Ad

Ad

16 May 2016

ເພີ່ມ​ທະວີ​ການສ້າງ​ຂະ​ບວນ​ປູກ​​ໄມ້​ໃຫ້ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ

    ​      ເພື່ອເຮັດໃຫ້ການປູກໄມ້ແລະ ຟື້ນຟູປ່າໃນປີ 2016 ​ໄດ້ຮັບຜົນດີແລະ ບັນລຸຕາມຄາດໝາຍວາງໄວ້,​ ທັງເປັນພັນທະ,ໜ້າທີ່ແລະ ມີຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດນັ້ນ, ລັດຖະມົນຕີກະຊວງກະສິກໍາແລະ ປ່າໄມ້ຈຶ່ງໄດ້ອອກແຈ້ງການດັ່ງນີ້:​(1) ໃຫ້ກົມປ່າໄມ້, ພະແນກກະສິກໍາແລະ ປ່າໄມ້ປະຈໍາແຂວງແລະ ນະຄອນຫລວງເປັນເຈົ້າການໂຄສະນາເຜີຍແຜ່ບັນດານະໂຍບາຍແລະ ລະບຽບກົດໝາຍກ່ຽວກັບການປູກໄມ້,ຟື້ນຟູປ່າທໍາມະຊາດໂດຍຜ່ານສື່ມວນຊົນທຸກປະເພດ, ການປາຖະກາຖາແລະ ຈັດຕັ້ງຂະບວນການຕ່າງໆເພື່ອໃຫ້ທົ່ວປວງຊົນຕະຫລອດ​​ເຖິງທະຫານ, ຕໍາຫລວດແລະ ການຈັດຕັ້ງລວມໝູ່ໄດ້ຮັບຮູ້, ​ເຊື່ອມຊືມແລະເຫັນໄດ້ຄວາມສໍາຄັນຂອງວຽກງານປ່າໄມ້, ການປົກປັກຮັກສາສິ່ງແວດລ້ອມແລະ ການປ້ອງກັນໄຟໃໝ້ລາມປ່າ.(2) ​ໃຫ້ພະແນກກະສິກໍາແລະ ປ່າໄມ້ປະຈໍາແຂວງແລະ ນະຄອນຫລວງຄນຄວ້ານໍາສະເໜີຕໍ່ອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນເພື່ອແຕ່ງຕັ້ງຄະນະຮັບພິຊອບວຽກງານປູກໄມ້
ແລະ ຟື້ນຟູປ່າໂດຍແມ່ນຂະແໜງກະສິກໍາແລະ ປ່າໄມ້ເປັນໃຈກາງ, ພ້ອມທັງມອບຄວາມຮັບພິຊອບໃຫ້ແກ່ຂະແໜງປ່າໄມ້, ໜ່ວຍງານສົ່ງເສີມປູກໄມ້ແລະ ການລົງທຶນດ້ານປ່າໄມ້ໂດຍມີການແຕ່ງຕັ້ງພະນັກງານວິຊາການເພື່ອລົງຊຸກຍູ້ສົ່ງເສີມແນະນໍາເຕັກນິກວິຊາການປູກ, ບົວລະບັດ, ປົກປັກຮັກສາຕົ້ນໄມ້ທີ່ປູກແລ້ວໃຫ້ເຕີບໃຫຍ່, ຮັກສາອັດ ຕາການລອດຕາຍຂອງເບ້ຍໄມ້ແລະ ດໍາເນີນການປູກທົດແທນຕົ້ນໄມ້ທີ່ຕາຍ,​ ໃຫ້ບັນດາໂຄງການປູກໄມ້ຂອງລັດ, ​ບໍລິສັດ, ຜູ້ປະກອບການແລະ ຊາວກະສິກອນແນໃສ່ເຮັດໃຫ້ການປູກໄມ້ແລະ ຟື້ນຟູປ່າທໍາມະຊາດກາຍເປັນຮູບປະທໍາແລະ ມີປະສິດທິຜົນກວ່າເກົ່າ.(3) ​ໃຫ້ພະແນກກະສິກໍາ-ປ່າໄມ້ປະຈໍາແຂວງ,ນະຄອນຫລວງຊີ້ນໍາຂະແໜງປ່າໄມ້ເປັນເຈົ້າການເກັບກໍາແລະ ສັງລວມສະຖິຕິເບ້ຍໄມ້ທີ່ຜະລິດໄດ້, ການກະກຽມເນື້ອທີ່ປູກແລະເນື້ອທີ່ຟື້ນຟູໂດຍແຍກລະອຽດແຕ່ລະຊະນິດ​​ເບ້ຍໄມ້ທີ່ຜະລິດແລະເບ້ໄມ້ທີ່ຈະປູກໃນແຕ່ລະເຂດ, ພ້ອມທັງສົມທົບກັບອົງການປົກຄອງເມືອງເພື່ອກໍານົດວັນເວລາ, ສະຖານທີ່ເຂດທີ່ຈະປູກແລະ ຟື້ນຟູຢ່າງມີຈຸດສຸມແລະເປົ້າໝາຍແນໃສ່ຮັກສາແຫລ່ງນໍ້າ,ປ້ອງກັນເຂດທີ່ມີຄວາມສ່ຽງຕໍ່ການເຊາະເຈື່ອນແລະເກີດໄພທໍາມະຊາດ.(4)​ ໃຫ້ກົມປ່າໄມ້ເປັນເຈົ້າການສົມທົບກັບພະແນກກະສິກໍາແລະ ປ່າໄມ້ປະຈໍາແຂວງ, ນະຄອນຫລວງແລະ ຫ້ອງການກະສິກໍາ-ປ່າໄມ້ເມືອງກວດກາແລະ ສັງລວມຄືນຕົວເລກການປູກໄມ້ແລະ ຟື້ນຟູປ່າໃນສົກປີຜ່ານມາ​, ​ໂດຍສົມທຽບໃສ່ຕົວເລກແຜນການດັ່ງກ່າວວ່າສາມາດປະຕິດບັດໄດ້​​ເທົ່າໃດ, ​ໄປພ້ອມໆກັນນັ້ນກໍໃຫ້ດໍາເນີນການຂຶ້ນທະບຽນສວນປູກໄມ້ຂອງລັດ, ກົມກອງລວມໝູ່, ການຈັດຕັ້ງ, ນັກລົງທຶນ, ບຸກຄົນແລະ ຄອບຄົວ ທີ່ໄດ້ປູກໃນປີຜ່ານມາເພື່ອສັງລວມລາຍງານ​​​ໃຫ້ກົມປ່າໄມ້ຮັບຊາບເປັນແຕ່ລະໄລະຍະ.(5) ສໍາລັບພັນໄມ້ທີ່ຈະປູກນັ້ນແມ່ນໃຫ້ຖືເອົາຊະນິດໄມ້ທີ່ເປັນເສດຖະກິດ, ຮັກສາແຫລ່ງນໍ້າ, ​ເໝາະສົມກັບສະພາບແວດລ້ອມຂອງແຕ່ລະທ້ອງຖິ່ນ, ສ່ວນການປູກໄມ້ຢູ່ຕາມສໍານັກງານແມ່ນໃຫ້ເນັ້ນໃສ່ໄມ້ປະດັບ,​ໄມ້ໃຫ້ໝາກ,​ໄມ້ທີ່ເປັນຮົ່ມລໍາຕົ້ນບໍ່ສູງແລະ ຊະນິດພັນໄມ້ປົກປັກຮັກສາສິ່ງແວດລ້ອມ.(6) ສ່ວນການຈັດພິທີປູກໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນານີ້ແມ່ນໃຫ້ອິງໃສ່ສະພາບເງື່ອນໄຂທີ່ເໝາະສົມຂອງແຕ່ລະທ້ອງຖິ່ນໂດຍເນັ້ນໃສ່ເນື້ອທີ່ປຸກລະດົມເປັນຕົ້ນຕໍບົນພື້ນຖານປະຢັດມັດທະຍັດແລະ ຕ້ານການຟູມເຟືອຍ, ສ່ວນທ້ອງຖິ່ນໃດ ຫລື ບ່ອນໃດທີ່ມີເງື່ອນໄຂແມ່ນໃຫ້ເລີ່ມລົງມືປູກແຕ່ດຽວນີຈົນເຖິງທ້າຍເດືອນກັນຍາປີນີ້ໂດຍບໍ່ໃຫ້ລໍຖ້າແຕ່ວັນທີ 1 ມິຖຸນາ.(7) ​ໃຫ້ພະແນກກະສິກໍາແລະ ປ່າໄມ້ປະຈໍາແຂວງ, ນະຄອນຫລວງແລະ ຫ້ອງການກະສິກໍາແລະ ປ່າໄມ້ປະຈໍາເມືອງ ຄົ້ນຄວ້າກ່ຽວກັບຜົນງານຂອງບຸກຄົນ, ຄອບຄົວ, ລວມໝູ່, ກົມກອງແລະ ການຈັດຕັ້ງທີ່ໄດ້ປະກອບ ສ່ວນເຫື່ອແຮງແລະ ທຶນຮອນເຂົ້າໃນການຄຸ້ມຄອງ ແລະ ບົວລະບັດຮັກສາປ່າປູກແລະ ຟື້ນຟູປ່າເພື່ອນໍາສະເໜີຂັ້ນເທິງພິຈາລະນະຍ້ອງຍໍດ້ວຍກຽດຕິຄຸນ, ວັດຖຸພັນແລະ ອື່ນຕາມດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ແລະ (8) ​ໃຫ້ພະແນກກະສິກໍາແລະ ປ່າໄມ້ປະຈໍາແຂວງ,ນະຄອນຫລວງຊີ້ນໍາຫ້ອງການກະສິກໍາແລະ ປ່າໄມ້ປະຈໍາເມືອງເພື່ອສົມທົບກັບອົງການປົກຄອງທ້ອງຖິ່ນແລະ ພາກສ່ວນກ່ຽວຂ້ອງຈັດຕັ້ງເຜີຍແຜ່ແລະເຊື່ອມຊືມແຈ້ງການສະບັບນີ້ຢ່າງທົ່ວເຖິງແລະໃຫ້ໄດ້ຮັບຜົນດີແລະ ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກແລະ ຫຍຸ້ງຍາກແນວໃດໃຫ້ລາຍງານການນໍາກະຊວງຮັບຊາບເພື່ອຫາວິທີແກ້ໄຂຢ່າງທັນການ.

No comments:

Post a Comment