Ad

Ad

16 May 2016

ຄະນະຜູ້ແທນ ລາວ ເຂົ້າຮ່ວມສະຫລອງວັນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ ຢູ່ ສສ ຫວຽດນາມ

          ຄະນະຜູ້ແທນລາວ ນຳໂດຍ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີໄດ້ເດີນທາງໄປຮ່ວມສະຫລອງວັນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຢູ່ ສສ ຫວຽດນາມແໃນວັນທີ 10-12 ພຶດສະພານີ້, ​ໂດຍມີຜູ້ຕາງໜ້າຈາກອົງການຈັດ ຕັ້ງສາກົນ,​ ອົງການຜູ້ສະໜອງທຶນແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນໍາດ້ວຍ.
​          ໃນໂອກາດດັ່ງກ່າວ, ທ່ານ ຫຸມພັນ ອິນທະຣາດໄດ້ມີຄຳເຫັນໃນກອງປະຊຸມໂຕະມົນກ່ຽວກັບບັນຫາດັ່ງກ່າວເພື່ອຊີ້ແຈງເຖິງທັດສະນະຂອງອາຊຽນ ໃນນາມທີ່ເປັນປະທານຂອງຄະນະກໍາມະການອາຊຽນ ດ້ານວິທະຍາສາດ ແລະ ເຕັກໂນໂລຊີເຊັ່ນ: ບົດບາດຂອງນະວັດຕະກໍາ ແລະ ພູມປັນຍາ,​ ບົດ ຮຽນທີ່ຖອດຖອນໄດ້,​ ສິ່ງທ້າທາຍ ແລະ ກາລະໂອກາດຂອງມະຫາວິທະຍາໄລ, ຊັບສິນທາງປັນຍາ, ການ
ປ່ຽນແປງສະພາບຢູ່ໃນຂົງເຂດອາຊີອາຄະເນ, ການຮ່ວມມືສາກົນ ແລະ ຂອບແຜນງານ ລະ ຫວ່າງອາຊຽນ-ເອີຣົບ ຕໍ່ການເຊື່ອມຍົງທາງດ້ານເສດຖິດ. ພ້ອມ​ທັງໄດ້ແຈ້ງໃຫ້ ຊາບເຖິງ ຍຸດທະສາດຫລັກຂອງຂະແໜງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ແຕ່ປີ 2016-2025ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບຕື່ມອີກ.
          ນອກຈາກນີ້,​ ຄະນະຜູ້ແທນ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມຕ່າງໆຕາມວາລະຂອງກອງປະຊຸມ ແລະ ຍາດແຍ່ງໂອກາດ ເພື່ອປຶກສາຫາລືກັບຜູ້ຊ່ຽວຊານຈາກ ອົງການ GIZ ຂອງເຍຍລະມັນ ເຊິ່ງອົງການດັ່ງກ່າວ ເຫັນດີໃຫ້ການສະໜັບສະໜູນແກ່ ສປປ ລາວ ກ່ຽວກັບການຈັດກອງປະຊຸມວິຊາການຂຶ້ນ ຢູ່ ສປປ ລາວ ໃນເດືອນ ສິງຫາ-ກັນຍາ 2016 ທີ່ຈະມາເຖິງ ເພື່ອຜັນຂະຫຍາຍ ຂອບແຜນງານນະໂຍບາຍອາຊຽນ ກ່ຽວກັບການເປັນຫຸ້ນສ່ວນ ເພື່ອການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ກາຍມາເປັນພາກປະຕິບັດຕົວຈິງ ໂດຍສອດຄ່ອງກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ ແລະ ເຕັກນິກ ຂອງ ສປປ ລາວ.

          ໃນວັນສໍາຄັນດັ່ງກ່າວຍັງໄດ້ງານວາງສະແດງຜົນງານ ຈາກການຄົ້ນຄວ້າ ແລະ ການຮ່ວມມືທາງດ້ານະວັດຕະກໍາ ລະຫວ່າງສອງພູມີພາກ ອາຊຽນ-ອີຍູ ເຊິ່ງປີນີ້ ໄດ້ສຸມໃສ່ການສະແດງຜົນການຮ່ວມມື ລະຫວ່າງພາກການສຶກສາ ແລະ ອຸດສາກໍາ ທີ່ນອນຢູ່ໃນຂອບສິ່ງທ້າທາຍຕ່າງໆສໍາລັບສອງພູມີພາກ. ແລະ ຍັງເປັນເວທີ ເພື່ອສ້າງເຄື່ອຄ່າຍນັກຄົ້ນຄວ້າຮ່ວມກັນ, ການອໍານວຍຄວາມສະດວກໃນການແລກປ່ຽນຄວາມຄິດເຫັນ ຕໍ່ຫົວຂໍ້ທີ່ມີຜົນປະໂຫຍດຮ່ວມກັນ ພ້ອມກັບການຊອກຮູ້ໂອກາດໃໝ່ ເພື່ອການຮ່ວມມືໃນອານາຄົດ.

No comments:

Post a Comment