Ad

Ad

16 May 2016

ສານ​ປະຊາຊົນນະຄອນຫລວງ​ຕັດ​ສີນ​ລົງ​ໂທດ​ຜູ້ສໍ້​ໂກງ​ຊັບ​​ຈໍາ​ຄຸກ 5 ປີ

ພາບ-ຂ່າວ : ຫນັງສືພິມ ປກສ
     ນາງໂມະ ອາຍຸ 46 ປີຢູ່ບ້ານນາລ່ຽນ, ​ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ​ໄດ້ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດຈໍາຄຸກເປັນເວລາ 5 ປີ, ພ້ອມປັບໃໝ​ 10 ລ້ານກີບໃນຂໍ້ຫາສໍ້ໂກງຊັບພົນລະເມືອງ, ຊຶ່ງຄະດີມີຢູ່ວ່າ:ໃນປີ 2014 ຜູ້ກ່ຽວໄດ້ໄປກູ້ຢືມເງິນນຳຄົນຮູ້ຈັກຫລາຍຄັ້ງຄື: ຄັ້ງທໍາອິດຈຳນວນ 84 ລ້ານກີບ, ຄັ້ງທີສອງຈຳນວນ 17 ລ້ານກີບແລະ ຄັ້ງທີສາມຈຳນວນ 4,5 ລ້ານກີບ,​ ໂດຍອ້າງວ່າຈະເອົາເງິນໄປໃຊ້ໜີ້ທະນາຄານຕາມກຳນົດສັນຍາເພື່ອໃຫ້ມີເງື່ອນໄຂກູ້ຢືມເງິນຈາກທະນາຄານໄດ້ອີກງວດໃໝ່ແລ້ວຈຶ່ງຈະເອົາເງິນມາໃຊ້ແທນຄືນທັງຕົ້ນທຶນແລະ ດອກເບ້ຍ, ພາຍຫລັງໄດ້ເງິນມາແລ້ວຜູ້ກ່ຽວກໍ​​ເອົາໄປໃຊ້ຈ່າຍສ່ວນຕົວຈົນໝົດແລະ ບໍ່ເງິນມາໃຊ້ໜີ້ທີ່ກູ້ຢືມມາ, ຜູ້ເສຍຫາຍ​​ຈຶ່ງຮ້ອງຟ້ອງຕໍ່ເຈົ້າໜ້າທີ່​​ເພື່ອດຳເນີນຄະດີຕາມກົດໝາຍດັ່ງກ່າວ.

No comments:

Post a Comment