Ad

Ad

16 May 2016

ກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກ​ຂອງ​ສະພາ​ປະຊາຊົນນະຄອນຫລວງວຽງ​ຈັນຊຸດ​ທີ I ຈະ​ໄຂ​ຂຶ້ນ​​ລະຫວ່າງ ວັນ​ທີ 18-20 ພຶດສະພາ​ນີ້

           ​ເມື່ອທ້າຍອາທິດຜ່ານມານີ້,ທ່ານ ສີຫຸນ ສິດທິລືໄຊ ຮອເລຂາຄະນະພັກ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນນະຄອນ ຫລວງວຽງຈັນ, ​ໄດ້ຖະແຫລຕໍ່ສື່ມວນຊົນກ່ຽວກັບການກະກຽມກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນນະຄອນຫລວງວຽງຈັນຊຸດທີ I ​ວ່າ:ກອງປະຊຸມດັ່ງກ່າວຈະໄຂຂຶ້ນ​​ແຕ່ລະຫວ່າງວັນທີ 18-20 ພຶດສະພານີ້, ​ເພື່ອພິຈາລະນາແລະຮັບຮອງເອົາບັນຫາສຳຄັນພື້ນຖານຕ່າງໆ​​ໃນການພັດທະນານະຄອນຫລວງວຽງຈັນໄປສູ່ຄຸນນະພາໃໝ່ ສອດຄ່ອງຕາມລັດຖະທຳມະນູນແລະ ກົດໝາຍກຳນົດໄວ້ຄື: ​ຮັບຟັງຜົນສຳເລັດການເລືອກຕັ້ງແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນນະຄອນຫລວງ​, ​ເລືອກຕັ້ງປະທານ, ຮອງປະທານແລະ ກຳມະການຄະນະປະຈຳຂອງສະພາປະຊາຊົນນະຄອນຫລວງ, ພິຈາລະນາຮັບຮອງເອົາກົງຈັກການ
ຈັດຕັ້ງຂອງສະພາປະຊາຊົນ, ພິຈາລະນາຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານຄະນະກຳມະ ການແລະເລຂາທິການສະພາປະຊາຊົນນະຄອນຫລວງ, ພ້ອມທັງເລືອກຕັ້ງເຈົ້າຄອງນະຄອນຫລວງ​, ພິຈາລະນາໂຄງປະກອບກົງຈັກການຈັດຕັ້ງຂອງອົງການປົກຄອງນະຄອນ ຫລວງ​, ພິຈາລະນາຮັບຮອງເອົາການສະເໜີການແຕ່ງຕັ້ງຮອງເຈົ້າຄອງ, ຫົວໜ້າພະແນ, ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນນະຄອນຫລວງ​, ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນນະຄອນຫລວງ​. ນອກນີ້ຍັງຈະພິຈາລະນາຮັບຮອງເອົາວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025, ​ແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະ ມານ 5 ປີ ຄັ້ງທີ VIII ຂອງນະຄອນຫລວງວຽງຈັນແລະ ພິຈາລະນາຮັບຮອງເອົາແຜນການ 5 ປີຂອງສະພາປະຊາຊົນນະຄອນຫລວງວຽງຈັນ.

            ທ່ານ ສີຫຸນ ກ່າວວ່າ: ກອງປະຊຸມດັ່ງກ່າວແມ່ນເຫດການທາງດ້ານປະຫວັດສາດທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງຢ່າງໜັກແໜ້ນທີ່ຢັ້ງຢືນເຖິງຄວາມເປັນເອກະພາບແລະ ຄວາມເຊື່ອໝັ້ນຂອງປວງຊົນຊາວນະຄອນຫລວງຕໍ່ການນຳພາຂອງພັກ-ລັດ, ທັງແມ່ນໝາກຜົນແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຕາມຫລັກການຂອງພັກທີ່​​ກຳນົດໄວ້, ​ໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກ່ຽວກັບການປັບປຸງລະບົບອຳນາດລັດປະຊາທິປະໄຕປະຊາຊົນຂອງພວກເຮົາໄປສູ່ຄຸນນະພາໃໝ່ທີ່ມີຄວາມເຂັ້ມແຂງ, ຮັບປະກັນໃຫ້ການປະຕິບັດໜ້າທີ່ຕາມລັດຖະທຳມະນູນແລະ ກົດໝາຍກຳນົດໄວ້, ພ້ອມທັງຮັບປະກັນການຄຸ້ມຄອງລັດໃຫ້ມີປະສິດທິຜົນແລະ ສ້າງລັດເປັນລັດຂອງປະຊາຊົນ, ​ໂດຍປະຊາຊົນແລະເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

No comments:

Post a Comment