ​ອາຫານ​ເຊັ່ນ: ສານ​ຟອກ​ຂາວ, ຟໍມາ​ລິນ ​ແລະ ບໍ​ແລກ ທີ່​ຫ້າມ​ນຳ​ໃຊ້​ໃນ​ອາຫານ, ​ແຕ່​ເນື່ອງ​ຈາກ​ຂາດ​ເຄື່ອງມື​ວິ​ໄຈ​ທີ່​ມີ​ມາດຕະຖານ​ເຊັ່ນ: ການກວດ​ຊີ້ນໝູ​ແດງ, ສານ​ເມ​ລາ​ມິນ, ສານ​ມະ​ເຮັງ​ໃນ​
ນ້ຳສະອິ້ວ ຫລື ​ເຫັດ​ເບື່ອ​ຕ່າງໆ ​ແມ່ນ​ສົ່ງ​ໄປ​ວິ​ໄຈ​ຢູ່​ປະ​ເທດ​ໄທ, ຫວຽດນາມ ຫລື ອົງ ການ​ອະນາ​ໄມ​ໂລກ. ນອກຈາກ​ນີ້ ສຳລັບ​ການ​ລ້ຽງປາ​ກະຊັງ ຫລື ປາ​ນຳ​​ເຂົ້າຈາກ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ການ​ນຳ​ໃຊ້​ສານ​ຮໍ​ໂມນ​ໃນ​ການ​ລ້ຽງ​ແມ່ນ​ອະນຸຍາດ​ໃຫ້​ໃຊ້​ຕາມ​ມາດ ຕະຖານ​ກົດ​ລະຫັດ​ອາ ຫານ​ສາກົນ, ​ແຕ່​ຈະ​ຕ້ອງ​ໃສ່​ໃນ​ປະລິມານ​ທີ່​ອະນຸຍາດ, ​ໄລຍະ​ທີ່​ໃຊ້ ​ແລະ ​ໄລຍະ​ລໍຖ້າ​ໃນ​ການ​ຈັບ​ປາ​ເພື່ອ​ຂາຍ ​ເພື່ອ​ຫລຸ​ດຜ່ອນ​ສານ​ຕົກ​ຄ້າງຕ່າງໆ ​ເຊິ່ງຜ່ານ​ມາ​ແມ່ນ​ກະຊວງ​ກະສິກຳ​ເປັນ​ໜ່ວຍ​ງານ​ຮັບຜິດຊອບ​ໃນ​ການ​ກວດກາ​ວິ​ໄຈ, ​ແຕ່​ກໍ​ບໍ່​ປະຕິບັດ​ໄດ້​ຢ່າງ​ຕໍ່​ເນື່ອງ ຍ້ອນ​ຂາດ​ເຄື່ອງມື​ວິ​ໄຈ​ເຊັ່ນ​ດຽວ​ກັນ. ນອກຈາກ​ນີ້ ຫ້ອງ ການ​ກວດກາ​ອາຫານ ​ແລະ ຢາ ຫາ​ກໍ​ສ້າງຕັ້ງຂຶ້ນ​ໃນ​ປີ 2012 ​ແລະ ​ໄດ້​ປະຕິບັດ​ການ​ກວດກາ​ດ້ານ​ອາຫານ ​ແລະ ຢາ​ເປັນ​ປະຈຳ, ​ແຕ່​ພະນັກງານ​ໃນ​ການ​ກວດກາ​ແມ່ນ​ຄວາມ​ຮູ້​ຍັງ​ມີ​ຈຳກັດ ​ແລະ ​ເຄື່ອງມື​ອຸປະກອນ​ກວດສອບ​ຄຸນ​ນະພາ​ບ ​ແລະ ຄວາມ​ປອດ​ໄພ​ຂອງ​ອາຫານ​ຍັງ​ຂາດ​ເຂີນ ​ເຊິ່ງ ສິ່ງ​ນີ້ຈະ​ເປັນ​ໂອກາດ​ໃຫ້​ຜູ້​ບໍລິ​ໂພ​ກມີ​ຄວາມ​ສ່ຽງ​​ໄພ​ຕໍ່​ການ​ຮັບ​ເອົາ​ສານ​ປົນ​ເປື້ອນດັ່ງກ່າວ. ດັ່ງນັ້ນ ຈຶ່ງ​ຂໍ​ຮຽກຮ້ອງ​ໄປ​ຍັງ​ຜູ້​ຜະລິດ ​ແລະ ຜູ້​ສະໜອງ​ຕ້ອງ​ມີ​ຈັນ​ຍາ​ບັນ​ທີ່​ດີ. ພ້ອມ​ນັ້ນ ຜູ້​ບໍລິ​ໂພ​ກກໍ​ຈົ່ງ​ເພີ່ມ​ຄວາມ​ລະມັດລະວັງ ​ແລະ ຮູ້​ເລືອກ​ຊື້​ເລືອກ​ຈ່າຍ​ທີ່​ປອດ​ໄພ.

No comments:

Post a Comment