Ad

Ad

16 May 2016

ລາວ​ຮ່ວມຫາລືກ່ຽວ​ກັບ​ປະຊາ​ກອນ ​ແລະ ການ​ພັດທະນາ​ຢູ່ນີວຢອກ

          ເມື່ອບໍ່ດົນມານີ້, ທ່ານ ຄໍາ​ລຽນ ພົນ​ເສນາ ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ພ້ອມຄະນະ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ປະຊາກອນ ​ແລະ ການ​ພັດທະ ນາ​ ຄັ້ງ​ທີ 49 ທີ່​ນີວຢອກ, ​​ໂດຍ​ມີ​ຜູ້ຕາງໜ້າ​ລັດຖະບານ​ຈາກ​ປະ​ເທດ​ຕ່າງໆ​, ບັນ ດາ​ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ອົງການ​ຈັດ​ຕັ້ງ​ສັງຄົມ​ຕ່າງໆ​ໃນ​​ໂລກ ​ເຂົ້າ​ຮ່ວມ. ​ເພື່ອ​ຄົ້ນຄວ້າແລະ ປຶກສາ​ຫາລື​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ກ່ຽວ​ກັບ​ການ​ນໍາ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ການ​ປ່ຽນ​ແປງ​ໂຄງ​ປະກອບ​ອາຍຸ​ຂອງ​ປະຊາກອນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ(SDGSs) ​ແຕ່​ນີ້​ຮອດ​ປີ 2030.

​          ໃນໂອກາດດຽວກັນ, ທ່ານຄໍາ​ລຽນ ພົນ​ເສນາ ກໍໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ໂດຍ​ໄດ້​ເນັ້ນ​ເຖິງ​ຄວາມ​ສໍາຄັນ​ຂອງ​ວຽກ​ງານ​ປະຊາກອນ ​ແລະ ການ​ພັດທະນາ​ລວມ ທັງ​ການ​ເຊື່ອມ​ສານ​ວຽກ​ງານ​ດັ່ງກ່າວ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ໃນ​ໄລຍະ​ຜ່ານ​ມາ​ເຫັນ​ໄດ້​ວ່າ​ 20 ປີຜ່ານມາວຽກ​ງານ​ປະຊາກອນຢູ່ ສ ປປ ລາວ​ມີ​ຄວາມ​ຄືບ​ໜ້າ​ດີ; ອັດຕາ​ການຕາຍຂອງ​ແມ່​ໄດ້​ຫລຸດ​ລົງ ​ແລະ ບັນລຸ​ເ​ປົ້າໝາຍ MDGs ​ໃນປີ 2015; ອັດຕາ​ອາຍຸ​ຍືນ​ສະ​ເລ່ຍ​ໄດ້​ເພີ່ມ​ຂຶ້ນ​ເປັນ 64,4 ປີ ​ໃນ​ປີ 2011 ມາ​ເປັນ 68,3 ປີ ​ໃນ​ປີ 2015; ​ເສດຖະກິດ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ເຮັດ​ໃຫ້​ອັດຕາ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຫລຸດ​ລົງ​ຢ່າງ​ຈະ​ແຈ້ງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີ​ຂຶ້ນ.  ພ້ອມທັງແຈ້ງໃຫ້​ຊາບ​ກ່ຽວ​ກັບ​ເປົ້າ​ໝາຍ ​ແລະ ຄາດໝາຍ​ສູ້​ຊົນ​ຂອງ ສປປ ລາວ; ບັນຫາ, ​ສິ່ງ​ທ້າ​ທາຍ ​ແລະ ຂໍ້​ຫຍຸ້ງຍາກ​ໃນ​ຕໍ່ໜ້າ ​ເຊິ່ງຈະ​ຕ້ອງ​ສືບ​ຕໍ່​ແກ້​ໄຂ​ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ພັດທະນາ​ກ່ຽວ​ກັບ ​ການ​ສ້າງ​ຄວາມ​ສາມາດ​ໃນ​ການ​ເກັບ​ກໍາ ​ແລະ ນໍາ​ໃຊ້​ຜົນ​ປະ​ໂຫຍ​ດທາງ​ດ້ານ​ປະຊາກອນ ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ເປົ້າ    ​ໝາຍ SDGs ​ໃຫ້​ບັນລຸ​ໃນ​ປີ 2030 ຢ່າງ​ມີ​ໝາກຜົນ​ສູງ.

​​​          ນັບແຕ່ປີ 2012-2015 ກອງ​ທຶນ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ວຽກ​ງານ​ປະຊາກອນ (UNF PA)​ ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ​ມູນ​ຄ່າ 22,5 ລ້ານ​ໂດ​ລາ​ສະຫະລັດ​ ​ໃນ​ຂົງ​ເຂດ​ວຽກງານດ້ານ​ສຸຂະພາບ​ຈະ​ເລີ​ນພັນ, ດ້ານ​ປະຊາກອນ ​ແລະ ການ​ພັດທະນາ, ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ​ແລະ ການ​ປະສານ​ງານ​ລະຫວ່າງ​ແຜນ​ງານ. ​ໃນ​ຕໍ່ໜ້າ​ແຕ່​ປີ 2017-2021 ຈະ​ຊ່ວຍ 20 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ຂົງ​ເຂດ​ວຽກ​ງານ​ດ້ານ​ສຸຂະພາບ​ຈະ​ເລີ​ນພັນ ​ແລະ ການ​ມີ​ເພດ​ສໍາພັນ​ທີ່​ມີ​ຄວາມ​ຖືກຕ້ອງ ​ແລະ ປອດ​ໄພ, ດ້ານ​ການ​ພັດທະນາ​​ໄວ​ໜຸ່ມ​, ໂຄງ​ສ້າງ​ດ້ານ​ປະຊາກອນ ​ແລະ ດ້ານ​ການ​ປະສານ​ງານ​ລະຫວ່າງ​ແຜນ​ງານ.

No comments:

Post a Comment