Ad

Ad

16 May 2016

ເປີດ​ນຳ​ໃຊ້​ຈັກ​ປັ່ນ​ໄຟ​ສຳຮອງ​ໂຮງໝໍ​ແມ່ ​ແລະ ​ເດັກ​ເກີດ​ໃໝ່

          ພາຍຫຼັງທີ່ເລັດການຕັ້ງຕິດຈັກປັ່ນໄຟສຳຮອງຂອງ​​ໂຮງໝໍແລະເດັກ​​ເກີດໃໝ່ບ້ານໜອງພະຍາ, ​ເມືອງໄຊທານີ້, ເປັນທີ່ຮຽບຮ້ອຍແລະເປີດທົດລົດນ້ຳໃຊ້ມາແລ້ວຫຼາຍຄັ້ງ​​ເຫັນວ່າສົມບູນແລະ ປົກກະ ຕິດີ , ດັ່ງນັ້ນໃນວັນທີ 13 ພຶດສາພານີ້, ​ໂຮງໝໍດັ່ງກ່າວໄດ້ຈັດພິທີເປີດນຳໃຊ້ເຄື່ອງຈັກດັ່ງກ່າວຂື້ນຢູາງເປັນທາງການ, ​ໂດຍການເຂົ້າຮ່ວມຂອງທ່ານ ດຣ ສົມອົກ ກິ່ງສະດາ ຮອງລັດຖະມົນຕີກະ ຊວງສາທາລະນະສຸກ, ທ່ານ ດຣ ອວກລາວເປີ ( Dr Urs Lauper ) ຜູ້ຕາງໜ້າ​​ໂຄງການໂຮງໝໍສະວິດ, ມີຜູ້ຕາງໜ້າຈາກອົງການເພື່ອການພັດທະນາລາວລະວິດສະ​​ແລນ, ພ້ອມດ້ວຍຄະນະອຳນວຍການແລະ ພະນັກງານໂຮງໜໍດັ່ງກ່າວເຂົ້າຮ່ວມເປັນຈຳນວນຫຼາຍ.


          ຄະນະອຳນວຍການໂຮງໝໍແມ່ນແລະເດັກເກີດໃໝ່​​ໃຫ້ຮູ້ວ່າ: ​​ຈັກປັນໄຟດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກໂຄງການໂຮງໝໍລະວິແລະ ອົງການເພື່ອການພັດທະນາລາວສະວິດສະ​​ແລນ, ມີມູນຄ່າປະມານ 55 ພັນໂດລາສະຫະລັດ ລື ປະມານ 450 ລ້ານກີບ, ​ໂດຍເຄື່ອງຈັກມີຄວາມແຮງ 200 KVA ສາມາດສະໜອງໄຟຟ້າໄດ້ພຽງພໍເກັບຄວາມຕ້ອງການຂອງໂຮງໝໍ,​ ໂດຍສະເພາະ​​ໃນເວລາສຸກເສີນເຊັ່ນ: ​ໃນເວລາໄຟຟ້າດັບຈັກສຳຮອງດັ່ງກ່າວກໍຈະເຮັດວຽກປັ່ນໄຟແບບອັດຕະໂນມັດເຮັດໃຫ້ໂຮງໝໍມີຄວາມພ້ອມຕໍ່ການບໍລິການຄົນ​​ເຈັບແລະ ພໍສະເພາະແຕ່ເທົ່ານັ້ນໃນຜ່ານມາໂຄງການດັ່ງກ່າວກໍ່​​ໄດ້​​ໃຫ້ການຊ່ວຍເຫຼືອແກ່ໂຮງໝໍແມ່ແລະ​ ​ເດັກມາແລ້ວຫຼາຍຄັ້ງ​​ໂດຍສະເພາະແມ່ນດ້ານອຸປະກອບການແພດຕ່າງໆ. ​ໂອກາດນີ້ທ່ານຮອງລັດຖະມົນຕີຍັງໄດ້ເນັ້ນໃຫ້ໂຮງໝໍແມ່ແລະເດັກຈົ່ງເອົາໃຈໃສ່ປົກປັກຮັກສາເຄື່ອງຈັກດັ່ງກ່າວໃຫ້ດີແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

No comments:

Post a Comment